Breaking News

7 ວິທີເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ

ແບ່ງປັນ

Format Kuanjai fB-01

7 ວິທີເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ

ສາວໆ ແຕ່ລະຄົນເຄີຍຮູ້ ເຄີຍສັງເກດບໍ່ວ່າຕົນເອງເກັບຮັກສາເຄື່ອງສໍາອາງໄວ້ໄດ້ຖືກວິທີແລ້ວບໍ່ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ ເອົາມາຝາກໃຫ້ສາວໆໄດ້ນໍາເອົາໄປໃຊ້ ດັ່ງນີ້:

  1. ບໍລິເວນທີ່ເໝາະສົມແກ່ການເກັບໄວ້ເຄື່ອງສໍາອາງຄື ຄວນເກັບໄວ້ບໍລິເວນທີ່ບໍ່ຖືກແສງແດດສ່ອງເຖິງ ແລະ ມີ ອຸນຫະພູມປະມານ 25°C ຄືການເກັບຮັກສາເຄື່ອງສໍາອາງໄວ້ໃນບ່ອນທີ່ມີອາກາດເຢັນສະບາຍ , ເກັບໄວ້ໃນບ່ອນທີ່ແຫ້ງ ແລະ ແສງແດດສ່ອງບໍ່ເຖິງ.
  2. ອ່ານວິທີເກັບຮັກສາຢູ່ໃນປ້າຍຂອງເຄື່ອງສໍາອາງ ທຸກອັນຈະມີວິທີໃຊ້ ແລະ ວິທີເກັບຮັກສາຢູ່ຕະຫຼອດ ຖ້າບໍ່ດັ່ງນັ້ນເຄື່ອງສໍາອາງອາດເສື່ອມສະພາບລ່ວງໜ້າໄປກ່ອນວັນໝົດອາຍຸ.
  3. ເປີດຝາໃນເວລາທີ່ຕ້ອງການໃຊ້ເທົ່ານັ້ນ ແລະ ເມື່ອຍໃຊ້ແລ້ວກໍ່ຄວນປິດຝາໃຫ້ແໜ້ນ ນອກຈາກເຮັດໃຫ້ສະອາດແລ້ວ, ບໍ່ເຮັດໃຫ້ແຫ້ງ, ຂີ້ຝຸ່ນ, ເຊື້ອພະຍາດຕ່າງໆບໍ່ສາມາດລົງໄປສໍາຜັດກັບເຄື່ອງສໍາອາງໄດ້, ເພື່ອບໍ່ໃຫ້ເນື້ອຜະລິດຕະພັນສໍາຜັດກັບອາກາດໂດຍກົງ.
  4. ຮັກສາຄວາມສະອາດຂອງມື, ໃບໜ້າ ແລະ ອຸປະກອນແຕ່ງໜ້າ ທຸກໆຄັ້ງກ່ອນທີ່ຈະສໍາຜັດກັບເຄື່ອງສໍາອາງຕ້ອງລ້າງມື ແລະ ຕ້ອງລ້າງໜ້າ ເພື່ອໃຫ້ໝັ້ນໃຈໄດ້ວ່າສິ່ງປົນເປື້ອນຈາກຜິວພັນ ລວມທັງແບັດທີເຣຍ ຈະໄດ້ບໍ່ລົງໄປສໍາຜັດກັບເຄື່ອງສໍາອາງ.
  5. ບໍ່ໃຊ້ເຄື່ອງສໍາອາງ ລວມທັງSkin Care ຮ່ວມກັບຜູ້ອື່ນ ເພາະຖ້າໃຊ້ຮ່ວມກັນຫຼາຍເທົ່າໃດ ໂອກາດທີ່ເຄື່ອງສໍາອາງນັ້ນຈະປົນເປື້ອນ ແລະ ສໍາຜັດກັບອາກາດ, ຂີ້ຝຸ່ນ ແລະ ແບັດທີເຣຍ ກໍ່ຍິ່ງມີຫຼາຍຂຶ້ນເທົ່ານັ້ນ.
  6. ກ່ອນໃຊ້ເຄື່ອງສໍາອາງຢ່າລືມເບິ່ງວັນທີ, ເດືອນ, ປີທີ່ຜະລິດ ເພື່ອກະປະມານໄດ້ວ່າຈະໃຊ້ໝົດພາຍໃນໄລຍະເທົ່າໃດ.
  7. ຫາກເນື້ອຜະລິດຕະພັນປ່ຽນສີ ຫຼື ກິ່ນປ່ຽນໄປຢ່ານໍາມາໃຊ້ອີກ.

 

ແບ່ງປັນ