Breaking News

ຍິນດີນໍາ!!!ສາວ ລູກນໍ້າ ທິດາລັດ ທີ່ໄດ້ລາງວັນ Model Star Award 2020 ຈາກເວທີ Asia Model Festival

ແບ່ງປັນ

ຄົນມັນຈະປັງ ອີ່ຫຍັງກະສຸດບໍ່ຢູ່!!! ລູກນໍ້າ ທິດາລັດ ນາງເອກຊຸບຕາເບີໜຶ່ງຂອງປະເທດລາວ ທີ່ບໍ່ໄດ້ມີດີພຽງແຕ່ໜ້າຕາ ແຕ່ຍັງເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ທີ່ສໍາຄັນສາວລູກນໍ້າຍັງໃຈບຸນນໍາອີກ… ນອກຈາກສາວຄົນນີ້ຈະມີຜົນງານທີ່ໂດດເດັ່ນຫຼາຍຢ່າງຢູ່ໃນວົງການບັນເທີງຂອງພວກເຮົາ ແລ້ວ ຍັງມີໂອກາດໂກອິນເຕີໄປຮ່ວມງານບໍ່ວ່່າຈະເປັນງານຖ່າຍໂຄສະນາ ແລະ ຮູບເງົາ…

ເຊິ່ງຫຼ້າສຸດປີນີ້ງານ Asia Model Festival ກໍໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ເນື່ອງໃນໂອກາດຄົບຮອບ 15 ປີີ ແລະ ທີ່ພິເສດໄປກວ່ານັ້ນ ປະເທດລາວເປັນປີທໍາອິດທີ່ໄດ້ເຂົ້າຮ່ວມໃນງານ Asia Model Festival ແລະ ສາວລູກນໍ້າກໍເປັນໜຶ່ງໃນນັກສະແດງຈາກ ສປປ ລາວ ທີ່ຖືກຄັດເລືອກເຂົ້າຮ່ວມຊິງລາງວັນໃນງານນີ້ ແລະ ກໍໄດ້ຮັບລາງວັນ Model Star Award ຈາກເວທີ Asia Model Festival ແລະ ຍັງເປັນຄົນລາວຄົນທຳອິດທີ່ໄດ້ຮັບລາງວັນນີ້ນໍາອີກ.

This image has an empty alt attribute; its file name is image-2.png

ຂວັນໃຈຂໍສະແດງຄວາມຍິນດີນໍາສາວ ລູກນໍ້າ ທິດາລັດ ນໍາເດີ້…

This image has an empty alt attribute; its file name is image-1.png

ຂອບໃຈຮູບພາບຈາກ: Louknum Thidalat

ແບ່ງປັນ