Breaking News

ເປີດຕົວ iphone 7 ແລະ iphone 7 Plus ຢ່າງເປັນທາງການ

ແບ່ງປັນ

ໃນວັນທີ່ 28 ຕຸລາ 2016 ທີ່ສູນ LTH ໄດ້ຈັດງານເປີດຕົວຂາຍ iphone 7 ແລະ iphone 7 Plus

ຫຼັງຈາກທີ່ໄດ້ເປີດຕົວຢູ່ໄທ ໃນວັນທີ່ 21 ຕຸລານີ້ທາງສູບ  LTH ໃນລາວກໍໄດ້ມີການເປີດຂາຍ ໂດຍມີລູກຄ້າສັ່ງຈອງແຕ່ວັນທີ່ 21-27 ລວມປະມານ 30 ທ່ານທີ່ໄດ້ສັ່ງຈອງ

iphone 7 ແລະ iphone 7 Plus ລວມທັງໝົດມີ 5 ສີ ມີ ດໍາດ້ານ, ດໍາເຫຼືອມ, ສີຄໍາ, ສີຂ່າວ ແລະ ສີບົວ ຖ້າຫາກໃຜຢາກໄດ້ສີດຳ ແລະ ດໍາດ້ານແມ່ນຕ້ອງໄດ້ສັ່ງຈອງກ່ອນ 1 ອາທິດ ຖ້າຫາກໃດຕ້ອງການຊື້ດ້ວຍເງິນສົດແມ່ນບໍ່ສາມາດເລືອກສີໄດ້ ໂດຍຈະໄດ້ສີທີ່ທາງຮ້ານມີ ເຊັ່ນ: ສີຂາວ, ສີບົວ ແລະອື່ນໆ ຍ້ອນຫຼາຍປະເທດຕ້ອງການສີດໍາ ແລະ ດໍາດ້ານຈົນເຮັດໃຫ້ຜະລິດບໍ່ທັນ.

ລາຄາເລີ່ມຕົ້ນສຳລັບ iphone 7 32GB ແມ່ນ 6,290, 000, ກີບ 128GB ແມ່ນ 7, 290, 000 ກີບ 256GB ແມ່ນ 8, 290, 000 ກີບ ສ່ວນ iphone 7 Plus 32GB ແມ່ນ 7,490, 000, ກີບ 128GB ແມ່ນ 8,390, 000 ກີບ 256GB ແມ່ນ 9,390, 000 ກີບ

ການບໍລິການຫຼັງການຂາຍແມ່ນສາມາດເອົາກັບມາຊ້ອມແປງໃນສູນ LTH ໄດ້ຫຼັງຈາກຊື້ໄປແລ້ວ 3-7 ມື້ ນອກຈາກນັ້ນຍັງມີຂອງແຖມຫຼາຍຢ່າງຄື: USB, ພາເວີແບ້ງ, ສາຍສາກ ແລະອື່ນໆ.

ແບ່ງປັນ