ຜູ້ສື່ຂາວ ປະເທດໄທ ອອກຂ່າວວ່າໄດ້ຮັບແຈ້ງການຈາກຄົນໃກ້ຊິດ ແມ່ອ້ອຍ ຫຼື ການຈະນາ ຈິນດາວັດ ອະດີດນາງເອກຊື່ດັງ ເສຍຊີວິດລົງຢ່າງກະທັນຫັນໃນໄວ 61 ປີ (ວັນທີ 27 ສິງຫາ 2020) ທີ່ໂຮງໝໍ ດ້ວຍພະຍາດ ຫົວໃຈ…

ທາງດ້ານລູກສາວ ນ້ອງເພງ ຫຼື ກະວິດາ ຈິນດາວັດ ແລະ ຄອບຄົວແມ່ນຍັງບໍ່ພ້ອມເປີດເຜີຍເຖິງຂໍູ້ນໃດໆ ຕໍ່ສື່ມວນຊົນເຖິງກໍລະນີການຈາກໄປຂອງແມ່ ທັງນີ້ ຈະແຈ້ງລາຍລະອຽດພິທີການທາງສາລະໜາໃຫ້ຮູ້ພາຍຫຼັງ…

ສໍາລັບ ແມ່ອ້ອຍ ການຈະນາ ອະດີດນາງເອກຊື່ດັງມີຜົນງານການສະແດງເລີ່ມຕົ້ນຕັ້ງແຕ່ປິ 1981 ໂດຍສະແດງຮູບເງົາມາແລ້ວຫຼາກຫຼາຍ ລວມທັງປັດຈຸບັນເຮົາກໍຍັງຄົງເຫັນຜົນງານຂອງແມ່ອ້ອຍຜ່ານໜ້າຈໍຢູ່ສະເໝີ!!! ແນວໃດ ແອັດມິ້ນ ຂວັນໃຈ ແລະ ແຟນຄຣັບຊາວລາວ ກໍຂໍສະແດງຄວາມເສຍໃຈກັບທາງຄອບຄົວ ແລະ ວົງການບັນເທີງໄທ ທີ່ໄດ້ສູນເສຍບຸກຄົນສໍາຄັນ ແລະ ມີຄວາມສາມາດໄປ!!!

ຮຽບຮຽງໂດຍ: Kuanjai Magazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine