Breaking News

ສະແດງຄວາມຍິນດີນໍາອີກຄັ້ງ!!!  ວິນລີ່​-ຄຣິສຕີນ່າ​ ຮັບລາງວັນ “ທີ່​ສຸດ​ແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ​ ແລະ​ ສົ່ງ​ເສີມ​ການທ່ອງທ່ຽວ​ ອາຊຽນ​” ຈາກປະເທດໄທ…

ແບ່ງປັນ

ສະແດງຄວາມຍິນດີນໍາອີກຄັ້ງ!!!  ວິນລີ່​-ຄຣິສຕີນ່າ​ ຮັບລາງວັນ “ທີ່​ສຸດ​ແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ​ ແລະ​ ສົ່ງ​ເສີມ​ການທ່ອງທ່ຽວ​ ອາຊຽນ​” ຈາກປະເທດໄທ…

ຂໍສະແດງຄວາມຍິນດີນໍາອີກຄັ້ງ!! ກັບຄູ່ຮັກດາລາທີ່ມາແຮງທີ່ສຸດໃນປີນີ້ ວິນລີ່​ ແລະ​ ຄຣິສຕີນ່າ​ ຫຼັງຈາກທີ່ໄດ້ຮັບລາງວັນອັນຊົງກຽດໃນການເດີນແບບໄປເມື່ອບໍ່ດົນມານີ້ຄື: ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນ ໜຸ່ມວິນລີ່ ແມ່ນສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian International Super Model Contest 2019… ແລະ ຕໍ່ມາກໍໄດ້ຮັບລາງວັນອັນຊົງກຽດ​ອີກ 2​ ລາງວັນຈາກປະເທດໄທຄື:  The Best World SDGs Awards 2019 ເປັນລາງ​ວັນທີ່​ສຸດ​ແຫ່ງການພັດທະນາທີ່ຢັ້ງຢືນສາກົນ 2019​ ແລະ​ ລາງວັນ Friendship, Culture & Tourism Promotion ASEAN 2019-2020 ເປັນລາງວັນມິດຕະພາບ ວັດທະນະທຳ​ ແລະ​ ສົ່ງ​ເສີມ​ການທ່ອງທ່ຽວ​ ອາຊຽນ​ 2019-2020​…

ບັນຍາກາດການຮັບລາງວັນ ?? ຕົວແທນລາວ#TheBestWorldSDGsAwards2019

Posted by Christina Lasasimma on Tuesday, December 3, 2019

ຖືວ່າເປັນຂ່າວດີຂອງວົງການບັນເທີງບ້ານເຮົາທີ່ມີ ດາລາ-ນັກສະແດງທີ່ມີຄວາມສາມາດ ແລະ ເປັນແບບຢ່າງທີ່ດີໃຫ້ກັບສັງຄົມລາວຄື ໜຸ່ມ ວິນລີ່​ ແລະ​ ສາວ ຄຣິສຕີນ່າ​ ກໍຂໍໃຫ້ທັງສອງຮັກສາຄວາມສາມາດນີ້ໄວ້ ເພື່ອເປັນໜ້າຕາໃຫ້ກັບວົງການບັນເທີງບ້ານເຮົາຕໍ່ໄປເດີ້!!! ຂໍຊົມເຊີຍຢ່າງສຸດໃຈ…

ຂອບໃຈຮູບພາບຈາກ: Christina Lasasimma

ແບ່ງປັນ