Breaking News

ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ?

ແບ່ງປັນ

 

ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ

ຜະລິດຕະພັນອ້ອມໜ່ວຍຕາ ໂດຍສະເພາະ Mascara, Eyeshadow, ສໍແຕ້ມຄິ້ວ ແລະ ຂອບຕາ ບໍ່ສາມາດໃຊ້ໄດ້ດົນໆເທົ່າກັບຊະນິດອື່ນໆເພາະໂອກາດໃນການປົນເປື້ອນຂອງເຊື້ອຈຸລິນຊີລະຫວ່າງການໃຊ້ງານມີສູງຫຼາຍ ອາດເຮັດໃຫ້ເກີດອັກເສບຂອງຈຸລັງໜ່ວຍຕາໄດ້ ຜູ້ຊ່ຽວຊານທາງເຄື່ອງສໍາອາງແນະນໍາໃຫ້ປ່ຽນຜະລິດຕະພັນເຫຼົ່ານີ້ຖີ້ມທຸກໆ 3 ເດືອນພາຍຫຼັງຈາກການເປີດໃຊ້ງານ ຜະລິດຕະພັນປະເພດສະໝຸນໄພ ຫຼື ຊະນິດທີ່ມີອົງປະກອບຈາກທໍາມະຊາດມັກຈະເກັບໄວ້ບໍ່ດົນຜູ້ໃຊ້ຄວນໝັ່ນສັງເກດກາານປ່ຽນແປງທີ່ຜິດປົກກະຕິເຊັ່ນ: ສີ, ກິ່ນ ແລະ ຄວາມໜຽວຂອງເນື້ອຄຣີມເພາະທັງສີ, ກິ່ນ ແລະ ຄວາມໜຽວທີ່ປ່ຽນໄປສະແດງເຖິງການສະລາຍຕົວຂອງຜະລິດຕະພັນອັນອາດມີສາເຫດຈາກການປົນເປື້ອນຂອງເຊື້ອຈຸລິນຊີໄດ້ ເນື່ອງຈາກສານສະກັດຈາກທໍາມະຊາດມັກຈະບໍ່ມີສານກັນບູດ ຖ້າຫາກພົບການປ່ຽນແປງແບບນັ້ນໃຫ້ຢຸດໃຊ້ ແລະ ຖີ້ມໄປທັນທີບໍ່ຕ້ອງເສຍດາຍ, ນອກຈາກນັ້ນການເກັບຜະລິດຕະພັນຕ້ອງມ້ຽນຕາມຄໍາແນະນໍາເທິງສະຫຼາກເຊັ່ນ: ຫຼີກເວັ້ນຄວາມຮ້ອນ ແລະ ແສງແດດ ຖ້າຫາກມ້ຽນບໍ່ໄດ້ຕາມຄໍາແນະນໍາອາຍຸຂອງຜະລິດຕະພັນຈະສັ້ນກວ່າວັນໝົດອາຍຸທີ່ກໍານົດໄວ້ເທິງປ້າຍສະຫຼາກນັ້ນເອງ.

ແບ່ງປັນ