Breaking News

11 ຂໍ້ຄວນຮູ້!!! ກ່ອນເຮັດປະກັນຊີວິດ ແລະ ປະກັນສຸຂະພາບ

ແບ່ງປັນ

ການເຮັດປະກັນໄພເປັນສິ່ງທີ່ດີ ເນື່ອງຈາກເປັນການວາງແຜນລ່ວງໜ້າ ແລະ ປ້ອງກັນຄວາມສ່ຽງທີ່ຈະເກີດຂຶ້ນ ທັງຕໍ່ຕົວທ່ານ ແລະ ຄົນທີ່ທ່ານຮັກ ທັງນີ້ ເນື່ອງຈາກປະກັນຊີວິດ ມີເນື້ອໃນທີ່ຫຼາກຫຼາຍ ເຊິ່ງບາງເທື່ອຜູ້ທີ່ຊື້ປະກັນໄພອາດຈະບໍ່ໄດ້ຮັບຂໍ້ມູນທີ່ຄົບຖ້ວນ, ໄດ້ຮັບຂໍ້ມູນຫຼາຍເກີນຄວາມຈິງ ຫຼື ບໍ່ເຂົ້າໃຈລາຍລະອຽດໃນຂໍ້ມູນບາງຢ່າງ ດັ່ງນັ້ນ,ວາລະສານທາເກັດສະບັບນີ້ຈຶ່ງຢາກຈະມານໍາສະເໜີທ່ານກ່ຽວກັບ 11 ຂໍ້ຄວນຮູ້ ກ່ອນຕັດສິນໃຈຊື້ປະກັນໄພ.

1. ຊໍາລະເບ້ຍປະກັນເພີ່ມ (ຂຶ້ຄົນທີ່ຈະຊື້ປະກັນຊີວິດ ຕ້ອງມີສຸຂະພາບແຂງແຮງ, ສົມບູນ, ນໍ້າໜັກ ແລະ ລວງສູງໃນເກນທີ່ກໍານົດໄວ້. ການໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງຂອງລູກຄ້າ ມີຜົນເຮັດໃຫ້ສັນຍາຖືກລົບລ້າງໄດ້ ບາງພະຍາດບໍ່ຮ້າຍແຮງ ບໍລິສັດອາດຈະຮັບເຮັດປະກັນໃຫ້ ແຕ່ອາດມີການນຢູ່ກັບທັງສອງຝ່າຍຕົກລົງກັນ)

2. ພະຍາດຮ້າຍແຮງ ບາງສັນຍາບໍ່ໄດ້ຈ່າຍເງິນກໍລະນີເສຍຊີວິດທຸກກໍລະນີ ສະນັ້ນ ເພື່ອບໍ່ໃຫ້ເຂົ້າໃຈຜິດ ລູກຄ້າຄວນສຶກສາໃຫ້ແນ່ໃຈວ່າ ແບບແຜນປະກັນທີ່ລູກຄ້າຊື້ຈະໄດ້ຮັບເງິນໃນກໍລະນີໃດແດ່?

3. ຄ່າຜ່າຕັດ ຄ່າກວດພະຍາດ ຄວາມຄຸ້ມຄອງເປັນຄວາມຄຸ້ມຄອງສູງສຸດ ທັງນີ້ ການຈ່າຍເງິນຈະຈ່າຍຕາມຕາຕະລາງອັດຕາຄ່າທໍານຽມການຜ່າຕັດ (ເປີເຊັນທີ່ຈ່າຍຂຶ້ນຢູ່ກັບພະຍາດທີ່ເປັນ).

4. ສັນຍາເພີ່ມບາງປະເພດເຊັ່ນ: ຄຸ້ມຄອງຜູ້ພິການຢ່າງຖາວອນ, ການຍົກເວັ້ນຊໍາລະຄ່າເບ້ຍປະກັນເນື່ອງຈາກຜູ້ພິການ ຍົກເວັ້ນການຊໍາລະເບ້ຍ ຄ່າເບ້ຍປະກັນຕໍ່າຫຼາຍ ແນະນໍາໃຫ້ຊື້ໄວ້ຈະມີປະໂຫຍດຫຼາຍ.

