ການຄິດບວດ ຄືຄວາມຄິດ ຈິດໃຈ ອາລົມຄວາມຮູ້ສຶກ ແລະ ທັດສະນະຄະຕິໃນດ້ານດີທັງຕໍ່ຕົວເອງ ສິ່ງຂອງ ເຫດການ ແລະ ເພື່ອນຮ່ວມງານອ້ອມຂ້ງ…
ເນື່ອງຈາກວ່າການຄິກບວດ ເຮັດໃຫ້ຮ່າງການຈະຫຼັງຮໍໂມນຄວາມສຸກອອກສູ່ກະແສເລືອດ ຫົວໃຈຈະເຕັ້ນຊ້າລົງ ຫາຍໃຈຊ້າລົງ ຄວາມດັນເລືອດຫຼຸດລົງ ພູມຕ້ານທານເພີ່ມຂຶ້ນ ອາລົມສົດໄສ ປອດໂປ່ງ ມີອາລົມເຮຮາ ຄວາມຄິດລື່ນໄຫຼ ຮູ້ສຶກຕົວ ແລະ ກະຕືລືລົ້ນ ໄຝ່ຮູ້ ມີຄວາມຫວັງ ເບິ່ງເຫັນໂອກາດ ສົ່ງຜົນໃຫ້ເຂົ້າກັບເພື່ອນຮ່ວມງານໄດ້ດີ ແກ້ບັນຫາໄດ້ຢ່າງສົມເຫດສົມຜົນ ຄວາມກ້າວໜ້ໃນໜ້າທີ່ການງານກໍຕາມມາ ໂດຍຜ່ານເຄັດລັບຄິດບວກ 4 ດີ ສ້ງຄວາມສຸກໃນການເຮັດວຽກຕໍ່ໄປນີ້…
- ເບິ່ງຕົວເອງວ່າດີ ແລະ ມີຄຸນຄ່າໃນທຸກໆມື້
ໂດຍໃຫ້ຄໍານຶງເຖິງຄວາມດີ ຄວາມໂຊກດີຂອງຕົວເອງ ເລີ່ມຕັ້ງແຕ່ຕື່ນນອນ ໃຫ້ຍິ້ມໃຫ້ກັບຕົວເອງ ແລ້ວຄິດວ່າໂຊກດີທີ່ຕົນເອງຕື່ນມາແລ້ວຍັງມີລົມຫາຍໃຈ ແລະ ຮ່າງກາຍຢູ່ ໃຫ້ຄິດເຖິງຄວາມດີທີ່ຕົນເອງເຮັດໃນມື້ວານ ຫຼືໃນອະດີດທີ່ຄິດອອກ ເຮັດຕະຫຼອດ ຊໍ້າໆ ຈົນເຊື່ອວ່າຕົວເອງເປັນຄົນດີ ມີນໍ້າໃຈ ມີຄວາມສາມາດເຮັດວຽກໄດ້ ຈະເຮັດໃຫ້ເຈົ້າຮູ້ສຶກພູມໃຈ ອີ່ມໃຈ ຢາກມີຊີວິດຢູ່ ແລະ ເຮັດຄວາມດີໃຫ້ກັບຊີວິດຕໍ່ໄປ ອວຍພອນ ແລະ ຍ້ອງຍໍຕົວເອງ ບໍ່ຕ້ອງຖ້າໃຫ້ຄົນອື່ນມາຍ້ອງ ອາດຈະບໍ່ແມ່ນຄືທີ່ຄິດໄວ້…
2. ເບິ່ງເພື່ອນຮ່ວມງານ-ຄົນອ້ອມຂ້າງວ່າເປັນຄົນດີ ແລະ ມີຄຸນຄ່າ
ຄົນເຮົາບໍ່ສາມາດຢູ່ຄົນດຽວໄດ້ ວຽກຈະສໍາເລັດຈໍາເປັນຕ້ອງໄດ້ຮ່ວມມືກັນ ຄິດຕະຫຼອດ ຊໍ້າໆ ວ່າເພື່ອນຮ່ວມງານ ແລະ ຄົນອ້ອມຂ້າງມີຄຸນຄ່າສໍາລັບເຈົ້າ ແຕ່ລະຄົນມີຄວາມເກັ່ງ ຄວາມສາມາດທີ່ແຕກຕ່າງ ແລະ ຫຼາກຫຼາຍ ເບິ່ງຢ່າງສ້າງສັນດ້ວຍການຫຼອມລວມຄວາມຫຼາກຫຼາຍ ແລະ ເຊື່ອມປະສານວຽກກັນຢ່າງມີສີລະປະ ຈະສ້າງຄວາມແຂງແກ່ນໃຫ້ກັບທີມງານ ແລະ ພັັດທະນາການເຮັດວຽກໃຫ້ສໍາເລັດຢ່າງມີປະສິດທິພາບ
