Breaking News

ແມ່ນຄວາມຈິງ ຫຼືບໍ່? 5 ພຶດຕິກໍາຂອງມະນຸດເງິນເດືອນ ທີ່ເກືອບ 90% ເປັນແບບນີ້!!!

ແບ່ງປັນ

ແມ່ນຄວາມຈິງ ຫຼືບໍ່? 5 ພຶດຕິກໍາຂອງມະນຸດເງິນເດືອນ ທີ່ເກືອບ 90% ເປັນແບບນີ້!!!

  1. ລາຊາເງິນຜ່ອນ: ເມືອເລີ່ມມີເງິນເດືອນປະຈຳບັນດາທະນາຄານຕ່າງໆ ກໍພ້ອມຍິນດີຢືນຂໍ້ສະເໜີໃຫ້ມີບັດເຄດິດ ໄວ້ໃຊ້ໃນຢາມສຸກເສີນດ້ວຍວົງເງິນທີ່ຫຼາຍກວ່າອາດຈະເຮັດໃຫ້ຫຼາຍຄົນຕື່ນຕາຕື່ນໃຈ ເພາະເລີ່ມເຫັນທາງທີ່ຈະໄດ້ສິ່ງຂອງໄດ້ມາຢ່າງງ່າຍດາຍ ແຕ່ຖ້າໃຊ້ກັບສິ່ງຂອງຊຸມເຟືອຍ ແລະ ຜ່ອນຈ່າຍບໍ່ຖືກກຳນົດໃນທີ່ສຸດດອກເບ້ຍຈະເພີ່ມຂຶ້ນຈົນກາຍເປັນບັນຫາ.
  2. ສັງຄົມອອນໄລ໌: ຄົນເຮັດວຽກໃໝ່ຫຼາຍຄົນມັກຕິດ ພາບໃນໂລກສັງຄົມອອນໄລ໌ຂອງໝູ່ເພື່ອນທີ່ມັກໂພສ໌ແຕ່ເລື່ອງດີໆ, ຫຼູໆ, ຮ້ານອາຫານດັງໆ, ເສື້ອຜ້າງາມໆ ຂອງແບຣນເນມຕ່າງໆ ຈຶ່ງເຮັດໃຫ້ເກີດຄວາມຢາກໄດ້ຢາກມີ, ຈົນຍອມທຸ່ມເງິນເດືອນ ຫຼື ຍອມເປັນລາຊາເງິນຜ່ອນ ເພື່ອໃຫ້ໄດ້ຂອງເຫຼົ່ານັ້ນ ໂດຍບໍ່ຄິດເຖິງວ່າມັນເໝາະສົມກັບລາຍໄດ້ຂອງຕົນເອງ ຫຼື ບໍ່, ເພາະຄົນເຮັດວຽກໃໝ່ສະໄໝນີ້ມີ ທັດສະນະຄະຕິທີ່ວ່າ “ເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້”
  3. ຊິວິດຫຼູຫຼາ: ຄົນເຮັດວຽກຍຸກໃໝ່ໃຊ້ຊີວິດຕ່າງຈາກຄົນລຸ້ນກ່ອນ, ດ້ວຍສັງຄົມ, ຄ່ານິຍົມ, ທັດສະນະຄະຕິທີ່ປ່ຽນໄປເມືອຊີວິດເລີ່ມຕົ້ນການເຮັດວຽກ ເລີຍຢາກຈະມີຊັບສິນເປັນຂອງຕົນເອງເຊັ່ນ ເຮືອນ, ລົດໃໝ່,… ເພື່ອໂຊຊີວິດສຸດຫຼູ ໂດຍບໍ່ໄດ້ຄິດຫາລາຍໄດ້ ຫຼື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍໄດ້ໜ້ອຍ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍຄ່າໃຊ້ຈ່າຍເພີ່ມຂຶ້ນ ກັບກາຍເປັນຈະເປັນໜີ້ ແລະ ຖືກຍຶດຄືນ.
  4. ເຂົ້າສັງຄົມ, ສ້າງສັນ: ນີ້ກໍຄືອີກໜຶ່ງບ່ວງອັດຕະລາຍກັບຄົນເຮັດວຽກໃໝ່ ເພາະໃນສັງຄົມຫ້ອງການມັກມີການສ້າງສັນ, ທ່ອງທ່ຽວ,…ນໍາກັນສະເໜີ ຈົນມີບາງຄົນເສບຈົນຕິດ, ຈັດນັກທຸກທ້າຍອາທິດ ແລະ ຖ້າຫາກເປັນຄົນປະຕິເສດຄົນບໍ່ເປັນແລ້ວ ຍິ່ງຕ້ອງລະວັງດ້ານການເງິນໃຫ້ດີ.
  5. ຕິດການພະນັນ: ພຶດຕິກໍານີ້ອາດຕິດຕົວມາຕັ້ງແຕ່ສະໄໝຮຽນ ແຕ່ບາງຄົນກໍມາເສຍຄົນຕອນເຮັດວຽກກໍມີບໍ່ໜ້ອຍ ໂດຍສະເພາະຜູ້ຊາຍໂດຍພື້ນຖານມັກການແຂ່ງຂັນ, ທ້າທາຍ, ມັກມ່ວນ ຍິ່ງເຮັດວຽກມີລາຍໄດ້ ກໍເກີດຢາກຮູ້ຢາກລອງຕາມສັງຄົມກຸ່ມໝູ່ເພືອນ, ຕອນທຳອິດອາດຈະຄິດວ່າລອງຫຼິ້ນໆ ເພື່ອຄວາມມ່ວນ ແຕ່ດົນໄປກັບເສບຕິດການພະນັນໂດຍບໍ່ຮູ້ຕົວ.

ແບ່ງປັນ