Breaking News

ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…

ແບ່ງປັນ

ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…

ກໍາລັງເປັນຂ່າວດັງ ແລະ ເປັນກະແສຢູ່ໃນຕອນນີ້ ຫຼັງຈາກການປະກວດ  Miss Universe 2019 ສິ້ນສຸດລົງ; ຜົນການຕັດສິນອອກມາຢ່າງເປັນທາງການວ່າ ຜູ້ທີ່ໄດ້ຮັບຕໍາແໜ່ງ Miss Universe ປະຈໍາປີ 2019 ຫຼຶ້ນາງງາມຈັກກະວານຄົນທີ 68 ຂອງໂລກນັ້ນໄດ້ແກ່ Zozibini Tunzi ເປັນສາວຜິວສີຕົວແທນຈາກ ປະເທດ ອາຟຣິກາໃຕ້… ເຊິ່ງຫຼັງຈາກພິທີກອນປະກາດຊື່ຂອງນາງກ້ອງຂຶ້ນເທິງເວທີ ທຸກຄົນທົ່ວໂລກຕ່າງເວົ້າເປັນສຽງດຽວກັນວ່າ “ເໝາະສົມແລ້ວກັບຕໍາແໜ່ງນາງງາມຈັກກະວານ” ເພາະຟັງຈາກການຕອບຄໍາຖາມໃນຮອບຕັດສິນບອກໄດ້ເລີຍວ່າ ບໍ່ມີໃຜເໝາະສົມເທົ່າກັບນາງອີກແລ້ວ! ນອກຈາກນັ້ນນາງຍັງເປັນນາງງາມອີກຄົນໜຶ່ງທີ່ມີຄວາມສາມາດອີກຄົນໜຶ່ງເລີຍແຫຼະ!!! ເຊີິ່ງມື້ນີ້ ຂວັນໃຈ ກໍຈະພາສາວໆໄປທໍາຄວາມຮູ້ຈັກກັບ Zozibini Tunzi ຫຼາຍຂຶ້ນ ແລ້ວທຸກຄົນຈະຮັກນາງຂຶ້ນໄປອີກຢ່າງແນ່ນອນ…

Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ  ເປັນນາງແບບອັບຟຣິກາໃຕ້…

ເມື່ອປີ 2017 ນາງເຄີຍປະກວດໃນເວທີນີ້ຄືກັນ ແຕ່ໃນ Look ຜົມຍາວ ແລະ ບໍ່ໄດ້ຜ່ານເຂົ້າຮອບ 12 ຄົນສຸດທ້າຍ

ຈົນມາໃນປີ 2019 ນາງມາປະກວດອີກຄັ້ງ ແລະ ໄດ້ຮັບລາງວັນຊະນະເລີດ ກໍຄືເປັນຄົນທີ່ຄອບຄອງມົງກຸດ Miss Universe 2019 ຄົນທີ 68 ຂອງໂລກ

ປະໂຫຍກທີ່ໝາຍເຖິງຄວາມຄິດ ທັດສະນະຄະຕິຂອງນາງທີ່ເບິ່ງຄືເປັນຈຸດທີ່ເຮັດໃຫ້ນາງໄດ້ຮັບຄະແນນ ແລະ ຕໍາແໜ່ງຄົງຈະແມ່ນການຕອບຄໍາຖາມວ່າ “ຂ້ອຍເຕີບໃຫຍ່ໃນສັຄົມທີ່ສີຜິວຄືຂ້ອຍ ຖືກເບິ່ງວ່າບໍ່ງາມເລີຍ ແຕ່ຂ້ອຍຢາກຈະຢຸດຄວາມຄິດນີ້ ແລະ ຢາກໃຫ້ທຸກຄົນເບິ່ງວ່າຂ້ອຍ ເບິ່ງໜ້າຂ້ອຍ ແລະ ໄດ້ເຫັນທຸກຄົນທີ່ຄືຂ້ອຍ ໃຫ້ສະທ້ອນຕົວຕົນທຸກຄົນເມື່ອໄດ້ເບິ່ງຂ້ອຍ” ແລະ ກາຍເປັນວະລີເດັດທີ່ເພຈດັງທົ່ວໂລກນໍາໄປໂພສ!!!

ນອກຈາກນາງຈະໄດ້ຄອບຄອງຕໍາແໜ່ງ Miss Universe 2019 ແລ້ວ ນາງຍັງໄດ້ຮັບມົງກຸດອັນລໍ້າຄ່າ The Power of Unity ທີ່ໃຊ້ປີນີ້ເປັນປີທໍາອິດ ອອກແບບສະໜັບສະໜຸນໂດຍແບຣນແຟຊັນຊັ້ນນໍາລະດັບໂລກ ມູນຄ່າ 5,000,000 ດອນລາສະຫາລັດ.

ທີ່ສໍາຄັນ ນາງຍັງເປັນຜູ້ສະໜັບສະໜູນ ແລະ ເຄື່ອນໄຫວເພື່ອສິດທິ ແລະ ຄວາມເທົ່າທຽມຂອງແມ່ຍິງ

ນາງເຄືອຍຮ່ວມປະກວດ ນາງສາວອາຟຣິກາໃຕ້ ເຖິງ 2 ຄັ້ງ ສູງສຸດໄດ້ເຂົ້າແຕ່ຮອບ 26 ຄົນ ແຕ່ຍາງບໍ່ເຄີຍຢຸດພະຍາຍາມ

ນີ້ແຫຼະ!!! ນາງງາມຈັກກະວານຄົນທີ 68 ຂອງໂລກ… #ຮັກນາງ

ຂອບໃຈຮູບຈາກ: Facebook: Zozibini Tunzi(MamTolo)

ແບ່ງປັນ