Breaking News

ພາສາວໆ ມາສໍາພັດຄວາມງົດງາມ ແລະ ຊົງຄຸນຄ່າກັບ! Sasyratn Jewelry… ທີ່ສາຂາໃໝ່ທີ່ Lao Plaza…

ແບ່ງປັນ

Sasyratn Jewelry ເປີດສາຂາໃໝ່ທີ່ Lao Plaza ໃຫ້ສາວໆ ໄດ້ສໍາພັດຄວາມງົດງາມ ແລະ ຊົງຄຸນຄ່າ ໃນຄໍ່າຄືນຂອງວັນທີ 12 ທັນວາ 2019 ທີ່ຜ່ານມາ… ໂດຍມີເຊລເລບ, ດາລາ, ນັກທຸລະກິດ ແລະ ຜູ້ທີ່ສົນໃຈເຂົ້າຮ່ວມສະແດງຄວາມຍິນດີ ແລະ ຮ່ວມສໍາພັດ ກັບການເປີດຕົວເຄື່ອງປະດັບພອຍ ຄໍເລັກຊັ່ນໃໝ່ ທີ່ທາງຮ້ານຈັດຂຶ້ນມາເປັນພິເສດສໍາລັບພິທີເປີດສາຂາໃໝ່ໃນຄັ້ງນີ້, ພ້ອມທັງມີໂປຣໂມຊັ່ນພິເສດສໍາລັບຜູ້ທີ່ຊື້ເຄື່ອງປະດັບມື້ງານ ແມ່ນຈະໄດ້ຮັບສ່ວນຫຼູດນໍາອີກ ແລະ ລາຍໄດ້ສ່ວນໜຶ່ງຈາກການຂາຍເຄື່ອງໃນມື້ງານ ແມ່ນຈະຮ່ວມສົມທົບທຶນເພື່ອການກຸສົນພ້ອມ!!!​ ຕະຫຼອດຄໍ່າຄື່ນອັນງົດງາມ ແລະ ຊົງຄຸນຄ່າ ເນື່ອງໃນໂອກາດເປີດສາຂາໃໝ່ນີ້ ນອກຈາກຈະໄດ້ສໍາພັດກັບເຄື່ອງປະດັບອັນຊົງຄຸນຄ່າຫຼາກຫຼາຍປະເພດແລ້ວ ແຂກທີ່ເຂົ້າຮ່ວມງານຍັງໄດ້ຮັບຊົມການເດີນແບບ ໂຊຊຸດເຄື່ອງປະດັບທີ່ສຸດແສນຈະງົດງາມນໍາອີກ…

ເຊິ່ງນໍາທີມໂດຍ ເຈົ້າຂອງແບຣນ Sasyratn Jewelry ທ່ານນາງ ສາສີຣັດ ສຸພານຸວົງ 

ໂຢໂຢ່ ມະນີພູໄຊ Miss Champa Laos

ໂສລະຍາ ຄອນດີ Miss Teen Laos

ແລະ ນາງແບບ ນາຍແບບຊື່ດັງອີກຫຼາກຫຼາຍ… 

ນອກຈາກນັ້ນ ຍັງມີເຊລເລບ ດາຣາ ແລະ ນັກທຸລະກິດ ເຂົ້າຮ່ວມອີກຫຼາກຫຼາຍ…

ແບ່ງປັນ