Breaking News

ຊົມເຊີຍ!! ນາງງາມໃຈບຸນ ຢຸ້ຍ ສັນທະນີ Miss Supranational Laos 2018 ກຽມຈັດແຟຊັນໂຊ ການກຸສົນຄັ້ງທໍາອິດທີ່ ນະຄອນປາກເຊ…

ແບ່ງປັນ

ຖ້າເວົ້າເຖິງວົງການບັນເທິງລາວ ຄົງຈະບໍ່ມີໃຜຈະບໍ່ຮູ້ຈັກຜູ້ຍິງຄົນນີ້ “ຢຸ້ຍ ສັນທະນີ” Miss Supranational Laos 2018 ເພາະວ່ານາງເປັນນາງງາມ ແລະ ນາງແບບ ທີ່ໜ້າຈັບຕາເບິ່ງອີກຄົນໜຶ່ງເລີຍກໍວ່າໄດ້.  ແລະຫຼ້າສຸດ ສາວ ຢຸ້ຍ ກໍໄດ້ກຽມຈະຈັດງານ Fashion show “Pakse Fashion Week” ຂຶ້ນເປັນຄັ້ງທໍາອິດ ຢູ່ທີ່ ນະຄອນປາກເຊ ແຂວງ ຈໍາປາສັກ ໃນວັນທີ 4 ເມສາ 2020. ເຊິ່ງງານແຟຊັນໂຊຄັ້ງນີ້ ແມ່ນເປັນງານເດີນແບບເພື່ອການກຸສົນ ໂດຍການລວມເອົາບັນດາ ນາງແບບ, ນາຍແບບ, ສິນລະປິນ-ນັກຮ້ອງ ແລະ ເນັດໄອດອລຄົນດັງຂອງລາວມາຮ່ວມ  ເພື່ອລະດົມທຶນໄປຊ່ວຍເຫລືອຜູ້ທີ່ຮັບຜົນກະທົບຈາກ ໄພນໍ້າຖ້ວມ.

ຫຼັງຈາກທີ່ຫ່າງຫາຍໄປຈາກວົງການໄລຍະໜຶ່ງ ເພື່ອຫັນໜ້າເຂົ້າສູ່ການປະຕິບັດທໍາບວດຂາວ  ຢູ່ທີ່ວັດແຫ່ງໜຶ່ງຂອງປະເທດໄທ .   ນີ້ຖືໄດ້ວ່າ ເປັນການຫວນຄືນເຂົ້າສູ່ວົງການບັນເທິງອີກຄັ້ງຂອງ  “ຢຸ້ຍ” ພ້ອມປັບລຸກໂສມໃໝ່ທີ່ໝັ້ນໃຈກວ່າເກົ່າ ພ້ອມທັງຜັນຕົວເອງມາເຮັດໂຄງການເພື່ອຊ່ວຍເຫຼືອສັງຄົມ

“ຢຸ້ຍ” ໄດ້ກ່າວໃນວີດີໂອວ່າ  ການເຮັດວຽກຊ່ວຍເຫຼືອສັງຄົມໃນການຈັດງານຄັ້ງນີ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງຮຽນໃນເຂດ 4 ແຂວງພາກໃຕ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຜ່ານມາ ເຖິງແມ່ນວ່າ ເຫດການດັ່ງກ່າວຈະຜ່ານໄປແລ້ວ ແຕ່ຮ່ອງຮອຍຄວາມເສຍຫາຍຕ່າງໆຍັງບໍ່ທັນໄດ້ຮັບການປັບປຸງຢ່າງທົ່ວເຖິງເທື່ອ

ພ້ອມນັ້ນ ເພື່ອເປັນການສົ່ງເສີມແຫຼ່ງທ່ອງທ່ຽວ, ວິຖີຊີວິດ, ຮີດຄອງປະເພນີຂອງຄົນລາວ ໂດຍສະເພາະແມ່ນຢູ່ເຂດແຂວງພາກໃຕ້ຂອງເຮົາ ເພື່ອສືບສານວັດທະນະທໍາ ການນຸ່ງຖືທີ່ເປັນເອກະລັກຂອງຄົນລາວ ແລະ ສຸດທ້າຍແມ່ນຢາກປຸກລະດົມນໍ້າໃຈຂອງຄົນລາວໃຫ້ຫັນມາຊ່ວຍກັນ.

VTR1 Pakse

ເປັນຫຍັງ​ຕ້ອງ​ Pakse​ fashion​week​ charity?ຢຸ້ຍ ສັນທະນີ ຄືໃຜ?ເປັນຫຍັງຕ້ອງຈັດງານເດີນແບບການກຸສົນທີ່ປາກເຊ?​ ແລ້ວຢຸ້ຍ ຕ້ອງກ່ນຫຍັງຈາກສັງຄົມ?ຄຳຕອບມີຢູ່ໃນວີດີໂອ ຂໍເວລາພຽງ3ນາທີພາຍໃນງານ Pakse fashion Week 2020ເຈີກັນ​ 1/2/2020 ທີ່ພັດທະຄານປາລະມີ ເລີ່ມ17:00ສາມາດເຂົ້າຮ່ວມເປັນ Sponsors ຜູ້ອຸປະຖຳ ແລະ​ ຈອງປີ້ເຂົ້າຮ່ວມງານ ຕິດຕໍ່​ໂທ​29287899​/95162251 #ແຟຊັ່ນໂຊຂອງຄົນສາຍບຸນ#ງານບຸນຂອງຄົນສາຍແຟຊັ້ນ#paksefashionweek2020​#fristpaksefashionweek ——-sponsor——-#SSS Agency#Mc Modeling #palamy plaza#kolao group #TAKA#VENA COLLAGEN#Laoskyway #ideaparty#More cosmetic creation #The bar-ber-lao#ຈິດປະສົງຍອດນິຍົມ#khamphao design #Ting studio#Dara Laos #muan . la#Im5THankQ#How R U 2Day#DeeLight#mr.Bocameraman#mumuຊານົມ#champasakgrandhotel

Posted by Pakse fashion Week on Monday, December 30, 2019

 

 

ແບ່ງປັນ