ເອີ້ນໄດ້ວ່າເປັນຄູ່ຮັກທີ່ຫຼາຍຄົນລຸ້ນ ແລະ ເຊຍມາໂດຍຕະຫຼອດສໍາລັບ ຄູ່ພະເອກ-ນາງເອກ ຊື່ດັງຈາກປະເທດໄທຄູ່ນີ້… ພະເອກໜຸ່ມ ນະເດດ ຄຸຄິມິຍະ-ນາງເອກສາວ ຢາຢ່າ ອຸຣັສຍາ ທີ່ແຟນໆນັ້ນຈີ້ນແຮງຕັ້ງແຕ່ສະແດງໜັງນໍາກັນ ແລະ ເປັນໄປໃສມາໃສນໍາກັນຕະຫຼອດ ແຫ່ງລຸ້ນຢາກໃຫ້ເປັນແຟນກັນແທ້ໆ ແລະ ໃນທີ່ສຸດກໍຕ້ານກະແສຈີ້ນບໍ່ໄຫວ ທັງສອງຈຶ່ງອອກມາເປີດຕົວວ່າ ຄົບຫາເບິ່ງໃຈ ເປັນແຟນກັນມາໄດ້ໄລຍະໜຶ່ງແລ້ວ… ເຊິ່ງກໍເຮັດໃຫ້ແຟນໆນັ້ນຟີນໜັກເຂົ້າໄປອີກ ແຕ່ທີ່ໜ້າອິດສາຕາຮ້ອນ ຢາຢ່າຄື ນອກຈາກຈະມີແຟນເປັນ ໜຸ່ມສຸດຫລໍ່ ສາມີແຫ່ງຊາດແລ້ວ ຫຼັງຈາກເປີດຕົວວ່າຄົບກັນ ນະເດດ ເຖິງຂັ້ນເປີດ IG ມາເພື່ອວອດແຟນໂດຍສະເພາະເລີຍຈ່າ… ອ່ອຍຍຍຍ ແອັດກະຢາກມີແບບນີ້ເດ໊ະເນາະ ແຕ່ບໍ່ແມ່ນຢາຢ່າ ເລີຍໄດ້ແຕ່ຝັນ 555!!!

ແຕ່ຄວາມຟີນຍັງບໍ່ໝົດສໍໍາລັບຄູ່ນີ້ ເພາະໄລຍະຜ່ານມານີ້ ຫຼັງຈາກກັກຕົວຊ່ວງໂຄວິດແລ້ວ ທັງສອງກໍໄດ້ອອກງານເປັນປົກກະຕິ ຈົນມີນັກຂ່າວນາງໜຶ່ງໄປຖາມເຖິງຄວາມສໍາພັນທັງສອງກັບຢາຢ່າ ວ່າປານໃດຈະມີຂ່າວດີ ສາວຢາຢ່າ ກໍບໍ່ລໍຊ້າຕອບແບບໝັ້ນໃຈວ່າ ຖ້າໃຫ້ນະເດດມາຂໍຢູ່ ສ່ວນທາງໜຸ່ມນະເດດ ກໍໄດ້ອອກມາໃຫ້ສໍາພາດ ແລະ ໄດ້ຕອບປະເດັນທີ່ນັກຂ່າວເຄີຍຖາມຢາຢ່າໄວ້ ທາງນີ້ກໍເລີຍບອກວ່າ ແນວໃດກໍເປັນຄົນນີ້ແຫຼະ ນ້ອງຄົນດຽວເທົ່ານັ້ນ ຍັງບໍ່ຢາກເວົ້າຫຍັງຫຼາຍ ດຽວຈະບໍ່ເຊີໄພ້ ເອົາເປັນວ່າຖ້າຮອດເວລາມັນກໍແມ່ນ ຕອນນີ້ທັງສອງກໍເຮັດວຽກໜັກຫຼາຍ ຕອນນີ້ກໍຖ້າເວລາຢ່າງດຽວ ງານນີ້ທັງນັກຂ່າວ ແລະ ແຟນຄຣັບກໍລຸ້ນກັນຕໍ່ໄດ້ເລີຍຈ່າ ເພາະຄາດວ່າຄົງອີກບໍ່ດົນ ເຮົາຈະໄດ້ເຫັນພາບ ຄຸກເຄົ່າຂໍແຕ່ງງານກັນບ່ອນໃດຈັກແຫ່ງໜຶ່ງແນ່ນອນຈ່າ….





ຮຽບຮຽງໂດຍ: Kunajai Magazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine