Breaking News

ສິ່ງທີ່​ບໍ່​ຄວນ​ປະຕິບັດ​ ໃນເວລາຖືກສຳພາດ​ເຂົ້າເຮັດວຽກ

ແບ່ງປັນ

ຖ້າຫາກທ່ານຢາກໄດ້ວຽກທີ່ທ່ານມັກ ທ່ານຄວນຈະປະຕິບັດຕົວ ໃນເວລາຖືກສໍາພາດດັ່ງລຸ່ມນີ້:

1 ບໍ່ຄວນນັດສຳພາດຫຼາຍບໍລິສັດໃນມື້ດຽວກັນ ຄວນນັດຕອນເຊົ້າ 1 ບໍລິສັດ ແລະ ຕອນບ່າຍ 1 ບໍລິສັດກໍພຽງພໍແລ້ວ

2 ບໍ່ຄວນຍາດເວົ້າ ຫຼື ຖາມຄຳຖາມກັບຜູ້ສຳພາດຫຼາຍເກີນໄປ

3 ບໍ່ຄວນຖາມກ່ຽວກັບມື້ພັກ, ການມາວຽກສວາຍ ຫຼື ການກັບກ່ອນ ເພາະເປັນການສ້າງພາບ ວ່າທ່ານອາດຈະບໍ່ມັກເຮັດວຽກຫຼາຍ

4 ບໍ່ຄວນຕື່ນເຕັ້ນຈົນເກີນໄປ ຫຼື ເຂົ້າໄປຕັ້ງຫຼັກຢູ່ຫ້ອງນ້ຳກ່ອນອອກມາໃຫ້ສຳພາດ

5 ບໍ່ຄວນເວົ້າສິ່ງທີ່ບໍ່ແມ່ນຄວາມຈິງ ຖ້າສິ່ງໃດບໍ່ໝັ້ນໃຈກໍບໍ່ຄວນເວົ້າຕໍ່ ເພາະຈະເຮັດໃຫ້ຂາດຄວາມໜ້າເຊື່ອຖື

6 ບໍ່ຄວນເວົ້າວ່າ ບໍ່ຮູ້ ! ຖ້າໝົດຫົນທາງທີ່ຈະຕອບແທ້ໆ ຄວນຕອບວ່າແລ້ວນ້ອງຈະໄປສຶກສາໃຫ້ລະອຽດຕື່ມ

7 ບໍ່ຄວນຖາມເລື່ອງເງິນ ຈົນກວ່າຜູ້ສຳພາດຈະພໍໃຈໃນຕົວເຮົາ ໃຫ້ຜູ້ສຳພາດສະເໜີ ເງິນແຮງງານໃຫ້ເຮົາກ່ອນ ຫຼັງຈາກນັ້ນຈັ່ງຕົກລົງກັນ

8 ບໍ່ຄວນເວົ້າຂວັນເຈົ້ານາຍເກົ່າ  ເພາະເຈົ້ານາຍໃໝ່ກໍຈະບໍ່ເຊື່ອໝັ້ນທ່ານ ເພາະຄິດວ່າຕໍ່ໄປທ່ານກໍຈະເວົ້າຂວັນເຈົ້ານາຍໃໝ່ເຊັ່ນກັນ

9 ບໍ່ຄວນພາຄອບຄົວ ຫຼື ຄົນຮູ້ຈັກໄປໃນມື້ສຳພາດ ເພາະຜູ້ສຳພາດຈະເບິ່ງວ່າທ່ານຢັງບໍ່ມີຄວາມເປັນຜູ້ໃຫຍ່ພຽງພໍ.

 

 

ແບ່ງປັນ