Breaking News

ພອນທິບ ພຸດທະວົງ ສາວງາມໝາຍເລກ ML 25 ຕົວແທນຈາກນະຄອນຫຼວງວຽງຈັນ

ແບ່ງປັນ

ໃກ້ເຂົ້າມາແລ້ວກັບການຕັດສິນວ່າໃຜຈະເປັນ Miss Laos 2020 ແລະ ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບອີກໜຶ່ງສາວງາມທີ່ເປັນຕົວແທນຈາກນະຄອນຫຼວງວຽງຈັນ ນັ້ນກໍຄືສາວ ພອນທິບ ພຸດທະວົງ (ນ້ອຍ) ສາວງາມໝາຍເລກ ML 25 ອາຍຸ 23ປີ ປັດຈຸບັນຢູ່ບ້ານ ວຽງຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ມື້ນີ້ຂວັນໃຈໄດ້ມີໂອກາດສໍາພາດສາວຄົນນີ້ ແລະ ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ມາປະກວດເວທີນີ້ຍ້ອນ ເວທີນາງສາວລາວເປັນເວທີອັນຊົງກຽດ ແລະ ຍິ່ງໃຫຍ່ທີ່ສຸດໃນປະເທດລາວ ແລະ ຍັງເປັນຄວາມຝັນຂອງນ້ອງຕັ້ງແຕ່ຍັງນ້ອຍກໍຄື ການໄດ້ເປັນນາງງາມ ແລະ ເປັນຕົວແທນຂອງແມ່ຍິງລາວທັງຊາດໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວເຮົາໃຫ້ແກ່ພາກພື້ນ ແລະ ຊາວໂລກໄດ້ຮັບຮູ້

ໃນການປະກວດຄັ້ງນີ້ ນ້ອງໄດ້ກຽມຄວາມພ້ອມກ່ອນເຂົ້າປະກວດໃນຫຼາຍໆດ້ານ ບໍ່ວ່າຈະເປັນການປັບບຸກຄະລິກກະພາບ, ໄດ້ຝຶກຊ້ອມການຍ່າງ, ຝຶກທັກສະໃນການເວົ້າ, ຝຶກມາລະຍາດໃນການເຂົ້າສັງຄົມ ແລະ ການອອກກໍາລັງກາຍໃຫ້ຫລາຍຂຶ້ນ. ເຊີ່ງນ້ອງເອງກໍຍັງໄດ້ຄົ້ນຫາຈຸດບົກຜ່ອງຂອງຕົນເອງ ເພື່ອນຳມາແກ້ໄຂໃຫ້ເປັນຜູ້ຍິງຄົນ 1 ທີ່ມີຄວາມພ້ອມ, ສະແຫວງຫາຄວາມຮູ້ເພີ່ມເຕີມໃນຫລາຍໆດ້ານເຊັ່ນ: ວັດທະນະທຳ, ເສດຖະກິດ ແລະ ສັງຄົມ. ນອກນັ້ນ, ຍັງໄດ້ຈັດແບ່ງເວລາ ເພື່ອອຳນວຍຄວາມສະດວກຕໍ່ການປະຕິບັດໜ້າທີ່ໃນຊ່ວງເກັບຕົວກ່ອນການແຂ່ງຂັນໃນຄັ້ງນີ້ດ້ວຍຄວາມມຸ່ງໝັ້ນ, ຫ້າວຫັນ ແລະ ກຽມພ້ອມຮັບມືກັບທຸກສະຖານະການ, ພ້ອມປະຕິບັດພາລະກິດທີ່ກອງປະກວດໄດ້ມອບຫມາຍໃຫ້ຢ່າງເຕັມສ່ວນ.

ຈຸດເດັ່ນຂອງນ້ອງກໍຄືນ້ອງມີຄວາມຕັ້ງໃຈ ມີຄວາມກະຕືລືລົ້ນ ແລະ ນ້ອງມີຄວາມຝັນ,ເປົ້າຫມາຍທີ່ຊັດເຈນໃນການປະກວດໃນຄັ້ງນີ້. ຖ້ານ້ອງໄດ້ເປັນນາງສາວລາວນ້ອງຈະເປັນສື່ກາງໃນການອະນຸລັກຮັກສາຮີດຄອງປະເພນີອັນເປັນທີ່ເອກອ້າງຂອງຊາວລາວແບບຍືນຍົງໂດຍການປູກຈິດສຳນຶກ ແລະ ເປັນແບບຢ່າງ ໃຫ້ແກ່ນ້ອງນ້ອຍເຍົາວະຊົນຈົນເຖິງໄວຫນຸ່ມ ເພາະເຫັນວ່າໃນຍຸກປັດຈຸບັນແມ່ນມີການຕາມຍຸກສະໄຫມຈົນເກີນໄປ ຈົນເຮັດບາງກຸ່ມຄົນຍັງເຂົ້າເຖິງວັດທະນຳລາວ ແລະ ປະຕິບັດຕາມ ຮີດ 12 ຄອງ 14 ຍັງບໍ່ໄດ້ດີເທົ່າທີ່ຄວນ.

ຈາກການສໍາພາດຄັ້ງນີ້ ຖືໄດ້ວ່າເປັນອີກໜຶ່ງສາວງາມທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍທັດສະຄະຕິທີ່ດີ!! ຈັງໃດຂວັນໃຈກໍຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ອີກໜຶ່ງແຮງໃຈເດີ້!!!


ແບ່ງປັນ