Breaking News

Entertainment Lao

ສ່ອງ!! ເຊັນ ເຊຍຢ້າ ໜຸ່ມນ້ອຍສຸດຫລໍ່ຜູ້ຊະນະເລີດຈາກເວທີ LAOS Super Model 2016 ສູ່ ຜູ້ຊະນະເລີດເວທີ Fashion Fair 2019 ແລະ ເວທີອື່ນໆອີກຫຼາຍ…

ເວລາຜ່ານໄປ ໄວປານຂີ້ຕົວະ ບໍ່ພໍເທົ່າໃດໜຸ່ມນາຍແບບ ສຸດຮອດ  ສຸດຫລໍ່ ຜູ້ຊະນະເລີດ ຈາກເວທີ  LAOS Super Model  2016 (ລາວ ຊຸບເປີໂມເດວ ລຸ້ນເຍົາວະຊົນ) ກໍໃຫຍ່ເປັນບ່າວແລ້ວ ສໍາລັບ ໜຸ່ມນ້ອຍ ອະພິວັດ ປຮະໄພ  ຫຼື ນ້ອງ ເຊັນເຊຍຢ້າ ຕັ້ງແຕ່ເລີ່ມເຂົ້າສູ່ວົງການ ພວກເຮົາກໍເຫັນຜົນງານຂອງໜຸ່ມນ້ອຍຄົນມາເລື້ອຍໆ ບໍ່ວ່າຈະເປັນເດີນແບບ-ຖ່າຍແບບ ແລະ ເດີນສາຍປະກວດຈົນສາມາດກວດລາງວັນຈາກເວທີ ດັງໆ ທັງພາຍໃນ ແລະ ຕ່າງປະເທດ ນອກຈາກນັ້ນເຊຢ້າ ຍັງມີຄວາມສາມາດພິເສດ ຄື ການຫຼີ້ນດົນຕີ (ກິຕ້າ) ຮ້ອງເພັງ,  ເຕັ້ນ Cover ເພັງດັງ   ເຊິ່ງເຮົາຈະມັກເຫັນຜົນງານທີ່ປ່ອຍອອກມາຜ່ານ ເພສ Aphiwat Saint Seiya  ເອີ້ນໄດ້ວ່າ ອາຍຸນ້ອຍ ແຕ່ຄົບເຄື່ອງເລື່ອງຄວາມສາມາດອີຫຼີ  ແລະ ລ່າສຸດເຮົາກໍເຫັນໜຸ່ມນ້ອຍຄົນນີ້ ທີ່ງານ …

Read More »

ເຜີຍໂສມໜ້າ!!! 30 ນາງສາວ ທີ່ຜ່ານເຂົ້າຮອບ… ຮ່ວມໂຫວດຄົນທີ່ຢາກໃຫ້ເປັນ ນາງສາວນະຄອນຫຼວງ 2020

ເວທີການປະກວດ ນາງສາວນະຄອນຫຼວງວຽງຈັນຖືໄດ້ວ່າ ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ແມ່ຍິງລາວ ໄດ້ສະແດງຄວາມຮູ້ ຄວາມສາມາດ ສະແດງສັກກະຍະພາບຂອງຕົນເອງ ພ້ອມທັງເປັນການສົ່ງເສີມ ແລະ ເຜີຍແຜ່ວັດທະນະທໍາລາວໃຫ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ວ່າແມ່ຍິງລາວເຮົາ ກໍເກັ່ງບໍ່ແພ້ໃຜໃນໂລກນີ້ຄືກັນ   ສໍາລັບການປະກວດ ນາງສາວນະຄອນຫຼວງ ໃນຮອບຄັດເລືອກ ໄດ້ເລີ່ມຕົ້ນຂຶ້ນ  ໃນວັນເສົາ-ອາທິດ ທີ່ 8-9 ກຸມພາ 2020 ທີ່ຜ່ານມາ ເຊິ່ງເປັນຮອບຄັດເລືອກຈາກນາງສາວ 50 ນາງສາວ  ເຫຼືອພຽງ 30 ນາງສາວ ເພື່ອເຂົ້າສູ່ຮອບຕໍ່ໄປ ເວົ້າໄດ້ວ່າແຕ່ລະນາງສາວ ທັງງາມ ທັງເກັ່ງ ແລະ ມີຄວາມສາມາດທີ່ແຕກຕ່າງກັນ ເອີ້ນໄດ້ວ່າບໍ່ທໍາມະດາອີຫຼີ !!!!  ຕອນນີ້ເອົາເປັນວ່າເຮົາມາຮ່ວມໂຫວດ ຮ່ວມເຊຍ ໃຫ້ກໍາລັງໃຈ ສາວໆທັງ 30​ ຄົນ ແລະ ມາລຸ້ນນໍາກັນວ່າໃຜຈະໄດ້ຄອງຕໍາແໜ່ງ ນາງສາວນະຄອນຫຼວງປະຈໍາປີ 2020 ນີ້!!!   ແຟນໆຄົນໃດມີຄົນທີ່ຮັກມັກເຊຍຢູ່ແລ້ວກໍຄອມເມັ້ນມາບອກກັນແດ່ເດີ້… ຂອບໃຈຮູບພາບຈາກເພສ:  …

