Breaking News

ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ…

ແບ່ງປັນ

ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ…

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ MISS UNIVERSE ນາງງາມຈັກກະວານໂລກ ທີ່ມີນາງງາມຕົວແທນເກືອບ 100 ປະເທດເຂົ້າຮ່ວມປະກວດໃນຮອບຕັດສິນ ວັນທີ 9 ທັນວາ 2019 ທີ່ປະເທດ ສະຫະລັດອາເມຣິກາ ເຊິ່ງຜົນການຕັດສິນກໍໄດ້ອອກມາຢ່າງເປັນເອກະສັນແລ້ວວ່າ ສາວງາມຜູ້ຄວ້າມຸງກຸດອັນຊົງກຽດຈາກເວທີໂລກ MISS UNIVERSE ປະຈໍາປີ 2019 ນີ້ແມ່ນໄດ້ແກ່ Miss Zozibini Tunzi ຕົວແທນຈາກ ອາຟຣິກກາໃຕ້ ເຊິ່ງຫຼັງຈາກທີ່ໄດ້ຮັບຕໍາແໜ່ງ ທຸກຄົນທຸກປະເທດທົ່ວໂລກ ກໍສະແດງຄວາມຍິນດີ ແລະ ເວົ້າເປັນສຽງດຽວກັນວ່າ “ເໝາະສົມທີ່ສຸດແລ້ວ” ລວມທັງແອັດມິ້ນເອງກໍໄດ້ຮ່ວມສະແດງຄວາມຍິນດີນໍາກັບນາງຫຼາຍໆເດີ້!!!

ສ່ວນທາງດ້ານ ສາວເມ ວິຈິດຕາ ພອນວິໄລ ນາງງາມຕົວແທນປະເທດລາວເຮົາທີ່ໄດ້ເດີນທາງໄປປະກວດໃນເວທີລະດັບໂລກນີ້ ເຊິ່ງຄົນລາວເຮົາທັງປະເທດກໍໄດ້ສົ່ງກໍາລັງໃຈໄປເຊຍແບບສຸດໃຈ ແລະ ສາວເມ ເອງກໍໄດ້ປະຕິບັດໜ້າທີ່ຂອງຕົນເອງໄດ້ດີທີ່ສຸດໃນການນໍາສະເໜີຄວາມເປັນລາວ ສູ່ເວທີສາກົນໃນຄັ້ງນີ້ ແລະ ເຖິງວ່າຜົນການປະກວດ ສາວເມ ຈະບໍ່ສາມາດຍາດລາງວັນໃດໆມາຕ້ອນຄົນລາວ ແຕ່ຄົນລາວທັງປະເທດກໍບໍ່ໄດ້ເສຍໃຈ ຫຼືຜິດຫວັງໃນໂຕສາວເມແຕ່ຢ່າງໃດ! ພຽງແຕ່ນາງມີຄວາມສາມາດນໍາເອົາຊື່ ປະເທດລາວ ແລະ ວັດທະນະທໍາຂອງລາວໄປເຜີຍແຜ່ໃຫ້ຊາວໂລກໄດ້ຮູ້ຈັກ ເທົ່ານີ້ກໍຖືວ່າປະສົບຄວາມສໍາເລັດອີກກ້າວທີ່ຍິ່ງໃຫຍ່ແລ້ວ… ຂວັນໃຈ ແລະ ຄົນລາວທັງປະເທດເປັນກໍາລັງໃຈໃຫ້ສະເໝີ ຕັ້ງແຕ່ໄດ້ຕໍາແໜ່ງ MISS UNIVERSE LAOS 2019 ຈົນຮອດມື້ສຸດທ້າຍຂອງການປະກວດ MISS UNIVERSE 2019 ກໍຍັງຮັກໃນຄວາມເປັນ ເມ ແລະ ຍົກໃຫ້ ເມ ເປັນທີ 1 ໃນໃຈສະເໝີ!!!

ແລະ ຫຼັງຈາກການປະກວດສິ້ນສຸດລົງ ສາວເມ ຍັງໄດ້ໂພສຂອບໃຈແຟນໆຜ່ານ Facekbook ສ່ວນຕົວອີກວ່າ “ເປັນປະສົບການທີ່ດີທີ່ສຸດ ຄັ້ງຫນຶ່ງເທິງເວທີໂລກ MISS UNIVERSE ອາດຈະບໍ່ເຖິງຈຸດທີ່ຕັ້ງໃຈໄວ້ ເພາະມັນເປັນການແຂ່ງຂັນ ຊຸດນົກສັນຕິພາບ​ ອອກແບບ​ໂດຍ​ BILLY ອາດຈະບໍ່ໄດ້ຂຶ້ນເວທີ ແຕ່ມັນເປັນຊຸດທີເມໃສ່ແລ້ວງາມທີ່ສຸດ. ມາຮອດນີ້​ ທຸກຢ່າງ ການຮຽນຮູ້,​ ຮຽນຮູ້ທີ່ຈະອົດທົນ,​ ອົດກັ້ນ,​ ບາດບັ່ນ ແລະ​ ພະຍາຍາມ. ຂອບໃຈ ທຸກຄົນ​ ທີ່ເຮັດໃຫ້ຮູ້ວ່າ ເຮົາພ້ອມທີ່ຈະຊ່ວຍກັນ ສົ່ງເສີມກັນ​ ບໍ່ວ່າເຮົາຈະຢູ່ໃສກໍ່ຕາມໃນໂລກ ຂອບໃຈສຳລັບທຸກໆການຊ່ວຍເຫລືອ ຊັບພອດ​ ທັງການກະກຽມ ການຝຶກສອນ ການໃຫ້ຄວາມຮູ້ ແລະການສະຫນັບຫນູນທາງວັດຖຸ ແລະ​ ຈິດໃຈ​ ແລະ​ ທຸກໆຄົນ​ ທຸກສື່ມວນຊົນ ທຸກຂະແຫນງການ ທີ່ສົ່ງແຮງເຊຍສະເຫມີມາ ທີ​ເຮັດໃຫ້ ເມ​ແລະທີມງານມາຢືນຢູ່ຈຸດນີ້ໄດ້. ພາລະກິດຂອງເມ ຍັງບໍ່ໄດ້ຈົບທີ່ການແຂ່ງຂັນເວທີນີ້​ ແຕ່ພາລະກິດຂອງເມຍັງຈະດຳເນີນຕໍ່ໄປ ທີ່ປະເທດ​ລາວ ການແຂ່ງຂັນເຖິງຈະຈົບລົງພຽງເທົ່າ ແຕ່ການປັບປຸງ-ພັດທະນາ​ ແລະ​ຊີວິດ ຂອງເຮົາ​ກໍ່ຍັງຈະກ້າວຕໍ່ໄປ. ແລ້ວ​ພົບກັນ​ ທີ່ປະເທດ​ລາວ​ ??❤️” ແນວໃດກໍຂໍເປັນກໍາລັງໃຈ ແລະ ກຽມຕ້ອນຮັບການກັບມາຂອງ ສາວເມ ອີກສຽງໜຶ່ງເດີ້!!!  #ຮັກເມ?? #ຮັກລາວ??

ຂອບໃຈຮູບພາບຈາກ: May Vichitta Phonevilay – Miss Universe Laos 2019

 

ແບ່ງປັນ