Breaking News

ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ…

ແບ່ງປັນ

ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ…

ຖືວ່າເປັນຜູ້ກໍາກັບຍິງຄົນລາວອີກຄົນໜຶ່ງທີ່ມີຄວາມສາມາດ ແລະ ຄວນເປັນເອົາເປັນແບບຢ່າງຫຼາຍ ສໍາລັບ ແມັດຕີ່ ໂດ ຜູ້ກໍາກັບຍິງຄົນທໍາອິກຂອງລາວທີ່ນໍາພາຮູບເງົາລາວໄປສູ່ເວທີໂລກ ເພາະຜົນງານຂອງນາງແຕ່ລະເລື່ອງນັ້ນ ແມ່ນ Go Inter ໄດ້ທຸກເລື່ອງ… ໂດຍຜົນງານການກໍາກັບຂອງ ແມັດຕີ່ ສ່ວນຫຼາຍແມ່ນຈະອອກໄປແນວໜັງທີ່ເວົ້າເລົ່າເຖິງຄວາມເຊື່ອ ແລະ ປະເພນີຂອງຄົນລາວເຊັ່ນ: ຮູບເງົາ ຜ້າພັນຄໍສີແດງ, ຈັນທະລີ, ນ້ອງຮັກ ເຊິ່ງຮູບເງົາທັງ 3 ເລື່ອງແມ່ນໄດ້ຮັບກະແສຕອບຮັບເປັນຢ່າງດີທັງພາຍໃນ-ຕ່າງປະເທດ ແລະ ຍັງໄດ້ຮັບລາງວັນມາກາລັນຕີຄວາມສໍາເລັດຫຼາກຫຼາຍລາງວັນ… ຕໍ່ມາ ແມັດຕີ່ ໂດ ໄດ້ສ້າງຜົນງານຮູບເງົາອອກມາໃຫ້ໄດ້ຮັບຊົມກັນອີກຄັ້ງຊື່ວ່າ “ບໍ່ມີວັນຈາກ” (The Long Walk) ເຊິ່ງປັດຈຸບັນກໍາລັງເດີນສາຍເປີດຕົວໃນຫຼາຍປະເທດທົ່ວໂລກ! ພ້ອມກັບໄດ້ຮັບລາງວັນກາລັນຕີຄວາມສໍາເລັດຂອງຮູບເງົາເລື່ອງນີ້ຈາກທຸກປະເທດທີ່ເດີນທາງໄປ… ແລະ ຫຼ້າສຸດວັນທີ 5 ທັນວາທີ່ຜ່ານມາ ແມັດຕີ່ ໂດ ກໍໄດ້ນໍາພາທີມນັກສະແດງຮູບເງົາເລື່ອງນີ້ ໄປເດີນພົມແດງເປີດຕົວຢູ່ທີ່ ມາເກົາ ໃນງານ 4th International Film Festival & Award ເຊິ່ງເຫັນແລ້ວໜ້າພູມໃຈແທນຄົນລາວທີ່ມີ ຜູ້ກໍາກັບທີ່ມີຄວາມສາມາດ ແລະ ສ້າງຊື່ສຽງໃຫ້ແກ່ວົງການຮູບເງົາລາວ… ນໍາສະເໜີຮີດຄອງປະເພນີລາວອອກສູ່ສາກົນ!!!

ຕົວຢ່າງຮູບເງົາ “ບໍ່ມີວັນຈາກ” (The Long Walk) 

 

 

ແບ່ງປັນ