Breaking News

Entertainment Lao

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charity 2020 ຮ່ວມປັນຮັກ Better Together

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charityo 2020 ຮ່ວມປັນຮັກ Better Togetherເພື່ອສົມທົບທືນສ້າງໂຮງຮຽນໃນເຂດເມືອງກາສີ ຈັດຂຶ້ນໃນ ວັນທີ 29 -30 ສິງຫາ 2020 ທີ່ໂຮງແຮມ Laotel Hotel & Resort Vientiane ໂດຍມີທ່ານເຈົ້າເມືອງກາສີ, ແຂກຮັບເຊີນຈາກຫຼາຍພາກສ່ວນ, ນັກທຸລະກິດ, ຫ້ອງເສື້ອຜ້າໄໝລາວ, ດາລານັກສະແດງ, ສື່ມວນຊົນ ແລະ ບັນດາພໍ່ແມ່ປະຊາຊົນເຂົ້າຮ່ວມ.

Read More »

ບໍ່ໄດ້ເອົາມາໃຫ້ທຽບ!! ເພາະງາມຄົນລະ Style ແກ້ວຕາ-ເມ-ໂຢໂຢ-ບາບີ່ ຄວາມງາມທີ່ແຕກຕ່າງແຕ່ລົງຕົວ…

ສະບາຍດີມື້ສຸດທ້າຍຂອງເດືອນເດີ້ສາວໆ ຂໍໃຫ້ເປັນມື້ສົ່ງທ້າຍເດືອນທີ່ມີແຕ່ຄວາມສຸກເດີ້!!! ມື້ນີ້ ແອັດກໍຂໍມາສົ່ງທ້າຍເດືອນກັບ 4 ສາວ ແກ້ວຕາ-ເມ-ໂຢໂຢ-ບາບີ່ ງາມຕ່າງ Style ທີ່ໄດ້ຜ່ານການ Makeup ໂດຍ ຊ່າງແຕ່ງໜ້າອາສາສະໝັກ ແຕ່ສອນໂດຍຊ່າງແຕ່ງໜ້າອາຊີບຊື່ດັງຂອງລາວເຮົາຄື ອາເລັກ ອາລິຢາ ສູນດາລາ ທີ່ບອກເລີຍວ່າແຕ່ລະຄົນນັ້ນ ມີຄວາມງາມທີ່ເປັນເອກະລັກໃຜລາວອີ່ຫຼີ ແລະ ຊ່າງແຕ່ງໜ້າກໍເກັ່ງ… ຈະເປັນແນວໃດໄປເບິ່ງເລີຍ!!! ຂໍອະນຸຍາດເລີ່ມຈາກສາວ ເມ ວິຈິດຕາ ພອນວິໄລ Vichitta Phonevilay Miss universe laos 2019 ມາໃນ Style ເຂັ້ມໆ ໃນເອກະລັກຂອງນາງ . ຕໍ່ດ້ວຍ ນ້ອງໂຢໂຢ  ວານິພອນ  ພູມີໄຊ ນາງສາວ ນະຄອນຫຼວງວຽງຈັນ 2017 ແລະ Miss Tourism Queen Laos 2018 …

Read More »

ຮູ້ແລ້ວວ່າໝໍແນ່ງງາມ-ເກັ່ງໄດ້ໃຜ? ພາສ່ອງ!! ແມ່ຂອງໝໍແນ່ງ ຈັນດາລີ ງາມ-ເກັ່ງບໍ່ແພ້ລູກສາວ ດີກຣີລາງວັນນັກຂຽນນາກຄໍາກາລັນຕີ…

ເປັນອີກດາຣາສາວທີ່ງາມຕະຫຼອດການ ແລະ ຊົງອິດທິພົນທີ່ສຸດໃນວົງການບັນເທີງລາວ ສໍາລັບໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງ ເໜັງຕິງໜ້ອຍໜຶ່ງກໍເປັນກະແສໄປໝົດດດ ແມ່ນແຕ່ຍ່າງຍັງເປັນກະແສແລ້ວ ກໍປແບບນີ້ແຫຼະ ຄົນມັນດັງຈັກຊິເຮັດແນວໃດໄດ້ 555+++ ແຕ່ມື້ນີ້ ແອັດຂໍຢຸດເລື່ອງໝໍແນ່ງໄວ້ກ່ອນ ແຕ່ຈະພາໄປສ່ອງແມ່ຂອງກັນ ບໍ່ຮູ້ວ່າແອັດຕົກຂ່າວ ຫຼືແນວໃດ ແຕ່ຫາກໍຮູ້ວ່າ ນັກຂຽນທີ່ແອັດປື້ມຄົນນີ້ ຄືແມ່ຂອງສາວ ໝໍແນ່ງ… ເຊິ່ງແມ່ຂອງໝໍແນ່ງ ກໍຄື ແມ່ ດາລີວັນ ສິດພະໄຊ ເຊິ່ງເປັນນັກປະພັນທີ່ແອັດປື້້ມແຮງມາແຕ່ດົນແລ້ວ ເພາະບົດປະພັນຂອງເພິ່ນນັ້ນມີຫຼາກຫຼາຍ ບໍ່ວ່າເປັນເລື່ອງສັ້ນ ເລື່ອງຍາວ ແລະ ເປັນບົດທີ່ນໍາມາສະແດງເປັນຮູບເງົາກໍມີ… ຈົນໄດ້ຮັບລາງວັນ ນັກຂຽນນາກຄໍາ ແຫ່ງລຸ່ມແມ່ນໍ້າຂອງ ປະຈໍາປີ 2019… ແຕ່ສິ່ງທີ່ເຮັດໃຫ້ແອັດປື້ມໃນຕົວ ແມ່ດາລີວັນ ກໍຄືຄວາມເປັນແມ່ຍິງລາວທີ່ສະຫງຽ່ມຄ່ຽມຄົມຂອງເພິ່ນ (ຕົວເອງເຮັດບໍ່ໄດ້ 555) ຮອຍຍິ້ມອັນແສນຫວານ ຈົນຢາກເຫັນພາບຕອນຍັງສາວໆ ຄໍາເວົ້າທີ່ມ່ວນອອນຊອນ (ສຽງເບົາ) ທີ່ໃຜເຫັນກໍຕ້ອງຮູ້ສຶກຄືແອັດ!! ບໍ່ເຊື່ອກໍລອງໄປເບິ່ງນໍາກັນ… ແມ່ ແລະ …

