Breaking News

ຄໍາຖາມທີ່ນັກສຶກສາຈົບໃໝ່ຢາກຮູ້!!! ຮຽນຈົບສາຍພາສາຕ່າງປະເທດສະເພາະ ຈະໄປເຮັດວຽກຫຍັງ???

ແບ່ງປັນ

ເຊື່ອວ່າຫຼາຍໆຄົນມີຄວາມສົນໃຈຮຽນພາສາຕ່າງ ບໍ່ວ່າຈະຮຽນພາສາຢູ່ໂຮງຮຽນສອນພາສາ ຮຽນທີ່ມະຫາໄລ ຫຼືແມ່ນແຕ່ຮຽນພາສາດ້ວຍຕົນເອງ… ປັດຈຸບັນມີຄົນແນະນໍາການຮຽນພາສາຫຼາກຫຼາຍຜ່ານທາງສື່ຕ່າງໆ ທັງ Blog ຫຼືສື່ VDO ຕາມເວັບໄຊ້ຄື YouTube ຕ່າງໆ ຫຼາກຫຼາຍທີ່ເຂົ້າມາຊ່ວຍໃນດ້ານນີ້!!! ແຕ່ເມື່ອຮຽນພາສາຈົບມາແລ້ວ ຄົງມີຫຼາຍຄົນທີ່ຍັງສົງໄສວ່າ ຮຽນພາສາມາແລ້ວເຮົາຈະເຮັດວຽກຫຍັງດີ? ຫຼືເຮົາຈະເຮັດຫຍັງກັບມັນດີ? ບົດຄວາມນີ້ຂໍນໍາສະເໜີຄໍາຕອບຈາກປະສົບການສ່ວນຕົວຂອງຜູ້ຂຽນເອງ (ແອັດມິ້ນເພຈ Mediam)

Image for post

ຮຽນຈົບພາສາໄປເຮັດວຽກຫຍັງໄດ້ແດ່?

ຖ້າໃຫ້ຕອບສັ້ນໆຄົງຕ້ອງຕອບວ່າ ແລ້ວແຕ່ເຮົາເລີຍ

ອາດຈະຟັງກວ້າງໄປໂພດ ຊັ້ນລອງມາຟັ/ປະສົບການຂອງລຸ້ນເອຶ້ອຍເບິ່ງວ່າລາວເລືອກເຮັດວຽກຫຍັງ???

ໂດຍປົກກະຕິແລ້ວວຽກສໍາລັບຄົນຮຽນຈົບພາສາຈະມີພວກ ອາຈານ ຄູສອນພິເສດ ລ່າມ ນັກແປພາສາ ຜູ້ຂຽນເອງເລີ່ມຈາກການເຮັດວຽກແປພາສາມາກ່ອນຍ້ອນຄວາມມັກສ່ວນຕົວ. ຕອນນັ້ນ ຢູ່ທີ່ບໍລິສັດແຫ່ງໜຶ່ງກໍໄດ້ເປີດຮັບຕໍາແໜ່ງແປພາສາຢູ່ພໍດີ ເລີຍໄດ້ມີໂອກາດເຂົ້າໄປເຮັດວຽກ.

เรื่องน่ารู้ก่อนตัดสินใจเรียน คณะครุศาสตร์-ศึกษาศาสตร์ จบมาแล้ว ...

ເລີ່ມຈາກການເຮັດວຽກທີ່ໃຊ້ທັກສະພາສາກົງໆເລີຍ ຄືກາານແປຂໍ້ຄວາມຈາກພາສາຍີ່ປຸ່ນເປັນພາສາລາວ ແລະ ແປຈາກພາສາຍີ່ປຸ່ນເປັນພາສາອັງກິດນໍາ… ຫຼັງຈາກນັ້ນ ກໍໄດ້ມີໂອກາດລອງເຮັດວຽກຫຼາກຫຼາຍຂຶ້ນ ໄດ້ເຂົ້າໄປເປັນລ່າມໃນເຂດຊຸມຊົນ ສ່ວນນີ້ເປັນຈຸດທີ່ເຮັດໃຫ້ຂ້ອຍເລີ່ມເຫັນພາບຂອງບໍລິສັດໃນວົງກວ້າງຫຼາຍຂຶ້ນ ໄດ້ຮູ້ວ່າການບໍລິຫານວຽກ ການຈັດການຕ່າງໆ ເປັນແນວໃດ?

ສິ່ງໜຶ່ງທີ່ຂ້ອຍຮູ້ສຶກວ່າ ທັກສະພາສາອັງກິດຊ່ວຍຂ້ອຍໄດ້ຄື ຂອບການຄົ້ນຄວ້າຂອງຂ້ອຍກວ້າງຫຼາຍຂຶ້ນ ນອກຈາກຂໍ້ມູນພາສາລາວທີ່ມີຫຼາຍຂຶ້ນແລ້ວ ຂ້ອຍຍັງສາມາດເຂົ້າເຖິງຂໍ້ມູນພາສາຍີ່ປຸ່ນ ແລະ ພາສາອັງກິດໄດ້ອີກ. ແລ້ວຂໍ້ມູນພວກນີ້ແຫຼະທີ່ເຮັດໃຫ້ເຮົາສາມາດພັດທະນາທັກສະອື່ນໆ ນອກຈາກທັກສະພາສາໄດ້ ຕົວຢ່າງ ທັກສະທີ່ໄດ້ມາເຊັ່ນ ການເຮັດໂຄສະນາ Online ໃຫ້ມີປະສິດທິພາບ ການບໍລິຫານຊັບພະຍາກອນບຸກຄົນດ້ວຍວິທີຕ່າງໆ ເປັນຕົ້ນ.

Image for post

ກັບມາສູ່ຄໍາຖາມທີ່ຖາມໄວ້ອີກຄັ້ງ ສະຫຼຸບແລ້ວ ຮຽນພາສາໄປເຮັດວຽກຫຍັງໄດ້ແດ່?

ຕາມທີ່ບອກເລີຍວ່າ ແລ້ວແຕ່ເລີຍ ແລ້ວແຕ່ວ່າເຮົາສົນໃຈຈະເຮັດວຽກດ້ານໃດ ພາສານີ້ແຫຼະຈະເປັນໜຶ່ງໃນຕົວຊ່ວຍໃຫ້ເຮົາໄດ້ທັກສະໃນການເຮັດວຽກນັ້ນມາ ທີ່ເຫຼືອພຽງຮຽນຮູ້ໃຫ້ເຕັມທີ່ ແລ້ວລອງລົງມືເຮັດຢ່າງຈິງຈັງ ເທົ່ານັ້ນເອງ…

Image for post

ຮຽບຮຽງໂດຍ: Kunjai Magazine

ທີ່ມາ: Messdiam

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