Breaking News

ຮູ້ແລ້ວວ່າໝໍແນ່ງງາມ-ເກັ່ງໄດ້ໃຜ? ພາສ່ອງ!! ແມ່ຂອງໝໍແນ່ງ ຈັນດາລີ ງາມ-ເກັ່ງບໍ່ແພ້ລູກສາວ ດີກຣີລາງວັນນັກຂຽນນາກຄໍາກາລັນຕີ…

ແບ່ງປັນ

ເປັນອີກດາຣາສາວທີ່ງາມຕະຫຼອດການ ແລະ ຊົງອິດທິພົນທີ່ສຸດໃນວົງການບັນເທີງລາວ ສໍາລັບໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງ ເໜັງຕິງໜ້ອຍໜຶ່ງກໍເປັນກະແສໄປໝົດດດ ແມ່ນແຕ່ຍ່າງຍັງເປັນກະແສແລ້ວ ກໍປແບບນີ້ແຫຼະ ຄົນມັນດັງຈັກຊິເຮັດແນວໃດໄດ້ 555+++ ແຕ່ມື້ນີ້ ແອັດຂໍຢຸດເລື່ອງໝໍແນ່ງໄວ້ກ່ອນ ແຕ່ຈະພາໄປສ່ອງແມ່ຂອງກັນ ບໍ່ຮູ້ວ່າແອັດຕົກຂ່າວ ຫຼືແນວໃດ ແຕ່ຫາກໍຮູ້ວ່າ ນັກຂຽນທີ່ແອັດປື້ມຄົນນີ້ ຄືແມ່ຂອງສາວ ໝໍແນ່ງ…

ເຊິ່ງແມ່ຂອງໝໍແນ່ງ ກໍຄື ແມ່ ດາລີວັນ ສິດພະໄຊ ເຊິ່ງເປັນນັກປະພັນທີ່ແອັດປື້້ມແຮງມາແຕ່ດົນແລ້ວ ເພາະບົດປະພັນຂອງເພິ່ນນັ້ນມີຫຼາກຫຼາຍ ບໍ່ວ່າເປັນເລື່ອງສັ້ນ ເລື່ອງຍາວ ແລະ ເປັນບົດທີ່ນໍາມາສະແດງເປັນຮູບເງົາກໍມີ… ຈົນໄດ້ຮັບລາງວັນ ນັກຂຽນນາກຄໍາ ແຫ່ງລຸ່ມແມ່ນໍ້າຂອງ ປະຈໍາປີ 2019… ແຕ່ສິ່ງທີ່ເຮັດໃຫ້ແອັດປື້ມໃນຕົວ ແມ່ດາລີວັນ ກໍຄືຄວາມເປັນແມ່ຍິງລາວທີ່ສະຫງຽ່ມຄ່ຽມຄົມຂອງເພິ່ນ (ຕົວເອງເຮັດບໍ່ໄດ້ 555) ຮອຍຍິ້ມອັນແສນຫວານ ຈົນຢາກເຫັນພາບຕອນຍັງສາວໆ ຄໍາເວົ້າທີ່ມ່ວນອອນຊອນ (ສຽງເບົາ) ທີ່ໃຜເຫັນກໍຕ້ອງຮູ້ສຶກຄືແອັດ!! ບໍ່ເຊື່ອກໍລອງໄປເບິ່ງນໍາກັນ…

ແມ່ ແລະ ແມ່ເຖົ້າ ງາມໝົດເຮືອນ

ແມ່ ແລະ ພໍ່ (ນັກປະພັນທີ່ມີຊື່ສຽງທັງສອງຄົນ)

ສະໄໝແຕ່ງງານ

ງາມແຮງງງ

ລູກສາວທັງງາມ-ທັງເກັ່ງ ໄດ້ແມ່ມາເຕັມໆ

ຮຽບຮຽງໂດຍ: Kuanjai Magazine

ຮູບພາບຈາກ: Dalyvanh Sitpraxay

ແບ່ງປັນ