Breaking News

ໂອກາດດີທີ່ບໍ່ຄວນພາດ!! ສໍາລັບໃຜທີ່ຢາກເປັນຕົວແທນຂາຍສິນຄ້າຄຸນນະພາບດີຈາກຍີ່ປຸ່ນ…

ແບ່ງປັນ

ຂ່າວ​ດີສໍາລັບສາວໆ ຫຼື ນັກທຸລະກິດທ່ານໃດທີ່ຕ້ອງການຢາກເປັນຕົວແທນຂາຍສິນຄ້າຈາກຍີ່ປຸ່ນ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສ​ປ​ປ ລາວ ຫຼື ອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າຈາກປະເທດຍີ່ປຸ່ນ ຫຼື “Japan Product Exhibition 2021” ເປັນ​ທາງ​ການ​ໃນວັນທີ 03 ກຸມພາ 2021 ທີ່ໂຮງແຮມ ຄຣາວພລາຊ່າ, ພາຍໃນງານມີສິນຄ້າຫຼາຍເຖິງ 82 ລາຍການ ຈາກ 28 ບໍລິສັດ, ໃນນັ້ນມີສິນ​ຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…. ​ສິນ​ຄ້າປະເພດເຄື່ອງສໍາອາງ ເຊັ່ນ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ, ນອກຈາກນີ້​ ຍັງມີສິນ​ຄ້າປະເພດອາຫານເສີມ ເຊັ່ນ ຄໍລະເຈັນ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ.

ທ່ານ ຄາຊຶອິຈິ ອິວະຄະມິ ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສ​ປ​ປ ລາວໄດ້ກ່າວວ່າ: ການອົງ​ການ​ດັ່ງ​ກ່າວ ເປັນ​ອົງ​ການ​ໜຶ່ງ​ຂອງ​ລັດ​ຖະ​ບານຍີ່​ປຸ່ນ​ທີ່ຂຶ້ນກັບກະຊວງເສ​ດ​ຖະ​ກິດ, ການ​ຄ້າ ແລະ ອຸດສາຫະກໍາຍີ່​ປຸ່ນ ເຊິ່ງມີ 3 ພາ​ລະບົດບາດຫຼັກທີ່ສໍາຄັນຄື: ສົ່ງເສີມ​ການລົງທຶນ​ຈາກ​ຍີ່​ປຸ່ນ​ເຂົ້າໃນລາວ, ນໍາສິນຄ້າຍີ່ປຸ່ນມາໂປຣໂມດຢູ່ລາວ ແລະ ສ້າງ​ໂອ​ກາດ​ໃຫ້ນັກລົງທຶນຂະແໜງກະສິກໍາ​ຂອງ​​ທັງສອງ​ປະ​ເທດໄດ້ພົບປະໂອ້ລົມທຸລະກິດຮ່ວມກັນ.

ງານວາງ​ສະ​ແດງ​ສິນ​ຄ້າ​ຍີ່​ປຸ່ນນີ້ໄດ້​ຖືກຈັດຂຶ້ນເປັນ​ຄັ້ງທີ 5 ແລ້ວ, ຈຸດປະສົງ​ຂອງງານ ແມ່ນເພື່ອ​ເປັນການແນະນໍາສິນຄ້າຍີ່ປຸ່ນໃນລາວ ​ຢາກໃຫ້ມີຕົວແທນ​ຂາຍ​ສິນ​ຄ້າ​ຍີ່​ປຸ່ນໃນລາວເພີ່ມຂຶ້ນ ພ້ອມ​ທັງຢາກໃຫ້ບັນດານັກທຸລະກິດລາວໄດ້ເຂົ້າເຖິງຜະລິດຕະພັນຍີ່ປຸ່ນໃຫ້ຫຼາຍຂຶ້ນ ເຊິ່ງ​ຈະ​ຊ່ວຍສົ່ງເສີມທຸລະກິດໃນລາວໃຫ້ມີການຂະຫຍາຍຕົວ

​ນັກທຸລະກິດລາວທ່ານ​ໃດທີ່ສົນໃຈຢາກ​ຂາຍສິນຄ້າຍີ່ປຸ່ນ ສາ​ມາດໄປເບິ່ງ ແລະ ສໍາພັດຄຸນນະພາບຂອງສິນຄ້າແຕ່ລະຢ່າງໄດ້ ຢູ່ທີ່ຫ້ອງການ ຂອງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ທີ່ອາຄານວຽງວັງ ຊັ້ນ 4 ຖະໜົນບູລີຈັນ, ບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 5 ກຸມພາ ຫາ ວັນທີ 26 ກຸມພາ 2021, ເວລາ 9:00 – 17:00 ໂມງ (ຍົກເວັ້ນ ວັນເສົາ ແລະ ວັນອາທິດ)

ຂໍ້ມູນເພີ່ມຕື່ມ ສາມາດເຂົ້າເບິ່ງໄດ້ໃນລິ້ງນີ້:https://my.ebook5.net/JETROVientiane/JPE2021/

ແບ່ງປັນ