ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍມາສົ່ງທ້າຍເດືອນສິງຫາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ…
- ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່
- ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່
- ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນ
- ເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເົາເກັບໄປຄິດໄດ້ສະເໝີ
- ຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີ
- ຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອ
- ຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກ
- ເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ ການນັ່ງສະມາທິ 20 ນາທີ ຈະເທົ່າກັບການນອນຫຼັບ 2 ຊົ່ວໂມງ
- ຮຽນຮູ້ Soft Skills ໄວ້ສໍາຄັນ ມີທັກສະດ້ານອາລົມເຂົ້າສັງຄົມໄດ້ດີ ມີໄວ້ສໍາຄັນຫຼາຍກັບຊີວິດເຮັດວຽກໄລຍະຍາວ
- ບໍ່ແມ່ນແຊລກໍຕ້ອງຂາຍເປັນ ເຊື່ອເທາະວ່າທັກສະດ້ານການຂາຍມັນສາມາດນຊາໄປໃຊ້ໄດ້ທຸກແຫ່ງຫົນ ບໍ່ວ່າເຈົ້າຈະເຮັດວຽກຫຍັງກໍຕາມ
- ຟັງໃຫ້ຫຼາຍຂຶ້ນ ຮຽນຮູກາຮ່ວມວຽກທີ່ດີ ເປີດຮັບຄວາມຄິດເຫັນຈາກເພື່ອນຮ່ວມງານໃຫ້ຫຼາຍຂຶ້ນ
- ຮຽນຮູ້ການໃຫ້ລາງວັນຕົວເອງ ຫຼັງຈາກການເຮັດວຽກທີ່ໜັກໜາສາຫັດມາຕະຫຼອດ ເປັນການໃຫ້ຄຸນຄ່າກັບຕົວເອງ ເປັນວິທີທີ່ດີອີກຢ່າງໜຶ່ງເລີຍແຫຼະ
- ພຽງແຄ່ຕົວເລກ ເຊົາປຽບທຽບຕົວເອງກັບຄົນອື່ນດ້ວຍຕົວເລກ ອາຍຸ ເງິນເດືອນ ນໍ້າໜັກ ສ່ວນສູງ ແລ້ວຫັນມາແຂ່ງກັບຕົວເອງ ພູມໃຈໃນຕົວຍເອງ ແລະ ຮັກຕົວເອງໃຫ້ຫຼາຍໆ
ຮຽບຮຽງໂດຍ: Kuanjai Magazine
ຂໍ້ມູນຈາກ: knowledge
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine