Breaking News

ຮ່ວມສົ່ງໃຈເຊຍ!!! ອາລີຢາ ສີຣິໂສພາ Miss Queen Laos 2020 ສາວປະເພດສອງຕົວແທນປະເທດລາວ ທີ່ຈະໄປປະກວດ Miss International Queen 2020

ແບ່ງປັນ

ປັດຈຸບັນ ການສົ່ງເສີມເລື່ອງສິດສະເໝີພາບ ແລະ ການເຄົາລົບສິດທິທາງເພດຢູ່ໃນສັງຄົມລາວ ແມ່ນເປັນທີ່ຍອມຮັບຫຼາຍຂຶ້ນ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດສາມາດອອກມາສະແດງສັກກາຍາພາບ ຄວາມສາມາດຂອງຕົນເອງໃຫ້ສັງຄົມໃຫ້ຮັບຮູ້ຫຼາຍຂຶ້ນ… ເຊິ່ງເມື່ອບໍ່ດົນມານີ້ ປະເທດລາວເຮົາກໍໄດ້ໃຫ້ມີການປະກວດສາວງາມ (ສາວປະເພດສອງ) ເວທີ Miss Power Queen Laos ຂຶ້ນ ເຊິ່ງກໍໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ. ນອກຈາກນັ້ນ ເຮົາຍັງສັງເກດເຫັນວ່າ ບັນດາກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດກ້າທີ່ຈະອອກມາປະກາດເຖິງຕົວຕົນຂອງຕົນເອງຫຼາຍຂຶ້ນ ລວມໄປເຖິງເວທີນາງງາມຕ່າງໆທີ່ເກີດຂຶ້ນຢູ່ໃນລະດັບສາກົນ ສາວງາມປະເພດສອງຂອງລາວເຮົາກໍໄດ້ໂອກາດໄປຮ່ວມສະແດງຄວາມສາມາດເຊັ່ນກັນ… ຄືດັ່ງສາວງາມຄົນນີ້ ອາລີຢາ ສີຣິໂສພາ ຫຼື (ລີຍາ)  Miss Queen Laos 2020 ທີ່ປັດຈຸບັນກໍາລັງກຽມຕົວເດີນທາງໄປປະກວດເວທີ Miss international Queen 2020 ທີ່ຈະຈັດຂຶ້ນ ໃນວັນທີ 7 ມີນາ 2020 ນີ້ ທີ່ບາງກອກ ປະເທດໄທ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃ ແລະ ແຮງເຊຍໃຫ້ສາວງາມຕົວແທນປະເທດລາວໄດ້ເຂົ້າໄປເຖິງຮອບເລິກໆ ເພື່ອສະແດງເອກະລັກຄວາມເປັນລາວໃຫ້ກັບຕ່າງຊາດໃຫ້ຮັບຮູ້ນໍາກັນຫຼາຍໆເດີ້!!!

 

ທຸກຄົນສາມາດ ຮ່ວມສົ່ງໃຈໄປເຊຍ ແລະ ຊ່ວຍໂຫວດ ຈາກການເບິ່ງ ວິດີໂອນີ້ ໃຜທີ່ມີຄົນເຂົ້າເບິ່ງຈາກ Youtube ຫລາຍທີ່ສຸດ ເຂົ້າຮອບ 12 ຄົນ ສຸດທ້າຍ Miss international Queen ໂດຍອັດຕະໂນມັດ
ຝາກທຸກໆຄົນກົດໄລ້??ກົດແຊຣຊ່ວຍກັນ ເພື່ອໄຫ້ປະເທດລາວ??ຜ່ານເຂົ້າໄປໃນຮອບເລິກໆ

Facebook: Aliya Sirisopha

ແບ່ງປັນ