Breaking News

Cosmatic

ມາຮູ້ຈັກກັບ ອາຈານ ຄົນເຈົ້າຊູ້ທີ່ກໍາລັງເປັນກະແສໃນຕອນນີ້!!

ວ້າວໆໆໆ ຢາກຈະວ້າວຈັກ ພັນເທື່ອເມື່ອໄດ້ເຫັນຄວາມເຈົ້າຊູ້ຂອງອ້າຍຄູຄົນນີ້ ທີ່ກໍາລັງເປັນທີ່ກ່າວເຖິງໃນຕອນນີ້ ແລະ ຫຼາຍຄົນກໍສົງໄສວ່າອ້າຍບ່າວຄູຄົນນີ້ ເປັນຄູແທ້ໆ ຫຼືບໍ່ ຫຼືເປັນພຽງການຖ່າຍແບບຊຸດຄູເທົ່ານັ້ນ ມື້ນີ້ຂວັນໃຈຈະມາແກ້ຂໍ້ຂ້ອງໃຈໃຫ້ກັບແຟນໆກັນ ຄວາມຈິງແລ້ວ ອ້າຍຄູຄົນນີ້ບໍ່ໄດ້ໃສ່ຊຸດຄູເພື່ອຖ່າຍແບບ ຫຼືຫຍັງທັງນັ້ນ ເພິ່ນຄູແທ້ໆ ສອນຢູ່ທີ່ ວິທະຍາໄລຄູຫຼວງພະບາງ ນັ້ນເອງ ເຊິ່ງບັນດາລູກສິດລູກຫາຂອງເພິ່ນນັ້ນ ມັກເອີ້ນວ່າ ອາຈານ ຫຼົງນັ້ນເອງ. ເອົາເປັນວ່າ ໝົດຂໍ້ຂ້ອງໃຈກັນໄປເນາະ ແຕ່ກໍຕ້ອງຍອມຮັບໃນຄວາມເຈົ້າຊູ້ຂອງເພິ່ນອີ່ຫຼີ ແລະ ທີ່ສໍາຄັນນອກຈາກຈະດີທທາງຮູບຮ່າງໜ້າຕາແລ້ວ ຈິດໃຈຍັງດີແສນດີເພາະເພິ່ນເປັນພໍ່ພິມຂອງຊາດເຮົາເລີຍລະ ແລະ ກໍເຊື່ອແນ່ວ່າບັນດານັກສຶກສາທີ່ໄດ້ຮຽນນໍອາຈານ ຫຼົງ ຈະຕ້ອງມີຄວາມຕັ້ງໃຈຮຽນຢ່າງແນ່ນອນ ເພາະຖ້າເປັນແອດນ່າ ຖ້າມີໂອກາດໄດ້ໄປເປັນນັກຮຽນ ຊົ່ວໂມງໃດ ອາຈານ ຫຼົງ ສອນ ແອດສັນຍາວ່າຈະຕັ້ງໃຈແບບບໍ່ພັບຕາພຸ້ນລະ 555 ແນວໃດກໍຕາມ ເອົາເປັນວ່າເຮົາໄປເບິ່ງຮູບທີ່ແອດເອົາມາຕ້ອນກັນມື້ນີ້ດີກວ່າ ເພາະນອກຈາກຊຸດຄູທີ່ເຄີຍເຫັນກັນແລ້ວ ຍັງມີຮູບແບບຫຼໍ່ຫຼາຍໆມາໃຫ້ຟີລກັນໄປອີກ!!   ອາຈານຄົນເຈົ້າຊູ້ ແນວເຈົ້າຊູ້ແທ້ໆ ຄິດວ່ານາຍແບບ ມັກແທ້ໆເລີຍສອງນີ້ນ່າ ໜ້າໃສໆເວີ່ By: …

Read More »

ຈະພາໄປເບິ່ງ! ສາວທະຫານລາວໃຈກ້າ ທີ່ງາມບໍ່ແພ້ຊາດໃດ! (ແຊຣໄປໃຫ້ໂລກຮູ້)