Read More »

ແຟນຄຣັບວ່າແນວໃດ??? ສາວພອນໃນລຸກສາວກຶມມຸ ຄະແນນເຕັມ 10 ໃຫ້ເທົ່າໃດ??

ເປັນອີກເນັດໄອດອລບ້ານໆ ທີ່ໄດ້ຮັບຄວາມສົນໃຈມາໄດ້ໄລຍະໜຶ່ງແລ້ວສໍາລັບສາວພອນ (ເໝາະສໍາລັບຄົນທີ່ຕ້ອງການຄວາມບັນເທີງເທົ່ານັ້ນ) ທີ່ເລີ່ມເປັນທີ່ຮູ້ຈັກໃນວົງການດ້ວຍເພງກະແສ ນັ່ງກອດກົກເບົ້າ ຈົນມີເອເຈນຊີ່ຫຼາຍບ່ອນດຶງຕົວໄປຖ່າຍໂຄສະນາ… ແລະ ຫຼ້າສຸດສາວພອນກໍໄດ້ອອກມາໂພສຮູູບຕົວເອງໃນລຸກ ສາວກຶມມຸ ເຊິ່ງງານນີ້ກໍມີແຟນຄຣັບເຂົ້າໄດ້ເທຄະແນນໃຫ້ຢ່າງຫຼວງຫຼາຍ!!! ແຕ່ຈະວ່າໄປ ສາວພອນ ກໍບໍ່ແມ່ນຄົນຂີ້ຮ້າຍທ້າຍເປເລີຍ ພຽງແຕ່ແຕ່ງຕົວແຕ່ງໜ້າເລັກໜ້ອຍ ກໍເພີ່ມຄວາມໜ້າຮັກ ສົດໃສ ສະຕາຍ ສາວບ້ານໆ ໄດ້ແລ້ວ!!! ແລ້ວແຟນຄຣັບເຮົາເດວ່າແນວໃດກັບລຸກນີ້ຂອງສາວພອນ ຖ້າໃຫ້ຄະແນນເຕັມ 10 ໃຫ້ເທົ່າໃດ?? ຖ້າຄິດຄືກັນຄອມເມັ້ນບອກກັນແດ່!!! ກ່ອນເປັນເນັດໄອດອລ ຫຼັງເປັນເນັດໄອດອລ ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: ພອນພອນ ພິລາໃວ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ແຟນຄຣັບລຸ້ນ!! ພີເຈ ນຸຖາ ຫວນຄືນສູ່ວົງານອີກຄັ້ງ ຫຼັງຫ່າງຫາຍໄປດົນເປັນປີ…

ໃນວົງການ MC ພິທີກອນ ຄົງບໍ່ມີໃຜບໍ່ຮູ້ຈັກ PJ ນຸຖາ ພິທີກອນສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ຢູ່ຄູ່ວົງການບັນເທີງລາວມາດົນ!! ແຕ່ຊ່ວງ 2 ປີກ່ອນ ສາວນຸຖາ ໄດ້ອອກມາປະກາດວ່າ ຕົນໄດ້ຜັນຕົວເອງອອກຈາກວົງການບັນເທີງແລ້ວ ພ້ອມມາກັບກະແສດຣາມ່າທີ່ຄ້ອນຂ້າງເປັນກະແສ ເຊິ່ງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຊ່ວງນັ້ນ ພ້ອມທັງຫາຍໜ້າຫາຍຕາໄປຈາກວົງການໄປ… ແຕ່ເມື່ອບໍ່ດົນມານີ້ ນຸຖາ ກໍໄດ້ອອກມາເຄື່ອນໄຫວໃນເຟສບຸກອີກຄັ້ງ ຈົນແຟນຄຣັບຫຼາຍຄົນລຸ້ນວ່າ ພິທີກອນສາວຄົນນີ້ຈະຫວນຄືນມາສູ່ວົງການອີກຄັ້ງ ຫຼືບໍ່? ແນວໃດກໍລຸ້ນກັນຕໍ່ໄປເນາະ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Pj Nutha ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »