Breaking News

ເຊີນທ່ຽວງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ່ 15

ແບ່ງປັນ

ສະມາຄົມ ຫັດຖະກໍາລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ່ 15 ປະຈໍາປີ 2016 ໃນຕອນບ່າຍຂອງວັນທີ 26 ຕຸລາ 2016 ທີ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານ ຫານຊະນະ ສີສານ ປະທານສະມາຄົມ ຫັດຖະກໍາລາວ,ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນກຽດເຂົ້າຮ່ວມໃນງານມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາແຂກທີ່ຖືກເຊີນ ພ້ອມດ້ວຍ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ປະທານສະມາຄົມ ຫັດຖະກໍາລາວໃຫ້ຮູ້ວ່າ: ງານໃນປີນີ້ພໍດີຄົບຮອບ 15 ປີ ເຊິ່ງໄດ້ເລີ່ມຕົ້ນແຕ່ປີ 2001 ມີຜູ້ເຂົ້າຮ່ວມງານວາງສະແດງພຽງແຕ່ 10 ກວ່າຮ້ານເທົ່ານັ້ນ ສິນຄ້າຫັດຖະກໍາກໍບໍ່ຫຼາຍ ແຕ່ມາເຖິງປັດຈຸບັນນີ້ ມີຮ້ານວາງສະແດງເຄື່ອງຫັດຖະກໍາຫຼາຍກວ່າ 200 ຮ້ານ ມີເຄື່ອງຫັດຖະກໍາເພີ່ມຂຶ້ນບໍ່ພຽງແຕ່ປະລິມານ ແຕ່ຍັງມີຄຸນະພາບທີ່ສວຍງາມ-ປານີດຫຼາຍຂຶ້ນກວ່າເກົ່າ.

ພາຍໃນງານຍັງໄດ້ຊົມການສະແດງຕີມວຍລາວຜ້າຂາວມ້າ, ມີການມອບໃບຂອບໃຈໃຫ້ຜູ້ອຸປະຖໍາງານ, ມອບໃບຢັ້ງຢືນ ແລະ ຂັນລາງວັນໃຫ້ຜູ້ຊະນະເລີດໃນການປະກວດແຂ່ງຜະລິດຕະພັນດີເດັ່ນປະຈໍາປີ 2016 ເຊິ່ງປີນີ້ ແມ່ນມີຫົວຂໍ້ທີ່ມີຊື່ວ່າ: “ຜະລິດຕະພັນ ຫັດຖະກໍາ ເທິງໂຕະອາຫານ”.ງານດັັ່ງກ່າວຈັດຂຶ້ນລະຫວ່າງວັນທີ່ 26 ຕຸລາ ໄປຈົນເຖິງ ວັນທີ 1 ພະຈິກ 2016.

 

ແບ່ງປັນ