Breaking News

ມາເບິ່ງ 5 ກົນລະຍຸດທາງລັດລົງ “ຄານ” ໃຜຢາກຖີ້ມຄວາມໂສດ ລອງໄດ້!!

ແບ່ງປັນ

ໂສດມາດົນຢາກມີຄວາມຮັກເຮັດແນວໃດດີ? ຫຼາຍໆຄົນອາດມີສາເຫດຂອງການບໍ່ຍ້ອມມີແຟນທີ່ແຕກຕ່າງກັນໄປ ເຊິງມັນອາດຈະມາຈາກຫຼາກຫຼາຍປັດໃຈ ເຊັ່ນວ່າ ຍັງບໍ່ພ້ອມມີຄວາມຮັກ, ຍັງເຂັດຫຼາບຈາກຄວາມຮັກເກົ່າໃນອາດິດ, ຍັງບໍ່ທັນມີໃຜທີ່ເຂົ້າຕາ ຫຼືມີແລ້ວແຕ່ເຂົາຄົນນັ້ນພັດວ່າມີແຟນປະແລ້ວ ລວມໄປເຖິງບາງຄົນກໍຢາກມີຄວາມຮັກແຕ່ບໍ່ກ້າ….ເລີຍເປັນເຫດເຮັດໃຫ້ຫຼາຍຄົນບໍ່ມີໂອກາດແກວ່ງຄວາມໂສດຖີ້ມຈັກເທື່ອ!!

ບັນດາໜຸ່ມໆສາວໆທີ່ຍັງບໍ່ທັນມີແຟນທັງຫຼາຍຢ່າຟ້າວນ້ອຍໃຈເດີ!! ມື້ນີ້ ຂວັນໃຈຂໍເອົາໃຈໄວໂສດໂດຍການມາເວົ້າເຖິງເລື່ອງແນວທາງໄອເດຍດີໆທີ່ຈະເຮັດໃຫ້ຄົນໂສດທັງຫຼາຍນັ້ນສົມຫວັງໃນເລື່ອງຄວາມຮັກ ລວມມີ 5 ຂໍ້ ກົນລະຍຸດນໍາກັນ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານນໍາກັນເລີຍ!!

ເບິ່ງແຍງຕົນເອງກ່ອນເປັນອັນດັບທໍາອິດ ກົດແຮງດືງດູດມັກດືງດູດຄົນທີ່ຄືກັນເຂົ້າມາຫາກັນ ສະນັ້ນ ຖ້າເຮົາຕັ້ງເປົ້າໝາຍວ່າຢາກໄດ້ຄົນແນວໃດ ເຮົາກໍຕ້ອງສ້າງຕົນເອງໃຫ້ເປັນແບບນັ້ນຄືກັນ ແລະ ທີ່ສໍາຄັນແຫ່ງເຮົາຮູ້ຮັກຮູ້ເບິ່ງແຍງດູແລຕົນເອງໄດ້ດີເທົ່າໃດ ກໍແຫ່ງມີແນວໂນ້ມຈະພົບຄົນຮັກທີ່ຄ້າຍຄືກັບເຮົາຫຼາຍຂຶ້ນ.

ຕັດຄວາມຜູກພັນຈາກຄົນໃນອາດິດ ພະຍາຍາມຈິນຕະນາການຄວາມສໍາພັນໃນແບບທີ່ເຮົາຕ້ອງການ ຈາກນັ້ນກໍໃຫ້ຄືດເຖິງຄົນທີ່ມີຄວາມຜູກພັນໃນອາດິດວ່າ ພວກເຂົາສາມາດໃຫ້ຄວາມສໍາພັນແບບທີ່ເຮົາຕ້ອງການໄດ້ ຫຼືບໍ່ໄດ້ ຖ້າຄໍາຕອບຄື “ບໍ່ໄດ້” ກໍຢ່າໄປຢ້ານທີ່ຈະຕັດຄວາມສໍາພັນ ເພາະເຂົາເຈົ້າຈະເຮັດໃນສິ່ງທີ່ເຮົາຕ້ອງການບໍ່ໄດ້ ເຊິ່ງມັນເປັນການເຮັດໃຫ້ເຮົາເສຍເວລາໃນການເປິດໂອກາດໃຫ້ຄົນໃຫມ່ເຂົ້າມາຫາເຮົານັ້ນເອງ.

