Breaking News

ຊຶ້ງໃຈແທນນ້ອງໆ! ອາດີດນັກຮ້ອງລູກທົ່ງຊື່ດັງ ເມກຂະຫຼາ ບໍລິຈາກເຄື່ອງກັນໜາວໃຫ້ເດັກນ້ອຍເຂດຫ່າງໄກ ພ້ອມເຜີຍ “ຢາກໃຫ້ຍ້ອນຕົນເອງເຄີຍຢູ່ຈຸດນັ້ນມາກ່ອນ”

ແບ່ງປັນ

ຖ້າຈະເວົ້າເຖິງເລື່ອງໂອກາດນັ້ນ ຫຼາຍທີ່ກໍາລັງອ່ານຢູ່ນີ້ຄົງຈະຮູ້ຈັກ ແລະ ໄດ້ຮັບໂອກາດອັນດີທີ່ສຸດແລ້ວ ຖ້າທຽບກັບເດັກນ້ອຍທີ່ຢູ່ເຂດຫ່າງໄກອີກຫຼາຍພັນຄົນ ທີ່ບາງຄົນນັ້ນບໍ່ຮູ້ຈັກຮອດຄໍາວ່າ ໂອກາດ ໃນຊີວິດຂອງເຂົາແມ່ນຫຍັງ? ຄືດັ່ງທີ່ໄລຍະຜ່ານມານີ້ທີ່ເລີ່ມເຂົ້າລະດູໜາວ ແລະ ໜາວແຮງເມື່ອອາທິດທີ່ຜ່ານມາ ກໍໄດ້ມີຂ່າວຄາວອອກມາຢ່າງຫຼວງຫຼາຍວ່າ ຍັງມີພໍ່ແມ່ປະຊາຊົນ ແລະ ເດັກນ້ອຍລາວອີກຫຼາຍຄອບຄົວໃນເຂດຫ່າງໄກທີ່ຂາດແຄນຜ້າຫົ່ມ, ເຄື່ອງນຸ່ງ ແລະ ເຄື່ອງກັນໜາວຕ່າງໆ ເຊິ່ງກໍໄດ້ມີການຮັບບໍລິຈາກ ຈາກຜູ້ທີ່ໄດ້ຮັບໂອກາດໃນຊີວິດຫຼາຍທ່ານໄປບໍລິຈາກແກ່ຄົນເຫຼົ່ານັ້ນ… ກໍຖືວ່າເປັນການແບ່ງປັນນໍ້າໃຈຂອງຄົນຮ່ວມຊາດທີ່ດີທີ່ສຸດ!!!

