Breaking News

ຍິນດີນໍາ!!! ເຈົ້າພໍ່ຜູ້ໄທ “ເທີ ຢູນາ” ສູ່ຂໍແຟນສາວແບບລຽບງ່າຍ ພ້ອມບອກວ່າ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ”

ແບ່ງປັນ

ເມື່ອບໍ່ດົນມານີ້ຫຼາຍຄົນກໍໄດ້ເຫັນເຈົ້າພໍ່ຜູ້ໄທແຫ່ງແດນປາແດກດິບຢ່າງ  “ເທີ ຢູນາ”  ຂຶ້ນສະຖານະແຕ່ງງານກັນໄປແລ້ວໝາດໆເຊິ່ງໄດ້ສ້າງຄວາມຮືຮາຢູ່ໃນໂລກອອນລາຍວ່າແມ່ນແທ້ ຫຼືບໍ  ແຕ່ຫຼ້າສຸດກໍໄດ້ເຫັນພາບຈັດງານໝັ້ນຂອງ “ເທີ ຢູນາ” ອອກມາ ຖືໄດ້ວ່າເປັນງານໝັ້ນທີ່ມີຄວາມລຽບງ່າຍ ແຕ່ເຕັມປ່ຽມໄປດ້ວຍຄວາມອົບອຸ່ນທ່າມກາງພໍ່ແມ່ພີ່ນ້ອງ ໝູ່ເພື່ອນມາຮ່ວມຍິນດີນໍາສູ່ສົມຣົດໃໝ່  ເຊິ່ງລຸງເທີກໍໄດ້ໂພສວ່າ:

“ງ່າຍໆຕາມຮີດຄອງຜູ້ໄທແບບປູ່ຍ່າຕາຍາຍເຮົາແຕ່ງກັນ ທໍ່ຍາດຕິພີ່ນ້ອງລະແລ້ວໂລດ ບໍ່ໃຫ້ຫຍຸ້ງຍາກ ຂີ້ຄ້ານລຳໄລ ບໍ່ມີປາຕີ້ ບໍ່ມີງັນດອງລະບົບດຽວກັນກັບບັກຂີ້ມ້ຽງໃນໜັງສັ້ນນາຮັງນ້ອຍ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ” ການຈັດງານດອງຍິ່ງໃຫຍ່ອາດຈະບໍ່ແມ່ນການເອົາໜ້າເອົາຕາໃຫ້ພີ່ນ້ອງຢ່າງແທ້ຈິງ ແຕ່ງກັນໄປແລ້ວພ້ອມກັນສ້າງພ້ອມກັນສາໃຫ້ຮັ່ງມີດີໄດ້ ຮັກກັນແພງກັນຈົນແກ່ເຖົ້າ ເປັນທີ່ເພິ່ງພາອາໄສຂອງພໍ່ແມ່ພີ່ນ້ອງແລະສັງຄົມໄດ້ ແບບນັ້ນຕ່າງຫາກຍາດຕິພີ່ນ້ອງຈຶ່ງມີໜ້າມີຕາຢ່າງແທ້ຈິງ ຈົບຂ່າວ”.

 

ແນວໃດ ທາງຂວັນໃຈກໍຂໍສະດງຄວາມຍິນດີນໍາ ຄູ່ຂອງເຈົ້າພໍ່ຜູ້ໄທ “ເທີ ຢູນາ” ແລະ ແຟນສາວ ຂໍໃຫ້ເປັນຜົວແກ້ວເມຍທິບ ຜົວຄໍ້າເມຍຄູນ ມີລູກເຕັມບ້ານ ຫຼານເຕັມເມືອງ ຮັກກັນຕະຫຼອດໄປເດີ້!!!

ແບ່ງປັນ