Breaking News

ສຸດຍອດຫຼາຍ!!! ສປປ ລາວ ຕິດ TOP 20 ປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ…

ແບ່ງປັນ

ໜັງສືພິມ ນິວຢອກໂພສ (New York Post) ລາຍງານກ່ຽວກັບ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ວ່າຫຼ້າສຸດ ໄດ້ມີປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ປະຈໍາປີ 2019 ໂດຍໃນນັ້ນ ສປປ ລາວ ເຮົາແມ່ນຕິດອັນດັບທີ 16 ຂອງ Top 20 ປະເທດທີ່ມີລາຍຊື່.​.. ອີງຕາມການລາຍງານທາງສະຖິຕິ ຂອງ UNWTO ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. ສະຖິຕິນີ້ ແມ່ນຄິດໄລ່ຈາກ ການເພີ່ມຂຶ້ນ ຂອງນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ທັງທາງບົກ, ທາງອາກາດ, ແລະ ທາງທະເລ.


ລາຍຊື່ TOP 20 ປະເທດ ທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ:
1. ມຽນມາ Myanmar 40.2%
2. ເປໂຕຣິໂກ້ Puerto Rico 31.2%
3. ອີຣານ Iran 27.9%
4. ອູເບກກິສຕານ Uzbekistan 27.3%
5. ມົນເຕເນໂກຣ Montenegro 21.4%
6. ອີຢິບ Egypt 21.1%
7. ຫວຽດນາມ Vietnam 16.2%
8. ຟິລິປິນ Philippines 15.1%
9. ມາລດິຟ Maldives 14.9%
10. ບາຮາມາສ Bahamas 14.6%
11. ກາຕ້າ Qatar 14.5%
12. ອານເມເນຍ Armenia 14.4%
12. ສ. ເກົາຫຼີ South Korea 14.4%
13. ຕຸລະກີ Turkey 14.0%
14. ບອສເນຍ ເຮີເຊໂກວີນາ Bosnia and Herzegovina 13.7%
15. ຕຸນີເຊຍ Tunisia 13.6%
16. ສປປ ລາວ Laos 11.5%
17. ອາເຊບາຍຊານ Azerbaijan 11.4%
18. ອິສະຣາເອລ Israel 10.5%
19. ລິດທູອາເນຍ Lithuania 10.1%
20. ກາຊັກສະຖານ Kazakhstan 10.0%

ສະຖານທີ່ທ່ອງທ່ຽວໃນລາວ… Traveling in Laos

 

ຂໍ້ມູນ: https://nypost.com/2020/02/03/have-you-traveled-to-the-worlds-fastest-growing-tourist-destinations/

ແບ່ງປັນ