ຄືດັ່ງກັບ ອາດີດນັກຮ້ອງລູກທົ່ງສາວຊື່ດັງ ສຽງດີ ເມກຂະຫຼາ ສະບາພອນ ທີ່ປັດຈຸບັນຜັນຕົວເອງມາເຮັດທຸລະກິດຢ່າງເຕັມຕົວ ກໍໄດ້ນໍາເຄື່ອງກັນໜາວໄປບໍລິຈາກແກ່ເດັກນ້ອຍ ແລະ ພໍ່ແມ່ປະຊາຊົນລາວທີ່ຢູ່ເຂດຫ່າງໄກ ທີ່ຍັງຂາດແຄນຫຼາຍຢ່າງ ມັນເປັນໂມເມັ້ນທີ່ໜ້າປະທັບໃຈຫຼາຍ. ໂດຍ ເມກຂະຫຼາໄດ້ໂພສຮູບພາບດັ່ງກ່າວຜ່ານ Facebook ສ່ວນຕົວພ້ອມຂຽນແຄັບຊັ່ນຊຶ້ງໆວ່າ “ທີ່ ເມກຂະຫຼາ ມາປຸກລະດົມທຶນບໍລິຈາກ ເພຶ່ອແບ່ງປັນນຳ້ໃຈມອບອາຍອຸ່ນນີ້ ບໍ່ແມ່ນຍ້ອນເມກຂະຫຼາ ເປັນຄົນໃຈດີ, ເປັນຄົນໃຈບຸນ, ເປັນຄົນລໍ້າລວຍດອກ ແຕ່ເປັນຍ້ອນ ເມກຂະຫຼາ ເຄີຍພ່ານຈຸດນີ້ມາກ່ອນ ຈິ່ງເຂົ້າໃຈຄວາມຮູ້ສຶກດີ #ເຈົ້າເຄີຍບໍ່ເກັບເຂົ້າໝົມອົມທີ່ເຮ່ຍມີຂີ້ດີນຕິດແລ້ວມາອົມຕໍ່#ເຈົ້າເຄີຍນຸງເສຶ້ອກັນໜາວໂຕດຽວຮອດ3-4ປີບໍ່? #ເຈົ້າເຄີຍນອນຮົ່ມຜ້າຮົ່ມຜຶນດຽວຮອດ3-4ຄົນດຶງຊາຍຫວິດຂົວດຶງຂົວຫວິດຊາຍບໍ່? #ເຈົ້າເຄີຍກີນໄຂ່ໜ່ວຍ1ແບ່ງ4ບໍ່#ຄຳຖາມທີ່ຖາມມານັ້ນເມກຂະຫຼາຍຜ່ານມາໝົດແລ້ວ #ມີຢ່າງດຽວທີ່ເມກຂະຫຼາບໍ່ໃດ້ຜ່ານຄຶການໃດ້ຮັບເຄຶ່ອງຂອງຟີ ມີການບໍລິຈາກແບບນີ້ໃນຕອນຍາມນ້ອຍ. ເມກຂະຫຼາຈຶ່ງຢາກມອບໃຫ້ ຢາກເຮັດເພາະຄິດວ່າ ສິ່ງທີ່ເມກຂະຫຼາເຮັດ ມັນຈະເປັນການປູກຈິດສຳນຶກ ທີ່ດີໃຫ້ກັບນ້ອງໆແລະຄົນດ້ອຍໂອກາດ ໃຫ້ມີນຳ້ໃຈເພຶ່ອແພ່ຍາມເຮົາມີກີນ ໃຫ້ຮູ້ຈັກແບ່ງປັນໃນຍາມເຮົາໃດ້ຮັບ. ຂໍຂອບໃຈກັບທຸກຄົນ ທີ່ຮ່ວມບໍລິຈາກນຳເມຫຂະຫຼາເປັນຢ່າງຍີ່ງ ມັນເປັນແຮງຜັກດັນ ທີ່ຈະເຮັດໃຫ້ເມກຂະຫຼາ ມີກຳລັງກາຍ ກຳລັງໃຈ ສ້າງສິ່ງນີ້ອີກໃນຕໍ່ໜ້າ ຕາບໃດທີ່ເມກຂະຫຼາ ຍັງມີແຮງກາຍ ແຮງໃຈ ແລະແຮງຊັບພໍທີ່ຈະແບ່ງປັນ ???????

ເຊິ່ງຫຼັງຈາກໄດ້ອ່ານຂໍ້ຄວາມດັ່ງກ່າວ ກໍຮູ້ສຶກຕື້ນຕັນ ແລະ ດີໃຈແທນນ້ອງໆທີ່ໄດ້ຮັບໂອກາດນີ້ ທີ່ຜູ້ໃຫ້ເອງໃຫ້ດ້ວຍຄວາມລະນຶກເຖິງຕົນເອງຕອນຍັງນ້ອຍທີ່ເຄີຍຕົກຢູ່ໃນສະພາບດຽວກັນ ແຕ່ບໍ່ເຄີຍໄດ້ຮັບໂອກາດນັ້ນ ແລະ ຂໍຊົມເຊີຍ ເອື້ອຍ ເມກຂະຫຼາ ທີ່ເມື່ອຕົນເອງມີໂອກາດທີ່ດີກວ່າ ແລ້ວບໍ່ລືມແບ່ງປັນຄົນທີ່ດ້ອຍໂອກາດ ຂໍໃຫ້ງາມໆ ແລະ ໜ້າຮັກແບບນີ້ຕະຫຼອດໄປເດີ້…

ງາມ ແລະ ໃຈດີ…

ຂອບໃຈຮູບພາບຈາກ: Facebook: ເມກຂະຫຼາ ສະບາພອນ

ແບ່ງປັນ