Read More »

ຮ່ວມສົ່ງໃຈເຊຍ!!! ອາລີຢາ ສີຣິໂສພາ Miss Queen Laos 2020 ສາວປະເພດສອງຕົວແທນປະເທດລາວ ທີ່ຈະໄປປະກວດ Miss International Queen 2020

ປັດຈຸບັນ ການສົ່ງເສີມເລື່ອງສິດສະເໝີພາບ ແລະ ການເຄົາລົບສິດທິທາງເພດຢູ່ໃນສັງຄົມລາວ ແມ່ນເປັນທີ່ຍອມຮັບຫຼາຍຂຶ້ນ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດສາມາດອອກມາສະແດງສັກກາຍາພາບ ຄວາມສາມາດຂອງຕົນເອງໃຫ້ສັງຄົມໃຫ້ຮັບຮູ້ຫຼາຍຂຶ້ນ… ເຊິ່ງເມື່ອບໍ່ດົນມານີ້ ປະເທດລາວເຮົາກໍໄດ້ໃຫ້ມີການປະກວດສາວງາມ (ສາວປະເພດສອງ) ເວທີ Miss Power Queen Laos ຂຶ້ນ ເຊິ່ງກໍໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ. ນອກຈາກນັ້ນ ເຮົາຍັງສັງເກດເຫັນວ່າ ບັນດາກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດກ້າທີ່ຈະອອກມາປະກາດເຖິງຕົວຕົນຂອງຕົນເອງຫຼາຍຂຶ້ນ ລວມໄປເຖິງເວທີນາງງາມຕ່າງໆທີ່ເກີດຂຶ້ນຢູ່ໃນລະດັບສາກົນ ສາວງາມປະເພດສອງຂອງລາວເຮົາກໍໄດ້ໂອກາດໄປຮ່ວມສະແດງຄວາມສາມາດເຊັ່ນກັນ… ຄືດັ່ງສາວງາມຄົນນີ້ ອາລີຢາ ສີຣິໂສພາ ຫຼື (ລີຍາ)  Miss Queen Laos 2020 ທີ່ປັດຈຸບັນກໍາລັງກຽມຕົວເດີນທາງໄປປະກວດເວທີ Miss international Queen 2020 ທີ່ຈະຈັດຂຶ້ນ ໃນວັນທີ 7 ມີນາ 2020 ນີ້ ທີ່ບາງກອກ ປະເທດໄທ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃ ແລະ ແຮງເຊຍໃຫ້ສາວງາມຕົວແທນປະເທດລາວໄດ້ເຂົ້າໄປເຖິງຮອບເລິກໆ ເພື່ອສະແດງເອກະລັກຄວາມເປັນລາວໃຫ້ກັບຕ່າງຊາດໃຫ້ຮັບຮູ້ນໍາກັນຫຼາຍໆເດີ້!!!   ທຸກຄົນສາມາດ ຮ່ວມສົ່ງໃຈໄປເຊຍ ແລະ ຊ່ວຍໂຫວດ …

Read More »

ດຣາມ່າດຸເດືອດກວ່າເກົ່າ!! “ຜູ້ຊະນະການປະກວດນາງງາມເວທີດັງຖືກຍາດມົງໄປຖ່າຍແບບ” ບໍ່ມີວີ່ແວວການຊີ້ແຈງ ພ້ອມທັງປ່ຽນຊື່ເພຈໃໝ່ໝາຍຄວາມວ່າແນວໃດ??

