Breaking News

ກໍາລັງເປັນກະແສ!!! ມິຕິໃຫມ່ຂອງການຖ່າຍ Pre-wedding… ຈຸດເລີ່ມຕົ້ນຂອງຄວາມຮັກ (ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື)

ແບ່ງປັນ

ເທສະການງານດອງກຳລັງມາແຮງ ບ່າວ-ສາວ ຕ່າງກໍພາກັນຈູງມືເຂົ້າປະຕູວິວາຕາມໆກັນໄປ… ແລະ ກ່ອນທີ່ຈະຮອດມື້ງານຍາມດີ ສິ່ງທີ່ຂາດບໍ່ໄດ້ຂອງຄູ່ ບ່າວ-ສາວ ຍຸກນີ້ ກໍຄືການຖ່າຍຮູບ Pre-wedding ເຊິ່ງລ່າສຸດກໍມີພາບ Pre-wedding ຂອງຄູ່ບ່າວ-ສາວ ຄູ່ໜື່ງ ຢູ່ທີ່ປະເທດໄທ ປະເທດເພື່ອນຂອງເຮົານັ້ນເອງ  ເຊິ່ງກຳລັງເປັນທີ່ຮືຮາ ແລະ ມີຄົນໃຫ້ຄວາມສົນໃຈເຂົ້າມາສະແດງຄວາມຄິດເຫັນຫຼາຍ ຢູ່ໃນໂລກ Social  ຢ່າງຫຼວງຫຼາຍ ຫຼັງຈາກທີ່ມີຊື່ເຟສບຸກທີ່ຊື່ວ່າ ลุง บอย ໄດ້ໂພສພາບ ທີ່ເປັນມິຕິໃຫມ່ຂອງການຖ່າຍ Pre-wedding ໂດຍເຈົ້າສາວ ກຳລັງເປັນເຈົ້າແມ່ຕັ້ງວົງຫຼີ້ນໄພ້  ສ່ວນເຈົ້າບ່າວ ເປັນຕໍາຫຼວດ ເຊິ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ທັງສອງຄົນມາພົບກັນ ແລະ ຕົກລົງຄົບຫາດູໃຈກັນຈົນຕັດສິນໃຈແຕ່ງດອງນໍາກັນໃນທີ່ສຸດ… ຕ້ອງບອກເລີຍວ່າເປັນການຖ່າຍ Pre-wedding ທີ່ສຸດແປກໃຫມ່ ບໍ່ມີໃຜຄື ແລະ ບໍ່ຄືໃຜ ເພາະເປັນການເລົ່າເລື່ອງລາວຄວາມຮັກລະຫວ່າງສອງຄົນໄດ້ໜ້າຮັກທີ່ສູດດດ ຖ້າຢາກຮູ້ວ່າຈະໜ້າຮັກຂະໜາດໃດ ເຮົາເບິ່ງພາບນໍາກັນເລີຍ!!!

ຂອບໃຈຮູບພາບຈາກ Facebook : ลุง บอย

 

ແບ່ງປັນ