Breaking News

ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ…

ແບ່ງປັນ

ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ…

ຖຸືເປັນຂ່າວດີທີ່ສຸດສາລັບຄົນລາວທັງປະເທດໃນຕອນນີ້ ແລະ ທັງເປັນຂ່າວດີໃນວົງການກິລາລາວເຮົາ ເມື່ອນັກກິລາ ຄິກບ໊ອກຊິ້ງ (Kickboxing) ທີມຊາດລາວ ນ້ອງໂອ ສຸກັນ ໄຕປັນຍາວົງ ໄປແຂ່ງຂັນໃນງານ ມະຫະກໍາກິລາຊີເກມ ທີ່ປະເທດ ຟີລິບປີນ ແລະ ສາມາດຍາດໄດ້ຫຼຽນຄໍາມາໄດ້ ເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຂອງວົງການກິລາບ້ານເຮົາ!!! ແລະ ນາທີທີ່ເພງຊາດລາວດັງກ້ອງກັງວານເທິງເວທີໂລກ ທຸກຄົນຕ່າງນໍ້າຕາຊຶມດ້ວຍຄວາມດີໃຈທີ່ຫາໃສປຽບບໍ່ໄດ້ ເພາະມັນເປັນການສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກກິລາວ ກໍຄືຄົນລາວເຮົາທີ່ບໍ່ໄດ້ດ້ອຍໄປກວ່າຊາດອື່ນເລີຍ…

ນໍ້າຕາຊຶມປໍ້ ສຽງເພງຊາດລາວ ດັ່ງກ້ອງທີ່ ຊີເກມ ຄັ້ງທີ່ 30ຂຶ້ນຮັບ ຫຼຽນຄໍາແລ້ວ #ແຊເລີຍ! ?????????ທ້າວ ສູກັນ ໄຕປັນຍາວົງ​ ຫຼື​ ນ້ອງໂອ ພຽງຍົກທີ 1 ນັອກ ນັກມວຍອິນໂດເນເຊຍ #ຄວ້າຫລຽນຄຳ ທຳອິດໃຫ້ທັບນັກກິລາລາວ ໃນຊີເກມ ຄັ້ງທີ 30​ ທີ່ຟິລິບປິນ ຄັ້ງນີ້

Posted by ໂທລະໂຄ່ງ THOLAKHONG on Tuesday, December 10, 2019

ເຊິ່ງນັກກິລາລາວ ໄດ້ລົງແຂ່ງຂັນໃນຮອບຮອງຊະນະເລີດ 4 ຄົນ, ໃນນັ້ນ ມີຄົນໜຶ່ງຜ່ານເຂົ້າສູ່ຮອບຊິງຊິນະເລີດ (ຊິງຫຼຽນຄໍາ) ແລະ ສາມາດຍາດໄດ້ຫຼຽນຄໍາໄດ້ໃນຄັ້ງນີ້ ແນວໃດກໍຂໍສະແດງຄວາມຍິນດີ ແລະ ເປັນກໍາລັງໃຈໃຫ້ນັກກິລາລາວທຸກຄົນ ທັງຜູ້ທີ່ຍາດໄດ້ຫຼຽນ ແລະ ຜູ້ທີ່ບໍ່ສາມາດຍາດໄດ້ ເພາະທຸກຄົນປະຕິບັດໜ້າທີ່ຕົນເອງໄດ້ດີທີ່ສຸດແລ້ວ!!!

ຂອບໃຈຮູບພາບ ແລະ ວີດີໂອຈາກ: ໂທລະໂຄງ

 

ແບ່ງປັນ