Breaking News

ດຣາມ່າເກີດ!! ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ປີທໍາອິດ ຖືກຍາດມົງໄປຖ່າຍແບບ… ລໍຖ້າການຊີ້ແຈງຈາກກອງປະກວດ!!

ແບ່ງປັນ

ກໍາລັງເປັນກະແສແຮງພໍສົມຄວນໃນຕອນນີ້ ສໍາລັບເວທີນາງງາມດັງ Miss Power Queen Laos ເປັນເວທີທີ່ເປີດໂອກາດໃຫ້ ສາວປະເພດສອງ ໄດ້ມາສະແດງຄວາມສາມາດ ແລະ ປະກາດຄວາມເທົ່າທຽມກັນໃນທຸກເພດ ທີ່ຫາກໍຈັດຂຶ້ນເປັນປີທໍາອິດຄືປີ 2019 ທີ່ຜ່ານມາ ແລະ ຜູ້ທີ່ຮັບຕໍາແໜ່ງເປັນ Miss Power Queen Laos ຄົນທໍາອດກໍຄື ທ້າວ ໄຊນິພອນ ທອງດາລາ ນັ້ນກໍໝາຍຄວາມວ່າມຸງກຸດອັນຊົງກຽດທີ່ສຸດຂອງເວນີ້ແມ່ນ ຕົກເປັນຂອງ ໄຊນິພອນ ນັ້ນເອງ… ເຊິ່ງໃນຕອນນັ້ນ ສັງຄົມຕ່າງກໍຍົກຍ້ອງຊົມເຊີຍ ທີ່ສັງຄົມລາວໃຫ້ການຍອມຮັບໃນຄວາມສະເໝີພາບຂອງເພດທີສາມ ຫຼືສາວປະເພດສອງ ພ້ອມທັງສະແດງຄວາມຍິນດີນໍາຜູ້ຄອງຕໍາແໜ່ງປີທໍາອິດ ຄື ໄຊນິພອນ ວ່າເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ…

ແຕ່ຂ່າວຄາວສະແດງຄວາມຊົມເຊີຍຍັງບໍ່ຈາງ ກໍເກີດມີກະແສດຣາມ່າຂຶ້ນ ເມື່ອຜູ້ຄອງຕໍາແໜ່ງ Miss Power Queen Laos ຄື ໄຊນິພອນ ໄດ້ອອກມາໂພສ ຂໍ້ຄວາມ ພ້ອມດ້ວຍຮູບພາບຂອງ ຊ້າງ ສຸກທິວົງ ຮອງອັນດັບ 1 ຈາກເວທີດຽວກັນ ຜ່ານ Facebook ສ່ວນຕົວ Xainiphonekalon Thongdala ວ່າ “ສະບາຍດີ?? ລົບກວນກອງປະກວດ Power Queen Laos ອອກມາຊີ້ແຈງ ແລະ ອະທີບາຍ ແນ່ເດີ້ ເປັນຫຍັງມົງກຸດຂອງອັນດັບທີ່1 ຄືໄປໃຫ້ ຜູ້ໄດ້ຮອງໃສ່ຖ່າຍຮູບໄດ້! ທັ້ງໆທີ່ຂ້ອຍກໍ່ຍັງດຳລົງຕຳແຫນ່ງຢູ່! ຖ້າວ່າມີການປົດຕຳແຫນ່ງ ຫລື ຂ້ອຍເຮັດຫຍັງຜິດຕໍ່ກົດລະບຽບ ຄືບໍ່ເຫັນກອງປະກວດໂທມາໂອ້ລົມ ແລະ ຕົກລົງກັນ! ນີ້ຄືການຫັກຫນ້າກັນຊັດໆເດີ້ ຂໍເຊີນ ທ່ານ ອຳໄພວັນ ສຸພັນທອນ ປະທານກອງປະກວດອອກມາຊີ້ແຈງ ແລະ ອະທີບາຍແນ່ #ຂໍອະນຸຍາດເຈົ້າຂອງຮູບ

ຫຼັງຈາກໂພສນີ້ຖືກເຜີຍແຜ່ອອກສູ່ສາທາລະນະ ຈຶ່ງເຮັດໃຫ້ແຟນຄຣັບນາງງາມ ແລະ ໝູ່ເພື່ອນເຂົ້າໄປສະແດງຄວາມຄິດເຫັນຫຼາຍພໍສົມຄວນ ບາງຄອມເມັ້ນກໍບອກວ່າ ສັງເກດເຫັນວ່າເພຈຂອງກອງປະກວດສ່ວນຫຼາຍຈະມີແຕ່ຮູບຂອງຜູ້ຮອງຫຼາຍກວ່າຜູ້ໄດ້ຮັບຕໍາແໜ່ງ ບາງຄົນກໍສົງໄສວ່າ ຫຼັງຈາກໄດ້ຮັບຕໍາແໜ່ງເປັນຫຍັງຈຶ່ງບໍ່ມອບມຸງກຸດໃຫ້ຜູ້ຊະນະເລີຍ ຫຼືຍັງຈະເອົາໄປໃຊ້ໃນການປະກວດປີຕໍ່ໄປ… ໃນທີ່ສຸດກໍກາຍເປັນກະແສດຣາມ່າແຮງໃນສັງຄົມ Online ໂດຍສະເພາະຢູ່ທີ່ເພຈຫຼັກຂອງໂຄງການປະກວດ ເຊິ່ງກໍໄດ້ອອກມາໂພສເປັນຂໍ້ຄວາມວ່າ ຈະທໍາການຊີ້ແຈງເລື່ອງທີ່ເກີດຂຶ້ນໃນໄວໆນີ້… ແນວໃດ ຂວັນໃຈ ແລະ ແຟນນາງງາມທຸກຄົນກໍຂໍເປັນກໍາລັງໃຈໃຫ້ທັງສອງຝ່າຍ ຂໍໃຫ້ຕົກລົງກັນດ້ວຍຄວາມເຂົ້າໃຈເດີ້…

ຮູບທີ່ເຮັດໃຫ້ເກີດດຣາມ່າ

ຊ້າງ ສຸກທິວົງ ຮອງອັນດັບ 1 Miss Power Queen Laos

Miss Power Queen Laos 2019

ຮູບພາບຈາກ: Xainiphonekalon Thongdala

ແບ່ງປັນ