ເປິດໃຈເວົ້າວ່າ ແມ່ນໃຫ້ຫຼາຍຂຶ້ນ ໝາຍເຖິງການເປິດໃຈບໍ່ປະຕິເສດຄົນທີ່ເຂົ້າມາລົມ ຫຼືການໄດ້ຮູ້ຈັກກັບຄົນໃຫມ່ໆ ເພາະມັນເປັນການຊ່ວຍເປິດໂອກາດໃຫ້ໄດ້ຮູ້ຈັກກັນຫຼາຍຂຶ້ນ ຍ້ອນວ່າເຮົາຈະບໍ່ມີທາງຮູ້ໄດ້ທັນທີວ່າໃຜຄືຄົນທີ່ແມ່ນ, ຈະຊອກໄດ້ຢູ່ໃສ ແລະ ຕອນໃດ ຖ້າເຮົາບໍ່ລອງເປິດໃຈເຮົາກໍຈະບໍ່ຮູ້ແບບນີ້ໄປເລື້ອຍໆ.

ພະຍາຍາມອອກໄປເຮັດກິດຈະກໍາໃຫມ່ໆ ພົບຄົນໃຫມ່ໆ ຈາກທີ່ເມົາມົວຢູ່ກັບສິ່ງເກົ່າໆເດີມໆ ຫຼືອາດຈະປ່ຽນຈາກການຢູ່ເຮືອນໄປທ່ຽວນໍາຫມູ່, ຊອກບ່ອນຮຽນພາສາທີ່ຕົນສົນໃຈ, ໄປອອກກໍາລັງກາຍ ຫຼືຮ່ວມກິດຈະກໍາຕ່າງທາງສັງຄົມໃຫ້ຫຼາຍຂຶ້ນ ເພາະສິ່ງເລັກໆນ້ອຍໆໃນຊີວິດປະຈໍາວັນເຫຼົ່ານີ້ອາດຊ່ວຍໃຫ້ເຮົາພົບກັບຄົນໃຫມ່ໆໄດ້ໄວຂຶ້ນ.

โยคะ, กลางแจ้ง, ผู้หญิง, ก่อให้เกิด, หนุ่มสาว, คน, หญิง

ສ້າງທັດສະນະຄະຕິໃນທາງບວກດ້ານຄວາມຮັກສະເຫມີ ຢ່າໃຫ້ອາດິດ ຫຼືເລື່ອງລາວຕ່າງໆທີ່ບໍ່ດີກ່ຽວກັບຄວາມຮັກເຮັດໃຫ້ເຮົາສ້າງກໍາແພງກັ້ນຄົນທີ່ຈະເຂົ້າມາ ໃຫ້ຈື່ໄວ້ວ່າເຮົາເປັນຄົນກໍານົດຄວາມຮັກເອງໄດ້ ຖ້າເຮົາມີທັດສະນະຄະຕິໃນດ້ານບວກ, ຮູ້ຮັກຕົນເອງເປັນ ຄົນອ້ອມອື່ນກໍຈະຮັບຮູ້ໄດ້ຜ່ານຮອຍຍີ້ມ, ໃບໜ້າທ່າທາງ, ການກະທໍາ ເຊິ່ງມັນເປັນສະເຫນ່ອັນໜຶ່ງທີ່ສາມາດດືງດູດໃຫ້ຄົນຢາກມາລົມ ແລະ ທໍາຄວາມຮູ້ຈັກເຮົາຫຼາຍຂຶ້ນນັ້ນເອງ.

ผลการค้นหารูปภาพสำหรับ woman

ຖ້າບັນດາໄວໜຸ່ມໄວໂສດທັງຫຼາຍຍັງບໍ່ເຊື່ອວ່າສິ່ງທີ່ແອັດແນະນໍາມາຈະເປັນຄວາມຈິງໄດ້ ກໍມາລອງເຮັດຕາມນໍາກັນເບິ່ງບາງເທື່ອໂຊກດີມີຄົນມາສົນໃຈ ແລະ ມີໂອກາດໄດ້ພັດທະນາຄວາມສໍາພັນ ຈົນໄດ້ສະຫຼະໂສດໃນທ້າຍປີ-ຕົ້ນປີ ກໍເປັນໄດ້ເດີ!!

ຂອບໃຈຂໍ້ມູນຈາກ: women.mthai.com

ແບ່ງປັນ