Breaking News

ການສ້າງຄວາມສຸກ!!! ໃນການເຮັດວຽກ…

ແບ່ງປັນ

ຄວາມສຸກ ເປັນສິ່ງທຸກຄົນປາຖະໜາ ບໍ່ວ່າຈະເປັນໃນແງ່ມຸມຂອງຊີວິດສ່ວນຕົວ ຄອບຄົວ ຫຼືການເຮັດວຽກ ຄົນທີ່ມີຄວາມສຸກ ຄືຄົນທີ່ມີທັດສະນະຄະຕິທີ່ດີ ຄິດບວກ ຢູ່ສະເໝີ  ເຊິ່ງໂດຍທົ່ວໄປແລ້ວຄົນໄປເຮັດວຽກໃຊ້ເວລາບໍ່ຕໍ່າກວ່າໜື່ງສ່ວນສາມຂອງແຕ່ລະມື້ ໃຊ້ຊີວິດ ຢູ່ບ່ອນເຮັດວຽກ ແລະ ປຽບສະເໝືອນບ້ານຫຼັງທີ່ສອງ ດັ່ງນັ້ນ, ຖ້າບ່ອນເຮັດວຽກນ່າຢູ່ ຄົນທີ່ເຮັດວຽກກໍຢາກໄປເຮັດວຽກ ແລະ ຢາກສະແດງຜົນງານໃຫ້ດີທຸກມື້ ສະນັ້ນ, ຈະເຫັນໄດ້ວ່າບ່ອນເຮັດວຽກມີບົດບາດສໍາຄັນຕໍ່ຄວາມສຸກຂອງບຸກຄົນຫຼາຍ ຖ້າບ່ອນເຮັດວຽກນ່າຢູ່ ຄົນກໍຈະແຂງແຮງ ແລະ ມີຄວາມສຸກ ພະນັກງານກໍຈະມີປະສິດທິຜົນໃນໄລຍະຍາວ ການສ້າງຄວາມສຸກໃນການເຮັດວຽກຈື່ງເປັນສິ່ງຈໍາເປັນຫຼາຍໃນການປະຕິບັດວຽກງານໃນອົງກອນ ເຮົາມາດສ້າງຄວາມສຸກໃນການເຮັດວຽກໄດ້ດ້ວຍວິທີນີ້:

1. ການແກ້ໄຂບັນຫາຢ່າງຖືກວິທີ:  ການເຮັດວຽກລ້ວນແຕ່ມີບັນຫາເປັນເລື່ອງທໍາມະດາ  ຢ່າແກ້ໄຂບັນຫາໂດຍການໃຊ້ອາລົມ ຈະເຮັດໃຫ້ເຮົາຄຽດຂຶ້ນ ທຸກບັນຫາລ້ວນແຕ່ມີທາງອອກ ຈົ່ງຫາຄົນຊ່ວຍ ເຝິກການຖາມ ແກ້ໄຂບັນຫາໄດ້ ກໍຈະສະບາຍໃຈ ຫາຍຄຽດ

2. ພັດທະນາທັກສະໃນການເຮັດວຽກ:  ບາງຄົນເຮັດວຽກບໍ່ຖະນັດ ວຽກທີ່ຍາກ ບໍ່ກົງກັບຄວາມສາມາດຂອງຕົນເອງ ຈົນເຮັດໃຫ້ວຽກອອກມາບໍ່ດີ ໝົດກຳລັງໃຈໃນການເຮັດວຽກ ການພັດທະນາຕົວເອງຈະປະສົບຜົນສໍາເລັດກັບວຽກຫຼາຍຂຶ້ນ  ໄດ້ຮັບການຍອມຮັບຈາກຫມູ່ຮ່ວມງານ ແລະ ຫົວໜ້າ ເຮົາກໍຈະມີຄວາມສຸກໃນການເຮັດວຽກຫຼາຍຂຶ້ນ

3. ການປັບສິ່ງແວດລ້ອມໃນສະຖານທີ່ເຮັດວຽກ: ຈັດວາງສິ່ງຂອງໃຫ້ເປັນລະບຽບຫາພາບຄອບຄົວ ຄົນຮັກ ຫຼືສິ່ງຂອງທີ່ມີຄຸນຄ່າທາງຈິດໃຈວາງໄວ້ໃກ້ຕົວ ເພື່ອເຕືອນໃຫ້ມີກຳລັງໃຈໃນການເຮັດວຽກ

4. ບໍລິຫານເວລາຢ່າງເໝາະສົມ: ຈະຊ່ວຍໃຫ້ການເຮັດວຽກມີປະສິດທິພາບໄດ້ຫຼາຍຂຶ້ນ ມີເວລາເຫຼືອພັກຜ່ອນ ແລະ ເຮົາມາຄິດເບິ່ງວ່າໃຊ້ເວລາແຕ່ລະມື້ໄປກັບເລື່ອງໃດແດ່ ເພື່ອຈັດແບ່ງເວລາໃຫ້ເໝາະສົມ ທັງການເຮັດວຽກ ສັງສັນ ຄອບຄົວ ແລະ ພັກຜ່ອນ

