Breaking News

ຄໍ່າຄືນແຫ່ງແຟຊັ່ນ!!! ສ່ອງບັນຍາກາດ LAO FASHION WEEK 2020

ແບ່ງປັນ

ເພື່ອສົ່ງເສີມວົງການແຟຊັ່ນຂອງລາວໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວສໍາຄັນສາມາດເຊື່ອມຕໍ່ກັບເວທີແຟຊັ່ນລະດັບສາກົນ ພ້ອມທັງສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ ໃນວັນທີ 5 ທັນວາ 2020 ໄດ້ຈັດງານ LAO FASHION WEEK 2020 ຄໍ່າຄືນແຫ່ງແຟຊັ່ນເປັນງານສະແດງອາພອນທີ່ຍິງໃຫຍ່ ແລະ ມີຄວາມສໍາຄັນຫຼາຍທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໝຸ່ມທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ.

ງານ LAO FASHION WEEK 2020 ນີ້ ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດຂອງງານ ພ້ອມທັງບັນດາເຫຼົ່າດາລາເຊເລບຄົນດັງລະດັບປະເທດ, ນາງແບບ-ນາຍແບບຊື່ດັງຂອງລາວຮ່ວມເດີນ Fashion Show ໃນຄັ້ງນີ້ຈະສຸດອະລັງການ ແລະ ຍິ່ງໃຫຍ່ ເຮົາໄປເບິ່ງນໍາກັນເລີຍວ່າ…

ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ – ຝຣັງຊົວ ເຮວີ້ ເຊິ່ງໄດ້ສະແດງຜົນງານທີ່ຕົນເອງໄດ້ຖ່າຍໃຫ້ແກ່ແຟຊັ່ນວີກ ໃນໄລຍະຫຼາຍປີຜ່ານມາ ເພື່ອສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ. ງານວາງສະແດງຮູບພາບແມ່ນເປີດໃຫ້ມວນຊົນເຂົ້າຊົມຟຣີ ແຕ່ວັນທີ 5-8 ທັນວາ 2020 ທີ່ໂຮງແຮມ ຄຣາວ ພລາຊ້າ.

ແບ່ງປັນ