ສະບາຍດີສາວໆ ແລະ ແຟນຂວັນໃຈທຸກຄົນ ມື້ນີ້ ຈະພາໄປເບິ່ງສາວທະຫານໃຈກ້າຄົນງາມ ທີ່ອາດຈະເຮັດໃຫ້ຜູ້ບ່າວໄທບ້ານ, ບ່າວຫ້ອງການ, ບ່າວພະນັກງານລັດຕ່າງໆ ຕ້ອງຍົກນິ້ວໃຫ້ ແລະ ໃຈລະລາຍກັນໄປຕາມໆກັນ ເພາະນອກຈາກຈະມີຄວາມງາມທາງດ້ານໜ້າຕາແລ້ວ ເອີ້ນໄດ້ວ່າຈິດໃຈຍັງງາມ, ມີຄວາມກ້າຫານ, ຍອມເສຍສະຫຼະເພື່ອຊາດອີ່ຫຼີ ເຖິງວ່າປັດຈຸບັນຈະບໍ່ຕ້ອງອອກໄປສູ້ຮົບຫຍັງ ແຕ່ທະຫານກໍຍັງຖືວ່າເປັນຮົ້ວຂອງຊາດທີ່ພວກເຮົາຄວນຈະໃຫ້ຄວາມນັບຖື ແລະ ເປັນທີ່ເພິ່ງໃຫ້ກັບພວກເຮົາໄດ້ສະເໝີ. ເວົ້າໄປກະມີແນວຊິເວົ້າຫຼາຍຢູ່ດອກແຕ່ບໍ່ຢາກໃຫ້ມັນຍາວໄປຫຼາຍກວ່ານີ້ ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ໝາຍເຫດ: ສາວທະຫານງາມໆອາດຈະມີຫຼາຍກວ່ານີ້ ທີ່ແອດບໍ່ສາມາດໄປຊອກມາໃຫ້ໝົດໄດ້ ສະນັ້ນ ຖ້າໃຜທີ່ມີຄົນຮູ້ຈັກສາວທະຫານງາມໆ ຢ່າລືມສົ່ງຮູບມາອວດແອດນໍາເດີ້ ເພື່ອເທື່ອໜ້າຈະເອົາລົງ. ຂໍຂອບໃຈ! By: BeautyGuru ຂໍຂອບໃຈຮູບຈາກ ບ່ອນຕ່າງໆ

Read More »

ໄປເບິ່ງກັນວ່າ! ງາມສົມກັບຄໍາເຂົາຊ່າລືກັນແທ້ບໍ່? (ຢ່າລືມບອກໃຫ້ຮູ້ນໍາແດ່ເດີ້)

Hi! ສາວໆ ແລະ ແຟນໆຂວັນໃຈທຸກໆຄົນ ມື້ນີ້ BeautyGuru ຢາກຈະມາຖາມທຸກຄົນວ່າເຄີຍໄດ້ຍິນປະໂຫຍກນີ້ບໍ່: ຢາກໄດ້ເມຍຫາເງິນເກັ່ງໃຫ້ເອົາເມຍແມ່ຄ້າ, ຢາກໄດ້ເມຍເກັ່ງກ້າໃຫ້ເອົາສາວທະຫານ ແຕ່ຖ້າຢາກໄດ້ເມຍງາມໃຫ້ເອົາສາວທະນາຄານ ຮີ້ວວວວ ແລະ ມີຄົນບອກ BeuatyGuru ມາວ່າ ຢາກໄດ້ຄົນງາມວ່າຊັ້ນ ວ່າແຕ່ວ່າສາວທະນາຄານຈະງາມສົມກັບຄໍາກອນເພີ່ນວ່າບໍ່ນັ້ນ ມື້ນີ້ແອດເລີຍຈະມາຢັ້ງຢືນໃຫ້ໄດ້ເຫັນກັນ ກັບສາວທະນາຄານ JDB ກັນກ່ອນ ສ່ວນສາວທະນາຄານອື່ນນັ້ນຈະເອົາມາໃຫ້ໄດ້ເບິ່ງກັນຕາມຫຼັງເດີ້!! ເອົາເປັນວ່າເຮົາໄປເບິ່ງກັນກ່ອນເລີຍດີກວ່າ!     By: BeautyGuru ຂໍຂອບໃຈຮູບຈາກ: FB: ສາວທະນາຄານ JDB

Read More »

ສາວໆຮູ້ບໍ່ວ່າ 5 Item ກັນຕາຍ! ທີ່ຜູ້ຍິງຄວນມີໄວ້ໃນຕູ້ເຄື່ອງມີຫຍັງແດ່? ບອກເລີຍວ່າໃສ່ແລ້ວເລີ໋ດ!!!

