Breaking News

ອິນໂດເນເຊຍ ຄວ້າ Miss Grand International 2016

ແບ່ງປັນ

“ເອຣິກ້າ ບຸກຣີ ເພີທຕິວີ” Miss Grand ຈາກອິນໂດເນເຊຍ ຄວ້າຕໍາແໜ່ງ Miss Grand International 2016 ຄົນທີ່ 4 ຂອງໂລກໄປຄອງ ຍ້ອນຄວາມງາມ ພ້ອມດ້ວຍຄວາມສາມາດໃນການຕອບຄໍາຖາມດັ່ງລຸ່ມນີ້

ທ່າມກາງການຊົມເຊຍຂອງຫຼາຍຄົນ ຈົນເຖິງວິນາທີສຸດທ້າຍ ຈາກ ລາສເວກັດ ລັດເນວາດາ ສະຫະລັດອາເມຣິກາ ສຳລັບເວທີປະກວດ Miss Grand International 2016 ໃນຮອບຕັດສິນຂອງຄໍ່າຄືນວັນທີ່ 26 ຕຸລາ ທີ່ຜ່ານມາ

ລາງວັນຊຸດລອຍນໍ້າຍອດຍ້ຽມໄດ້ແກ່ Miss Grand “ເຊວິນິດ ໄຣ້ທ” ປະເທດ ບາຮາມາສ ລາງວັນ Miss Grand ໂຊຊຽວມີເດຍ ໄດ້ແກ່ “ໄດແອນ ໂອ ບຣາວ” ປະເທດ ຈາໄມກ້າ ແລະ ຕໍາແໜ່ງ ຊຸດລາຕຼີຍອດຍ້ຽມ ໄດ້ແກ່ Miss Grand “ເຊີເຣວ ໂຣດ ແພດເທີສັນ” ປະເທດ ອັງກິດ ລາງວັນ ປ້ອບປູລາ ໂຫວດ ໄດ້ແກ່ Miss Grand “ອີຍອງໂຊ” ປະເທດເກົາຫຼີ

ທາມກາງຄວາມຕື່ນເຕັ້ນຂອງມວນຊົນ ເພື່ອຟັງຄໍາຕອບຂອງຖາມທີ່ວ່າ? ຫາກທ່ານຕ້ອງເລືອກໃຜຈັກຄົນ ເພື່ອຊ່ວຍທ່ານ ເພື່ອຢຸດຕິສົງຄາມ ແລະ ຄວາມຮຸນແຮງທຸກຮູບແບບ (Stop The War)  ທ່ານຈະເລືອກໃຜມາຊ່ວຍລະຫວ່າງ ໂດນັດ ທາມ ກັບ ຮິດລາ ຮີ ຄຼິນຕັນ? ຍ້ອນຫຍັງ?

ສຳລັບຄໍາຕອບ Miss Grand ສະຫະລັດອາເມຣິກາ ແລະ ຟີລິປິນ ເລືອກ ໂດນັລດ໌ ທຣັມປ໌ ແຕ່ Miss Grand ອິນໂດ ເລືອກຕອບ ຮິລາຣີ ຄຼິນຕັນ ຍ້ອນເຊື່ອວ່າ ພະລັງແມ່ຍິງຈະຊ່ວຍຢຸດຕິສົງຄາມ ແລະ ຄວາມຮຸນແຮງໄດ້ຫຼາຍກວ່າຜູ້ຊາຍ ຖ້າຫາກທຸກຄົນຈັບມື ແລະ ເດີນໜ້າໄປນໍາກັນ.

ເຊິ່ງຄໍາຖາມນີ້ ໄດ້ສ້າງສຽງເຮຮາທີ່ສຸດ ເພາະກ່ຽວກັບການເມືອງທີ່ກໍາລັງຮ້ອນແຮງຂອງ ສະຫະລັດອາເມຣິກາໃນຕອນນີ້

ຈາກນັ້ນ ວິນາທີແຫ່ງຄວາມຕື່ນເຕັ້ນກໍມາຮອດ ທ່າມກາງການກອງເຊຍຂອງທຸກຄົນໃນຫໍ ພິທີປະກາດຕໍາແໜ່ງ

ອັນດັບ 4 ໄດ້ແກ່ Miss Grand “ມິເຊວ ລີອອນ” ປະເທດສະຫະລັດອາເມຣິກາ

ຮອງອັນດັບ 3 ໄດ້ແກ່ Miss Grand “ເມດິສັນ ແອນເດວສັນ” ປະເທດ ໂຕຣິໂກ

ຮອງອັນດັບ 2 ໄດ້ແດ່ Miss Grand “ຝ້າຍ ສຸພາບ ມະລິຊ້ອນ” ປະເທດໄທ

ຮອງອັນດັບ 1 ໄດ້ແກ່ Miss Grand “ນິໂຄລ ຄໍໂຄເວ” ປະເທດ ຟິລີປິນ

ແລະ Miss Grand International 2016 ຄົນທີ່ 4 ຂອງໂລກ ໄດ້ແກ່ “ເອຣິສກ້າ ບຸດຣີ ເພີທຕິວີ” ປະເທດ ອິນໂດເນເຊຍ ສ່ວນມົງກຸດມີເພັດ 21 ກະຣັດ.

ແບ່ງປັນ