Breaking News

ແມ່ນແທ້ບໍ່? ການມີລາຍໄດ້ພຽງທາງດຽວ ຄືຄວາມສ່ຽງໜຶ່ງຂອງຊີວິດມະນຸດເງິນເດືອນ…

ແບ່ງປັນ

ທຸກຄົນອ່ານ Headline ແລ້ວຮູ້ສຶກແນວໃດ? ຄິດວ່າຖືກ ຫຼືຜິດ?

ສໍາລັບຜູ້ຂຽນແລ້ວຄິດວ່າ ຂໍ້ຄວາມທີ່ກ່າວໄວ້ນັ້ນເປັນຄວາມຈິງຫຼາຍໃນຍຸກສະໄໝນີ້ ເພາະວຽກປະຈໍາທີ່ຫຼາຍຄົນຄິດວ່າໝັ້ນຄົງ ຄວາມຈິງແລ້ວມີຄວາມສ່ຽງແຝງຢູ່ ເພາະຖ້າເຮົາມີລາຍໄດ້ທາງດຽວຈາກວຽກປະຈໍາ ຖ້າມີບັນຫາຈາກວຽກປະຈໍາຈົນຕ້ອງໄດ້ອອກຈາກວຽກ ຄ່າໃຊ້ຈ່າຍຕ່າງໆ ທີ່ເຮົາສ້າງໄວ້ ທັງຄ່າດາວເຮືອນ ດາວລົດ ຄ່າໃຊ້ຈ່າຍໃນເຮືອນ ເຮົາອາດຈະເຖິງຂັ້ນບໍ່ມີປັນຍາຈະຈ່າຍ ກໍຄືກັບການລົ້ມລະລາຍທາງການເງິນນັ້ນແຫຼະ!!!

เมื่อกำลังถูกเจ้านายกดดันให้ลาออก จะทำอย่างไรดี? - MoneyHub

ແລ້ວຈະມີວິທີແກ້ໄຂຕໍ່ກັບຄວາມສ່ຽງນີ້ແນວໃດ? ລອງມາເບິ່ງ 4 ຂໍ້ລຸ່ມນີ້ເບິ່ງ!!!

ໜຶ່ງ ຢ່າເພີິ່ງພາລາຍໄດ້ຈາກວຽກປະຈໍາພຽງທາງດຽວ

ຄືທີ່ກ່າວມາຂ້າງເທິງໄວ້ເບື້ອງຕົ້ນວ່າ ການເພິ່ງພາລາຍໄດ້ທາງດຽວ ຈາກວຽກປະຈໍາຖືວ່າເປັນຄວາມສ່ຽງສູງ ເຮົາບໍ່ຄວນປະມາດດ້ວຍການຫາຍໃຈຈາກວຽກປະຈໍາພຽງຢ່າງດຽວ ສໍາລັບຄົນທີ່ຄິດແຜນສໍາຮອງໄວ້ ຄື ການເຮັດວຽກເສີມວຽກປະຈໍາໄປນໍາ ເຮັດໃຫ້ເຮົາມີລາຍໄດ້ຢ່າງຍນ້ອຍສອງທາງ ທັງຈາກວຽກປະຈໍາ ແລະ ວຽກເສີມ ຈະຊ່ວຍປົກປ້ອງເຮົາຈາກຄວາມສ່ຽງໄດ້ຫຼາຍຂຶ້ນ.

ຂໍ້ສອງ ຊອກຫາລາຍໄດ້ເສີມຈາກສິ່ງທີ່ມັກ

ແນ່ນອນທີ່ສຸດວ່າ ທຸກຄົນຍ່ອມມີສິ່ງທີ່ມັກ ທີ່ຢາກເຮັດ ຄົງມີໜ້ອຍຄົນທີ່ບໍ່ມີສິ່ງທີ່ມັກຫຍັງເລີຍ ສິ່ງທີ່ມັກອາດຈະໄດ້ແກ່ ວຽກຫຍິບກະເປົ໋າດ້ວຍມື ສາວໆ ບາງຄົນມັກພວກກະເປົ໋າທີ່ເຮັດດ້ວຍມືໜ້າຮັກໆ ແລະ ຕ້ອງເສຍເງິນໄປຊື້ກະເປົ໋າມາສະສົມໄວ້ຈົນເຕັມເຮືອນ ແບບນີ້ເຮົາສາມາດເຮັດເປັນອາຊີບເສີມໄດ້ເດີ້!! ດ້ວຍການນໍາໄປຂາຍທາງ Online ຫຼືພັດທະນາຕໍ່ໄປເປັນຊື້ມາຂາຍກໍໄດ້ ການເລີ່ມຈາກສິ່ງທີ່ເຮົາມັກຈະຊ່ວຍໃຫ້ເຮົາເຮັດມັນໄດ້ດົນໂດຍທີ່ບໍ່ໜ້າເບື່ອນັ້ນເອງ.