3. ເບິ່ງວຽກ-ອົງກອນວ່າດີ ແລະ ມີຄຸນຄ່າ
ປັບປ່ຽນມຸມມອງຄວາມຄິດຂອງຕົວເອງວ່າວຽກ ແລະ ອົງກອນທີ່ເຮັດວຽກຢູ່ດີແນວໃດ ມີຄຸນຄ່າແນວໃດ ບໍ່ວ່າຈະເປັນເລື່ອງນ້ອຍໆ ຫຼືມີຜົນກະທົບຕໍ່ສັງຄົມໂດຍລວມ ເຊັ່ນ ການແຍກຂີ້ເຫຍື້ອ ການປະຢັດໄຟຟ້າ ປະຢັດນໍ້າ ມີໂອກາດພົບຜູ້ຄົນ ແລະ ເພື່ອນຮ່ວມງານໃໝ່ໆ ແລະ ທີ່ສໍາຄັນ ເປັນແຫຼ່ງລາຍໄດ້ລ້ຽງຊີບຂອງເຮົາຕະຫຼອດເດືອນ-ປີ ຄິດຕະຫຼອດ ຊໍ້າ ຈະເຮັດໃຫ້ຮູ້ສຶກພູມໃຈໃນວຽກ ແລະ ອົງກອນ ສົ່ງຜົນໃຫ້ເຫັນຊ່ອງທາງການພັດທະນາວຽກ ແລະ ຈະເລີນກ້າວໜ້າໄປອີກຂັ້ນ.
4. ເບິ່ງຢ່າງມີຄວາມຫວັງ-ເບິ່ງອະນາຄົດວ່າຈະຕ້ອງດີ ແລະ ມີຄຸນຄ່າ
ເມື່ອເຈົ້າຄິດວ່າຄວາມດີຫຼັກໆ 3 ຫົວຂໍ້ດ້ານເທິງ ຄືສິ່ງຢືນຢັນວ່າໃນມື້ນີ້ຂອງເຈົ້າມີແຕ່ຄົນດີ ແລະ ສິ່ງດີໆອ້ອມຕົວ ເຮັດໃຫ້ໝັ້ນໃຈວ່າມີຄວາມຫວັງ ແລະ ອະນາຄົດຈະຕ້ອງດີໄປນໍາ ໝັ້ນໃຈໄດ້ວ່າຖ້າປັດຈຸບັນໄດ້ເຮັດດີທີ່ສຸດຕາມຄວາມສາມາດ ຄວາມຕັ້ງໃຈແລ້ວ ທີ່ເຫຼືອກໍການທົບທວນ ປັບປຸງ ພັດທະນາໃຫ້ທຸກຢ່າງສໍາເລັດສົມບູນຫຼາຍຍິ່ງຂຶ້ນ
ດັ່ງນັ້ນ ຖ້າສາວໆ ທັງຫຼາຍສາມາດປັບປ່ຽນທັດສະນະຄະຕິ ແລະ ມຸມມອງໃຫ້ເປັນທາງບວກຕາມ 4 ດີ ແລະ ມີຄຸນຄ່ານີ້ແລ້ວ ແນ່ນອນວ່າ ຄວາມສຸກ ແລະ ຄວາມສໍາເລັດໃນຊີວິດສ່ວນຕົວ ແລະ ການເຮັດວຽກກໍຈະຕ້ອງດີຂຶ້ນ ແລະ ມີຄຸນຄ່າໄປນໍາ.
ຮຽບຮຽງໂດຍ: Kuanjai Magazine
ທີ່ມາ: sanook
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine