ສິດທິມະນຸດ ຄວາມເທົ່າທຽມ ການໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ຖືວ່າເປັນເລື່ອງສໍາຄັນໃນສັງຄົມຂອງເຮົາໃນປັດຈຸບັນ ທຸກຄົນຕ່າງກໍຊອກຫາຄວາມເທົ່າທຽມກັນໃນສັງຄົມຕະຫລອດເວລາ ບໍ່ວ່າຈະເປັນຄວາມເທົ່າທຽມທາງດ້ານ ການເງິນ, ສັງຄົມ ທີ່ຢູ່ອາໄສ ແຕ່ເຈົ້າຮູ້ ຫຼືບໍວ່າຍັງມີອີກກຸ່ມຄົນໜື່ງທີ່ຍັງລໍຖ້າໃຫ້ສັງຄົມຍອມຮັບ ເຄົາລົບ ແລະ ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເປັນ ນັ້ນກໍຄື ກຸ່ມຂອງ LGBT ຫຼື ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ມື້ນີ້ຂັວນໃຈ ຈຶ່ງຢາກໃຫ້ທຸກຄົນມາຮູ້ຈັກ ແລະ ເຂົ້າໃຈກັບຄົນກຸ່ມນີ້ຫຼາຍຂຶ້ນ…
LGBT ເປັນບຸກຄົນທີ່ມີອະໄວຍະວະສືບພັນທັງສອງເພດ (Intersex); ຫຼືເອີ້ນເປັນຄໍາສັບລວມແມ່ນ: ກຸ່ມຄົນຫຼາກຫຼາຍທາງເພດ (LGBT) ເຊິ່ງມາຈາກຕົວອັກສອນຂອງຄໍາຕ່າງໆດັ່ງນີ້:
L – ຫຍໍ້ມາຈາກຄໍາວ່າ (Lesbian) : ຄືຄວາມຮັກຂອງເພດຍິງທີ່ມີໃຫ້ກັບເພດຍິງຢ່າງດຽວ ຫຼືໃນອີກແງ່ມຸມໜື່ງຄື ເພດຍິງທີ່ຮັກເພດດຽວກັນ (ຍິງຮັກຍິງ)
G – ຫຍໍ້ມາຈາກຄໍາວ່າ (Gay): ຄືຄວາມຮັກຂອງເພດຊາຍທີ່ມີໃຫ້ກັນນັ້ນເອງ (ຊາຍຮັກຊາຍ)
B – ຫຍໍ້ມາຈາກຄໍາວ່າ (Bisexual): ແມ່ນຄວາມຮັກລະຫວ່າງເພດຍິງ ຫຼືເພດຊາຍ ທີ່ໃຫ້ກັບເພດດຽວກັນ ຫຼືເພດກົງກັນຂ້າມກໍໄດ້ (ບຸກຄົນທີ່ຮັກທັງເພດຍິງ ແລະ ຊາຍ)
T – ຫຍໍ້ມາຈາກຄໍາວ່າ (Transgender): ຄວາມໝາຍຄື “ບຸກຄົນຂ້າມເພດ” ໝາຍເຖິງບຸກຄົນທີ່ປ່ຽນແປງເພດຂອງຕົວເອງດ້ວຍຂັ້ນຕອນທາງການແພດ ເຊັ່ນ: ເຮັດສັນຍາກໍາ, ກິນຮໍໂມນ… ເປັນຕົ້ນ
ຂວັນໃຈ ເຊື່ອວ່າຄົນເຮົາທຸກຄົນເລືອກເກີດບໍ່ໄດ້ ແຕ່ເຈົ້າເລືອກໄດ້ວ່າຈະເປັນຄົນແບບໃດ ບໍ່ວ່າເຈົ້າຈະເປັນເພດໃດ ຂໍແຕ່ພຽງໃຫ້ຄົນດີ ແລະ ສ້າງຄຸນຄ່າຂອງຕົນເອງຂຶ້ນມາໃຫ້ສັງຄົມຍອມຮັບເຮົາໄດ້ກໍພໍ.
ຂອບໃຈຂໍ້ມູນ: TerraBKK.com – https://www.terrabkk.com/news/194961