หัวหน้างาน" รวมข่าวเกี่ยวกับ "หัวหน้างาน" เรื่องราวของ"หัวหน้างาน"

ຂໍ້ສາມ ເມື່ອເຮົາຊອກສິ່ງທີ່ເຮັດໄດ້ແລ້ວ ຕ້ອງພະຍາຍາມພັດທະນາຕໍ່ຍອດມັນ

ເມື່ອເຮົາຊອກຫາສິ່ງທີ່ມັກໄດ້ແລ້ວ ແລະ ເຮັດເປັນລາຍໄດ້ເສີມໄດ້ແລ້ວ ເຮົາຕ້ອງຮູ້ຈັກພັດທະນາຕໍ່ຍອດໄປໄດ້ເລື້ອຍໆ ໂດຍເລີ່ມຕົ້ນເຮົາອາດຈະເຮັດເປັນລາຍໄດ້ເສີມນ້ອຍໆ ແຕ່ເຮົາຕ້ອງຄິດຕໍ່ຍອດເພີ່ມຄຸນຄ່າໃຫ້ກັບວຽກຂອງເຮົາ ເປັນທໍາມະດາໃນຊ່ວງທໍາອິດຂອງການເຮັດອາຊີບເສີມຕ້ອງຕິດຂັດແດ່ ແລະ ເຮົາອາດຈະພົບກັບອຸປະສັກເຮັດໃຫ້ເຮົາທໍ້ຖອຍ ແຕ່ຖ້າເຮົາເຮັດດີໆ ວຽກເສີມອາດຈະສ້າງລາຍໄດ້ໃຫ້ເຮົາຫຼາຍກວ່າ ຫຼືທຽບເທົ່າກັບວຽກປະຈໍາກໍໄດ້…
ຂໍ້ສີ່ ປັບທັດສະນະຄະຕິກັບວຽກປະຈໍາໃໝ່

ບາງຄົນມີທັດສະນະຄະຕິກັບວຽກປະຈໍາບໍ່ດີໂດຍບໍ່ຮູ້ຕົວ ແລະ ຍັງບໍ່ຮູ້ວ່າສິ່ງນີ້ຄືຕົວດຶງບໍ່ໃຫ້ເຮົາກ້າວໜ້າໄປໃສໄກ ເພາະບາງຄັ້ງຄົນເຮົາກໍຈໍາກັດຂອບເຂດໃຫ້ກັບຊີວິດຂອງເຮົາຢ່າງໜ້າເສຍດາຍ ແລະ ທີ່ສໍາຄັນເຮົາບໍ່ໄດ້ຮູສຶກເສຍດາຍເລີຍ ຄວາມເປັນຈິງແລ້ວ ເຮົາສາມາດເຮັດຫຍັງໄດ້ຫຼາຍກວ່າທີ່ເຮົາຄິດ ລອງກ້າວອອກມາສໍາພັດກັບປະສົບການໃໝ່ ເມື່ອເຮົາໄດ້ສໍາພັດກັບມັນຫຼາຍຄັ້ງ ມັນກໍຈະກາຍເປັນສ່ວນໜຶ່ງຂອງຊີວິດເຮົາ!!! ແລະ ຖ້າມັນສ້າງເງິນໃຫ້ເຮົາໄດ້ ມັນກໍຈະເປັນເລື່ອງດີ ແມ່ນບໍ່ລະ?

ปัจจัยที่ทำให้พนักงานออฟฟิศรักงานของตัวเอง - issue247.com

ສາວໆ ລອງປັບໄປໃຊ້ກັນເບິ່ງເດີ້ ສໍາລັບຂໍ້ຄິດທັງສີ່ຂໍ້ ແລ້ວຈະຮູ້ວ່າ ການຊອກລາຍໄດ້ເສີມຈາກສິ່ງທີ່ມັກ ບວກກັບວຽກປະຈໍາມັນມ່ວນສໍ່າໃດ?

ຮຽບຮຽງໂດຍ: Kuanjai Magazine

ຂໍ້ມູນຈາກ: krungsri

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