ສົງຄາມຍັງບໍ່ຈົບຢ່າຟ້າວນັບສົບທະຫານ… ສົງຄາມນາງງາມຈາກເວທີດັງ power queen – power queen laos ເວທີການປະກວດນາງສາວງາມ ສາວປະເພດສອງ ທີ່ຫາກໍຈັດຂຶ້ນເປັນປີທໍາອິດ ປີ 2019 ທີ່ຫາກໍຈົບລົງໄປເມື່ອບໍ່ດົນມານີ້ ແລະ ກໍມີກະແສດຣາມ່າເກີດຂຶ້ນຢ່າງດຸເດືອດ ລະຫວ່າງຜູ້ທີ່ຊະນະການປະກວດ ແລະ ຜູ້ໄດ້ຮັບຕໍາແໜ່ງຮອງ ເມື່ອບໍ່ດົນມານີ້ເຊັ່ນກັນ… ເຊິ່ງຈຸດເລີ່ມຕົ້ນຂອງດຣາມ່າເລື່ອງນີ້ແມ່ນ ມາຈາກການຖ່າຍແບບຂອງ ນາງສາວຜູ້ທີ່ຮັບຕໍາແໜ່ງຮອງອັນດັບໜຶ່ງ ທີ່ໄດ້ນໍາເອົາມົງກຸດຂອງຜູ້ຊະນະໄປໃສ່ ຫຼັງຈາກນັ້ນຈຶ່ງເກີດມີການປະຈານທັງຜູ້ທີ່ໃສ່ ແລະ ທາງກອງປະກວດເອງ!! ຫຼັງຈາກເກີດມີກະແສດຣາມ່າດັ່ງກ່າວ ກໍເຮັດໃຫ້ຊາວເນັດ ແລະ ແຟນນາງງາມໃຫ້ຄວາມສົນໃຈຫຼາຍພໍສົມຄວນ ແຕ່ທາງກອງປະກວດກໍໄດ້ອອກມາແຈ້ງການແລ້ວວ່າ ຈະມີການຊີ້ແຈງຜ່ານທາງເພຈຫຼັກຂອງກອງປະກວດນັ້ນກໍຄື power queen – power queen laos ເຊິ່ງຫຼາຍຄົນກໍຖ້າຕິດຕາມຢູ່ ແຕ່ມາຈົນຮອດປັດຈຸບັນກໍຍັງບໍ່ມີວີ່ແວວການຊີ້ແຈງເພື່ອຄວາມກະຈ່າງແຈ້ງຕໍ່ມວນຊົນໃດໆ ແຖມຍັງເກີດດຣາມ່າໜັກຂຶ້ນກວ່າເກົ່າ ບໍ່ວ່າຈະເປັນການໂພສປະຈານກັນໄປມາຂອງທັງ 2ຝ່າຍ ແລະ ທາງເພຈຫຼັກຂອງກອງປະກວດເອງກໍໄດ້ທໍາການປ່ຽນຊື່ເພຈມາເປັນ JoJo TTChannel – MC JoJo Laos ພ້ອມທັງລົບຮູບພາບນາງງາມທີ່ໄດ້ຕໍາແໜ່ງອອກ …

Read More »

ດຣາມ່າເກີດ!! ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ປີທໍາອິດ ຖືກຍາດມົງໄປຖ່າຍແບບ… ລໍຖ້າການຊີ້ແຈງຈາກກອງປະກວດ!!

ກໍາລັງເປັນກະແສແຮງພໍສົມຄວນໃນຕອນນີ້ ສໍາລັບເວທີນາງງາມດັງ Miss Power Queen Laos ເປັນເວທີທີ່ເປີດໂອກາດໃຫ້ ສາວປະເພດສອງ ໄດ້ມາສະແດງຄວາມສາມາດ ແລະ ປະກາດຄວາມເທົ່າທຽມກັນໃນທຸກເພດ ທີ່ຫາກໍຈັດຂຶ້ນເປັນປີທໍາອິດຄືປີ 2019 ທີ່ຜ່ານມາ ແລະ ຜູ້ທີ່ຮັບຕໍາແໜ່ງເປັນ Miss Power Queen Laos ຄົນທໍາອດກໍຄື ທ້າວ ໄຊນິພອນ ທອງດາລາ ນັ້ນກໍໝາຍຄວາມວ່າມຸງກຸດອັນຊົງກຽດທີ່ສຸດຂອງເວນີ້ແມ່ນ ຕົກເປັນຂອງ ໄຊນິພອນ ນັ້ນເອງ… ເຊິ່ງໃນຕອນນັ້ນ ສັງຄົມຕ່າງກໍຍົກຍ້ອງຊົມເຊີຍ ທີ່ສັງຄົມລາວໃຫ້ການຍອມຮັບໃນຄວາມສະເໝີພາບຂອງເພດທີສາມ ຫຼືສາວປະເພດສອງ ພ້ອມທັງສະແດງຄວາມຍິນດີນໍາຜູ້ຄອງຕໍາແໜ່ງປີທໍາອິດ ຄື ໄຊນິພອນ ວ່າເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ… ແຕ່ຂ່າວຄາວສະແດງຄວາມຊົມເຊີຍຍັງບໍ່ຈາງ ກໍເກີດມີກະແສດຣາມ່າຂຶ້ນ ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ຄື ໄຊນິພອນ ໄດ້ອອກມາໂພສ ຂໍ້ຄວາມ ພ້ອມດ້ວຍຮູບພາບຂອງ ຊ້າງ ສຸກທິວົງ …

Read More »