ສະບາຍດີສາວໆຂັວນໃຈທຸກຄົນ ເຊື່ອວ່າທຸກຄົນຕ້ອງມີເສື້ອຕົວທີ່ມັກທີ່ສຸດຢູ່ໃນຕູ້ແນ່ນອນແມ່ນບໍ່? ເພາະຮູ້ສຶກວ່າໃສ່ແລ້ວເຂົ້າກັບເຮົາຫຼາຍ ໃສ່ແລ້ວ ເຮັດໃຫ້ເກີດຄວາມໝັ້ນໃຈ ແລະ ເຊື່ອວ່າ 5 Item ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ບາງຢ່າງສາວໆອາດຈະມີຢູ່ໃນຕູ້ແລ້ວກໍເປັນໄດ້ ເພາະແຕ່ລະ Item ນັ້ນສາມາດ Mix and Match ໄດ້ຫຼາຍ Look ເລີຍ ໃສ່ຄູ່ກັບຫຍັງກໍງາມ ມາເບິ່ງກັນເລີຍມາວ່າມີຫຍັງແດ່? ເສື້ອເຊີດສີຂາວ Match ກັບກະໂປ່ງ ຫຼືສົ້ງສີສົດໄສ Match ກັບປະໂປ່ງລາຍລູກໄມ້ Match ກັບຢີນຂາຍາວ Match ກັບກະໂປ່ງແບບຫວານໆ ເສື້ອຢືດ ກັບຢີນຂາສັ້ນ Match ກັບປະໂປ່ງ ຢືດສີດໍາກັບປະໂປ່ງລາຍ Scot All Black Style ຢືດລາຍກະຕູນກັບຢີນຂາຍາວ ກັບກະໂປ່ງມີລວດລາຍ ເສື້ອສາຍດ່ຽວ Sexy ເບົາໆດ້ວຍ Dresses ສີດໍາ Match ກັບຢີນຂາຍາວ Sexy …

Read More »

ປັດ Mascara ແນວໃດ? ໃຫ້ຖືກວິທີ

ວິທີຜິດໆຂອງການໃຊ້ Mascara ທີ່ສາວໆອາດຈະເບິ່ງຂ້າມໄປ ສາວໆເວລາປັດ Mascara ແລ້ວມັກພົບບັນຫາເຫຼົ່ານີ້ບໍ່ ປັດແລ້ວຕິດເປັນກ້ອນ, ປັດທາງເທິງເປື້ອນທາງລຸ່ມ, ປັດທາງລຸ່ມເປື້ອນທາງເທິງ ຈະເຊັດອອກແຕ່ລະເທື່ອກໍຍາກແສນຍາກ ແຖມຍັງຕ້ອງເສຍເວລາແຕ່ງຕາໃໝ່ອີກ. ມາເບິ່ງນີ້ເລີຍ! ວ່າເຮັດແນວໃດໃຫ້ບັນຫາເຫຼົ່ານັ້ນໄປຕ້ອງໝົດໄປ? ທີ່ຂວັນໃຈເອົາມາຕ້ອນກັນໃນມື້ນີ້! 1. ຄວນປັດຂົນຕາລຸ່ມກ່ອນ: ເຊື່ອວ່າສາວໆຫຼາຍຄົນອາດຈະເຄີຍລໍາຄານວ່າ ເວລາປັດ Mascara ແລ້ວເປື້ອນເປັດຈຸດໆບ່ອນເປືອກຕາ ແລະ ໃຕ້ຕາ ເພື່ອປ້ອງກັນບັນຫາເຫຼົ່ານັ້ນໃຫ້ໝົດໄປ ໃຫ້ເລີ່ມປັດຂົນຕາຈາກທາງລຸ່ມກ່ອນ ບໍ່ດັ່ງນັ້ນບັນຫາທີ່ປັດ Mascara ແລ້ວເປື້ອນກໍຈະຍັງມາກວນໃຈສາວໆຢູ່ບໍ່ເລີກນັ້ນເອງ 2. ຢ່າປໍ້າຫົວແປງ Mascara ເຂົ້າໆອອກ: ຖ້າສາວໆບໍ່ຢາກໃຫ້ Mascara ສຸດທີ່ຮັກແຫ້ງໄວຢ່າເຮັດ!! ການທີ່ເຮົາປໍ້າແປງ Mascara ເຂົ້າໆອອກໆຫຼາຍໆ ຈະເປັນການດັນອາກາດເຂົ້າໄປໃນຕົວຂອງ Mascara ເຮັດໃຫ້ແຫ້ງໄວຂຶ້ນ ແລ້ວເນື້ອຂອງ Mascara ຈະຈັບກັນເປັນກ້ອນ ປ່ຽນມາເປັນການໝູນແປງໄປໜ້າ-ຫຼັງ ແທນຈະເປັນການດີກວ່າ   3. ຄວນເຊັດເນື້ອ Mascara ອອກກ່ອນເລັກນ້ອຍ: …

Read More »