Breaking News

ດຣາມ່າດຸເດືອດກວ່າເກົ່າ!! “ຜູ້ຊະນະການປະກວດນາງງາມເວທີດັງຖືກຍາດມົງໄປຖ່າຍແບບ” ບໍ່ມີວີ່ແວວການຊີ້ແຈງ ພ້ອມທັງປ່ຽນຊື່ເພຈໃໝ່ໝາຍຄວາມວ່າແນວໃດ??

ແບ່ງປັນ

ສົງຄາມຍັງບໍ່ຈົບຢ່າຟ້າວນັບສົບທະຫານ… ສົງຄາມນາງງາມຈາກເວທີດັງ power queen – power queen laos ເວທີການປະກວດນາງສາວງາມ ສາວປະເພດສອງ ທີ່ຫາກໍຈັດຂຶ້ນເປັນປີທໍາອິດ ປີ 2019 ທີ່ຫາກໍຈົບລົງໄປເມື່ອບໍ່ດົນມານີ້ ແລະ ກໍມີກະແສດຣາມ່າເກີດຂຶ້ນຢ່າງດຸເດືອດ ລະຫວ່າງຜູ້ທີ່ຊະນະການປະກວດ ແລະ ຜູ້ໄດ້ຮັບຕໍາແໜ່ງຮອງ ເມື່ອບໍ່ດົນມານີ້ເຊັ່ນກັນ… ເຊິ່ງຈຸດເລີ່ມຕົ້ນຂອງດຣາມ່າເລື່ອງນີ້ແມ່ນ ມາຈາກການຖ່າຍແບບຂອງ ນາງສາວຜູ້ທີ່ຮັບຕໍາແໜ່ງຮອງອັນດັບໜຶ່ງ ທີ່ໄດ້ນໍາເອົາມົງກຸດຂອງຜູ້ຊະນະໄປໃສ່ ຫຼັງຈາກນັ້ນຈຶ່ງເກີດມີການປະຈານທັງຜູ້ທີ່ໃສ່ ແລະ ທາງກອງປະກວດເອງ!! ຫຼັງຈາກເກີດມີກະແສດຣາມ່າດັ່ງກ່າວ ກໍເຮັດໃຫ້ຊາວເນັດ ແລະ ແຟນນາງງາມໃຫ້ຄວາມສົນໃຈຫຼາຍພໍສົມຄວນ ແຕ່ທາງກອງປະກວດກໍໄດ້ອອກມາແຈ້ງການແລ້ວວ່າ ຈະມີການຊີ້ແຈງຜ່ານທາງເພຈຫຼັກຂອງກອງປະກວດນັ້ນກໍຄື power queen – power queen laos ເຊິ່ງຫຼາຍຄົນກໍຖ້າຕິດຕາມຢູ່ ແຕ່ມາຈົນຮອດປັດຈຸບັນກໍຍັງບໍ່ມີວີ່ແວວການຊີ້ແຈງເພື່ອຄວາມກະຈ່າງແຈ້ງຕໍ່ມວນຊົນໃດໆ ແຖມຍັງເກີດດຣາມ່າໜັກຂຶ້ນກວ່າເກົ່າ ບໍ່ວ່າຈະເປັນການໂພສປະຈານກັນໄປມາຂອງທັງ 2ຝ່າຍ ແລະ ທາງເພຈຫຼັກຂອງກອງປະກວດເອງກໍໄດ້ທໍາການປ່ຽນຊື່ເພຈມາເປັນ JoJo TTChannel – MC JoJo Laos ພ້ອມທັງລົບຮູບພາບນາງງາມທີ່ໄດ້ຕໍາແໜ່ງອອກ ແລ້ວປ່ຽນມາເປັນຮູບພາບສ່ວນຕົວ!! ຈາກເຫດການນີ້ຈຶ່ງເຮັດໃຫ້ຊາວເນັດ ແລະ ແຟນນາງງາມເກີດຄວາມງຸນງົງກັນໄປຕາມໆກັນ ພ້ອມທັງຮຽກຮ້ອງໃຫ້ທາງກອງປະກວດອອກມາຊີ້ແຈງໂດຍໄວທີ່ສຸດ ເພື່ອຄວາມກະຈ່າງແຈ້ງຕໍ່ມວນຊົນ ແລະ ບໍ່ສົ່ງຜົນເສຍໃຫ້ກັບວົງການນາງງາມລາວເຮົາເອງ…

ເພຈຫຼັກທາງກອງປະກວດປ່ຽນຊື່ໃໝ່ແລ້ວ!!

ຈູດເລີ່ມຕົ້ນຂອງດຣາມ່າ

ຜ່ານໄປເກືອບອາທິດຍັງບໍ່ມີການຊີ້ແຈງໃດໆ

ໂພສຈາກເພຈຫຼັກ ຫຼັງຈາກທີ່ປ່ຽນຊື່ໃໝ່

ຄອມເມັ້ນແບບນີ້ໝາຍຄວາມວ່າແນວໃດ?

ໄຊນິພອນ Miss power queen laos  2019

 

ຊ້າງ ຮອງອັນດັນໜຶ່ງ Miss power queen laos  2019

 

ແບ່ງປັນ