Breaking News

ປຸກຄວາມເປັນຕົວແມ່ໃນໂຕຂອງສາວໆ!!!

ແບ່ງປັນ

ໃຜທີ່ຍັງຄິດວ່າໝົດໂຄວິດນີ້ຈະເຮັດຜົມສີຫຍັງດີ ຫາຍຫ່ວງເລີຍ!! ມື້ນີ້ເຮົາມີໄອເດຍ ເທຣນສີຜົມ 2022 ມາຟາດກັນແບບຈຸກໆ. ເທຣນກໍາລັງມາແຮງ ແລະ ຄາດວ່າຈະແຊງໂຄ້ງໄປຮອດປີໜ້າແນ່ນອນ!!! ຈະມີສີຫຍັງແນ່ຕາມຂວັນໃຈມາເລີຍ…

ຮ້ານສີຜົມທີ່ອິນເທຮນໃນວຽງຈັນ ເພື່ອນໆວ່າຮ້ານໃດເດັດ? ມາແຊກັນເລີຍ!!!

1 ສີຜົມ Platinum Hair

ແນວໃດກໍຈະປ່ຽນລຸກແລ້ວກໍປ່ຽນໃຫ້ມັນແຊ໊ບໆໄປເລີຍ ເອີ້ນໄດ້ວ່າເສດສີນີ້ມາແຮງຊ່ວງປາຍປີ ແລະ ຈະຮິດໄປຕໍ່ເຖິງປີໜ້າແນ່ນອນ!! ບໍ່ວ່າຈະເຮັດເປັນຊົງຊື່ ຫຼືລອນກໍສະກົດທຸກສາຍຕາ ແຕ່ໃຜທີ່ຈະເຮັດສີນີ້ກໍຕ້ອງໄດ້ຟອກສີໜັກແນ່ ດັ່ງນັ້ນຢ່າລືມເບິ່ງແຍງຫຼັງເຮັດສີນໍາເດີ້!!

2 ສີຜົມ สีผม White Blonde

ທີ່ຈິງເທຣນທຸກປີຕ້ອງມີສີ ບລອນຕິດເທຣນຢູ່ຕະຫຼອດ ແຕ່ບລອນໃດຈະຕິດເທຣນ 2022 ກໍຕ້ອງບອກວ່າເປັນບຣອນຂາວເທົ່ານນັ້ນ ໂດຍສະເພາະສາວໆ ທີ່ມີຜິວຂາວ ເຮັດສີນີ້ປຸບເປັ່ງປະກາຍອໍລ້າປັ໊ບ ຍິ່ງແຕ່ງໜ້າແຕ່ງໂຕຈັດເຕັມເພີ່ມອີກບອກໄດ້ຄໍາດຽວເລີດ…!!!

3 ສີຜົມ Walnut

ໂອະ…ໂອ່…!! ສີນີ້ງາມແຮງຊີສ! ໂທນນໍາຕານປະການທອງໝົ່ນຂຽວ ເຕີມຄວາມລະມຸນໃຫ້ກັບໃບໜ້າ ເປັນນໍ້າຕານທໍາມະຊາດທີ່ບໍ່ທໍາມະດາ ມີສະເໜ່ໜ້າຄົ້ນຫາ ທີ່ສໍາຄັນເໝາະກັບສາວເອເຊຍແບບສຸດໆ ແລະ ບໍ່ວ່າສີຜິວແບບໃດກໍເຮັດໄດ້!!

4 ສີຜົມ Cherry Chocolate

ໃຜທີ່ຍັງອິນກັບສີນໍ້າຕານແຕ່ກໍເບື່ອນໍ້າຕານແບບເກົ່າໆ ຢາກແຊ໊ບຂຶ້ນໃຫ້ເຂົ້າກັບເທຣນ 2022 ສີນໍ້າຕານແດງຄືຕອບໂຈດທີ່ສຸດ ເຮັດແລ້ວຊ່ວຍເຮັດໃຫ້ຜິວໜ້າສະຫວ່າງຂຶ້ນ ແລ້ວຍັງເພີ່ມຄວາມຫຼູສະໄຕລຄຸນໜູອີກດ້ວຍ

5 ສີຜົມ Dark Ash Brown

ຜົມສີນໍ້າຕານເຂັ້ມໝົ່ນ ຍັງຄົງເປັນສີທີ່ມາແຮງຕໍ່ເນື່ອງ ເປັນສີທີ່ເບິ່ງບໍ່ແຮງເກີນໄປ ແຕ່ຍິ່ງເບິ່ງຍິ່ງມີສະເໜ່ ເປັນອີກໜຶ່ງສີຜົມທີ່ຊ່ວຍເຮັດໃຫ້ໜ້າສະຫວ່າງ ແລະ ຊ່ວຍປິດບັງຜົມເສຍໃຫ້ເບິ່ງສຸຂະພາບດີ ແຕ່ຖ້າຢາກໃຫ້ອອກມາໝົ່ນໆຄວນຟອກສີຜົມໜ້ອຍໜຶ່ງ!

6 ສີຜົມ Strawberry Milk

ສໍາລັບສາວສາຍເກົາຫຼີ ໂທນຊົມພູຕ້ອງມາແລ້ວແຫຼະ!! ແຕ່ວ່າປີ 2022 ຜົມສີຊົມພູທີ່ຈະເຂົ້າວິນຈະຕ້ອງເປັນໂທນອ່ອນ ແລະ ມີຄວາມອົມແດງໜ້ອຍໜຶ່ງ ເປັນສີທີ່ສົດໃສໜ້າຮັກ ເໝາະກັບການປັບລຸກ!!

ແບ່ງປັນ