9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ
ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີໆລະວັງໄວ້ມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງໃຫ້ປອດໄພມາແນະນໍາດັ່ງນີ້:
- ຄວນຊື້ເຄື່ອງສໍາອາງຈາກຮ້ານ.
- ຄວນເລືອກຊື້ເຄື່ອງສໍາອາງທີ່ມີປ້າຍພາສາລາວ ຫຼື ພາສາໄທ.
- ທົດສອບການແພ້ກ່ອນໃຊ້ດ້ວຍການທາຜະລິດຕະພັນນັ້ນໜ້ອຍໜຶ່ງໃສ່ບໍລິເວນກ້ອງແຂນ ຫຼື ບໍລິເວນຕິ່ງຫູ ແລ້ວປະໄວ 24-48ຊົ່ວໂມງ.
- ປະຕິບັດຕາມວິທີໃຊ້ທີ່ໄດ້ລະບຸໄວ້.
- ເມື່ອໃຊ້ເຄື່ອງສໍາອາງສໍາເລັດແລ້ວ ຄວນປິດຝາໃຫ້ແໜ້ນເພື່ອປ້ອງກັນການປົນເປື້ອນ.
- ເກັບເຄື່ອງສໍາອາງໄວ້ໃນບ່ອນທີ່ແຫ້ງ ແລະ ເຢັນ.
- ຫ້າມເພິ່ມສານໃດໆລົງໃນເຄື່ອງສໍາອາງ.
- ຢ່າໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ ເພາະອາດຕິດເຊື້ອພະຍາດໄດ້ງ່າຍ.
- ຫາກເຄື່ອງສໍາອາງມີລັກສະນະປ່ຽນແປງໄປ ບໍ່ວ່າຈະເປັນສີ, ກິ່ນ ຫຼື ຄວາມເຂັ້ມຂຸ້ນບໍ່ຄວນເອົາມານໍາໃຊ້ອີກ.