Breaking News
KuanjaI FaceB

ການຮັບປະທານຄໍລາເຈນ(collagen) ໃຫ້ປອດໄພ ແລະ ເກີດປະໂຫຍດສູງສຸດ

ແບ່ງປັນ
KuanjaI FaceB
KuanjaI FaceB

ການຮັບປະທານຄໍລາເຈນ (collagen) ໃຫ້ປອດໄພ ແລະ ເກີດປະໂຫຍດສູງສຸດ

ສາວໆທ່ານໃດທີ່ຢາກງາມຜິວພັນສົດໃສ ໃຫ້ອ່ານທາງນີ້ ເພາະວາລະສານຂັວນໃຈ ໄດ້ນໍາເອົາວິທີການຮັບປະທານຄໍລາເຈນ(collagen) ຄວນຮັບປະທານແນວໃດໃຫ້ປອດໄປ ແລະ ເກີດປະໂຫຍດສູງສຸດ ດັ່ງນີ້

  1. ຄວນຮັບປະທານຄໍລາເຈນ(collagen)ແບບຝຸ່ນຮ່ວມກັບເຄື່ອງດື່ມຢ່າງໜ້ອຍມື້ລະ 3-6 ກຼາມ ຫຼື ປະມານ 3,000-6,000 ມິນລີກຼາມຕໍ່ມື້ ເພື່ອໃຫ້ຄໍລາເຈນ(collagen)ເກີດປະໂຫຍດຢ່າງສູງສຸດ ເພາະວ່າໃນຄໍລາເຈນ(collagen)ຝຸ່ນນັ້ນມີລັກສະນະເປັນໂປຣຕີນ ແລະ ເມື່ອຮັບປະທານເຂົ້າໄປກົດໃນກະເພາະຈະເຮັດການຍ່ອຍສະລາຍກາຍເປັນກົດອະມິໂນ 17 ຊະນິດ ແລະ ຮ່າງກາຍຈະນໍາເອົາພະລັງງານທີ່ໄດ້ຈາກການຍ່ອຍສະລາຍໄປຫຼໍ່ລ້ຽງອະໄວຍະວະສ່ວນອື່ນໆຂອງຮ່າງກາຍ ຄວນຮັບປະທານຄໍລາເຈນ(collagen)ໄດ້ບໍ່ເກີນມື້ລະ 10 ກຼາມ ຫຼື 10,000 ມິນລີກຼາມຕໍ່ມື້.
  2. ຄວນຮັບປະທານຄໍລາເຈນ(collagen) ຮ່ວມກັບວິຕາມິນC ເພາະວ່າວິຕາມິນCມີຄຸນສົມບັດຊ່ວຍກະຕຸ້ນເຊວຜິວໜັງໃຫ້ເກີດການສ້າງຄໍລາເຈນ(collagen) ແລະ ຍັງເປັນການຊ່ວຍກະຕຸ້ນຮ່າງກາຍໃຫ້ນໍາເອົາກົດອະມິໂນທີ່ຖືກຍ່ອຍສະລາຍມາຈາກຄໍລາເຈນ(collagen)ແບບຝຸ່ນໄປໃຊ້ໃນການສ້າງຄໍລາເຈນ(collagen) ທີ່ກ້ອງຜິວໜັງອີກດ້ວຍ.
  3. ຄວນຮັບປະທານຄໍລາເຈນ(collagen) ກ່ອນໃນເວລາເຂົ້ານອນ ແລະ ຫຼັງຈາກການຕື່ນນອນ ເພາະເປັນເວລາທີ່ກະເພາະຍັງຫວ່າງຢູ່ ເຮັດໃຫ້ຫ່າງກາຍເກີດການດູດຊືມຄໍລາເຈນ(collagen) ເຂົ້າສູ່ຮ່າງກາຍໄດ້ເປັນຢ່າງດີ.
  4. ໄດ້ຮັບການຮັບຮອງຈາກອົງການອາຫານແລະຢາ ໂດຍສະເພາະແມ່ນອາຫານເສີມປະເພດທີ່ຕ້ອງໄດ້ຮັບປະທານເຂົ້າໄປໃນຮ່າງກາຍ ຕົວຢ່າງຄໍລາເຈນ(collagen)ແບບຝຸ່ນ ເຊິ່ງຈະມີຄວາມສ່ຽງຫຼາຍກວ່າຜະລິດຕະພັນປະເພດທີ່ໃຊ້ພາຍນອກຮ່າງກາຍ ຖ້າຫາກເປັນຄໍລາເຈນ(collagen) ທີ່ສາວໆກໍາລັງໃຫ້ຄວາມສົນໃຈເຖິງແມ່ນວ່າການໂຄສະນາຈະອວດອ້າງສັບພະຄຸນທີ່ດີຫຼາຍປານໃດກໍ່ຕາມແຕ່ຖ້າຫາກຍັງບໍ່ຜ່ານການກວດກາຂອງອົງການອາຫານ ແລະ ຢາ ກໍ່ບໍ່ຄວນຮັບປະທານຢ່າງເດັດຂາດ.
ແບ່ງປັນ