5. ການຂ້າຕົວຕາຍ ແລ້ວບອກຂໍ້ມູນທີ່ບໍ່ເປັນຄວາມຈິງພາຍໃນ 2 ປີ, ບໍລິສັດປະກັນມີສິດປະຕິເສດຈ່າຍເງິນໄດ້ ໂດຍຈະສົ່ງແຕ່ຄ່າເບ້ຍປະກັນໃຫ້ເທົ່ານັ້ນ.

6. ການຊື້ປະກັນແບບມີເງິນຄືນ (ໃນພາສາປະກັນ) ປີປັດຈຸບັນຄື ເທົ່າກັບປີທີ່ 0 ປີຕໍ່ໄປຄືປີທີ່ 1 ບາງເທື່ອລູກຄ້າເຂົ້າໃຈວ່າປີທີ່ 1 ຄືປີປັດຈຸບັນ ດັ່ງນັ້ນ ຕ້ອງທໍາຄວາມເຂົ້າໃຈໃຫ້ຖືກຕ້ອງຊັດເຈນ.

7. ກໍລະນີລູກຄ້າຊື້ແບບແຜນປະກັນ ແບບຄົນເຈັບໃນ (IPD) ແລ້ວມີການຜ່າຕັດທີ່ບໍ່ຕ້ອງນອນໂຮງໝໍ ກໍສາມາດເບີກຄ່າຮັກສາໄດ້ ທັງນີ້ຕ້ອງສຶກສາວ່າ ມີພະຍາດຫຍັງທີ່ຄຸ້ມຄອງໃນນະໂຍບາຍນໍາ.

8. ເມື່ອໄດ້ຮັບນະໂຍບາຍແລ້ວ ລູກຄ້າມີສິດຍົກເລີກສັນຍາພາຍໃນ 15 ມື້ ຖ້າລາຍລະອຽດທີ່ລູກຄ້າຊື້ບໍ່ເປັນໄປຕາມທີ່ລູກຄ້າຕ້ອງການ ໃນກໍລະນີນີ້ຈະມີຄ່າໃຊ້ຈ່າຍໃນການຍົກເລີກປະມານ ແສນກີບ.

9. ນັກລົງທຶນມັກຈະສົມທຽບການຊື້ປະກັນ ແລະ ການລົງທຶນໃນສິນຊັບອື່ນໆ ວ່າໃຫ້ຜົນຕອບແທນໜ້ອຍ ບາງເທື່ອກໍສົມປຽບບໍ່ໄດ້ ເພາະການຄຸ້ມຄອງທີ່ໄດ້ບໍ່ຄືກັນ.

10. ປະກັນບາງປະເພດເຊັ່ນ: ປະກັນຜູ້ສູງອາຍຸ ທີ່ຕ້ອງຕອບບັນຫາສຸຂະພາບ (ມີພະຍາດປະຈໍາຕົວ) ຖ້າເສຍຊີວິດພາຍໃນ 2 ປີ ບໍລິສັດປະກັນຈະສົ່ງເງິນຄ່າເບ້ຍປະກັນ + ອັດຕາດອກເບ້ຍ ຖ້າເສຍຊີວິດປີທີ 3 ເປັນຕົ້ນໄປ ຈະໄດ້ຮັບເງິນຕາມທຶນປະກັນ.

11. ເມື່ອໄດ້ຮັບນະໂຍບາຍ ທ່ານຕ້ອງອ່ານນະໂຍບາຍຕ່າງໆຢ່າງລາຍລະອຽດ.

ຂໍ້ມູນຈາກ: TARGET Magazine Page

ແບ່ງປັນ