Breaking News

ແຟຊັ່ນທີ່ກໍາລັງມາແຮງທີ່ສຸດໃນປະເທດຍີ່ປຸ່ນ…​

ແບ່ງປັນ

ເວົ້າເຖິງເລື່ອງແຟຊັ່ນທີ່ກໍາລັງຮີດ ແລະ ເປັນທີ່ຮືຮາໃນໂລກໂຊຊຽວເລີຍກໍວ່າໄດ້ກັບສາຍແຂນທີ່ຫຼາຍຄົນເຫັນແລ້ວຕ້ອງເວົ້າເປັນສຽງດຽວກັນວ່າ ນີ້ມັນ ໜວດກຸ້ງ ຫຼືສາຍເຄໂບ້ທາຍ ນີ້ເອງ ແຕ່ວ່າສາຍນີ້ບໍ່ທໍາມະດາກັບລາຄາ ກັບບ້ານເຮົາທີ່ສາມາດຊື້ໄດ້ຕາມຮ້ານຂາຍເຄື່ອງໄຟຟ້າທົ່ວໄປ….

ສິນຄ້າເຄື່ອງປະດັບນີ້ໄດ້ວາງຂາຍໃນເວບໄຊ Farfetch ສູນລວມເຄື່ອງແຟຊັ່ນລະດັບ ໄຮເອັນ ທີ່ມີທັງເສື້ອຜ້າ ແລະ ເຄື່ອງປະດັບຕ່າງໆວາງຂາຍ.


ສຳລັບສາຍແຂນທີ່ໄດ້ແຮງບັນດານໃຈຈາກໜວດກຸ້ງທີ່ເຮົາເອົາໄວ້ມັດສາຍໄຟໃຫ້ເປັນລະບຽບຮຽບຮ້ອຍ ລ່າສຸດ AMBUSH ໄດ້ປະດິດສາຍແຂນ AMBUSH ZIP TIE BRACELETໃຫ້ໄດ້ຕື່ນຕ່ຕື່ນໃຈກັນ ສາຍແຂນໜວດກຸ້ງຂອງ AMBUSH ນີ້ ເຮັດຈາກທອງເຫຼືອງແລ້ວຍ້ອມສີ ມີທັງສີຟ້າ, ດຳ, ຄຳ, ເຫຼືອງ ແລະ ຂາວ. ເຖິງວ່າຮູບຮ່າງຈະເບິ່ງທໍາມະດາ ແຕ່ລາຄານີ້ບໍ່ທໍາມະດາເລີຍ ເພາະລາຄາເລີ່ມຕົ້ນຢູ່ທີ່ 400 -​ 600 ໂດລາສະຫະລັດກັນເລີຍ.

ແບ່ງປັນ