5. ປັບປ່ຽນຄວາມຄິດ: ຖ້າເຮົາຮູ້ຈັກປັບປ່ຽນຄວາມຄິດໃນແງ່ມຸມໃຫມ່ ຈະຊ່ວຍໃຫ້ຄຽດໜ້ອຍລົງ ຖ້າຮູ້ສຶກຕົວເອງຄິດຫຼາຍຫາທາງອອກບໍ່ໄດ້ ຄວນຢຸດຄິດຊົ່ວຄາວ ຫຼັງຈາກນັ້ນກັບມາຄິດຢ່າງມີເຫດຜົນ ຄິດແບບຄົນອື່ນຄິດ ແລະ ຄິດຮອດຄົນອື່ນ

6. ພັກຜ່ອນ: ຫຼັງຈາກເລິກວຽກ ເຮົາກໍຄວນພັກຜ່ອນເພື່ອຜ່ອນຄາຍຈິດໃຈ ເຮັດໃຫ້ພ້ອມທີ່ຈະກັບໄປເຮັດວຽກໄດ້ຢ່າງມີປະສິດທິພາບ  ກິດຈະກຳພັກຜ່ອນຢ່ອນໃຈມີຫຼາຍຢ່າງ ຄວນເລືອກໃນສິ່ງທີ່ແຕກຕ່າງຈາກການເຮັດວຽກ

7. ຮູ້ຈັກຢືນຢັນສິດທິຂອງຕົນ: ຄວາມຄຽດອາດເກີດຈາກການເກງໃຈຜູ້ອື່ນຫຼາຍເກີນໄປ ສິດທິທີ່ຄວນຮັກສາ ຄື ສິດທິທີ່ຈະປະຕິເສດຢ່າງມີເຫດຜົນ ສິດທິທີ່ຈະເຮັດວຽກຂອງຕົນໃຫ້ສໍາເລັດ ສິດທິປ່ຽນໃຈເມື່ອໄດ້ຂໍ້ມູນໃໝ່

8. ສ້າງຄວາມສໍາພັນທີ່ດີຕໍ່ກັບເພື່ອນຮ່ວມງານ: ການສ້າງຄວາມສໍາພັນທີ່ດີກັບໝູ່ຮ່ວມງານ ສາມາດເຮັດໄດ້ໂດຍເອົາໃຈເຂົາມາໃສ່ໃຈເຮົາຢູ່ສະເໝີ ເປັນຜູ້ຟັງທີ່ດີ ຄິດກ່ອນເວົ້າ ວິເຄາະຄວາມຕ້ອງການຂອງຄົນອື່ນ ບໍ່ຄວນເອົາແຕ່ໃຈ

9. ສະແດງອາລົມຢ່າງເໝາະສົມ: ການສະແດງອາລົມທີ່ບໍ່ເໝາະສົມ ເຮັດໃຫ້ເກີດຄວາມຄຽດ ຄວນເຝິກຄວບຄຸມອາລົມ ຈື່ງບໍ່ເກີດບັນຫາພາຍຫຼັງ ເມື່ອອາລົມດີ ຄວນສະແດງອອກດ້ວຍການຍິ້ມ ເພື່ອໃຫ້ຄົນທີ່ໃກ້ຊິດຮູ້ສຶກດີ

10. ເວົ້າຢ່າງສ້າງສັນ: ຈະຊ່ວຍສ້າງບັນຍາກາດທີ່ດີໃນການເຮັດວຽກ ຄໍາວ່າ ສະບາຍດີ ຂໍໂທດ ຂອບໃຈ ເປັນຄໍາເວົ້າ ທີ່ຄວນຕິດປາກ ຈະຊ່ວຍປະສານຄວາມເຂົ້າໃຈ ຫຼຸດຄວາມຂັດແຍ້ງໃນການເຮັດວຽກ ຈະຊ່ວຍຕັດບັນຫາ ຫຼຸດຜ່ອນຄວາມຄຽດ

ເຫັນບໍວ່າ ການສ້າງຄວາມສຸກໃນການເຮັດວຽກສາມາດເຮັດໄດ້ບໍ່ຍາກ ໂດຍເລີ່ມຈາກຕົວເຮົາເອງກ່ອນ ດ້ວຍການປັບປ່ຽນຄວາມຄິດ ແລະ ທັດສະນະຄະຕິໃນການເຮັດວຽກ ເບິ່ງໂລກໃນແງ່ບວກ ເຊື່ອວ່າເຮົາກໍຈະເຮັດວຽກໄດ້ຢ່າງມີຄວາມສຸກແນ່ນອນ

 

ແບ່ງປັນ