Breaking News

ວິທີໃນການບໍລິຫານເວລາ ແບບມີປະສິດທິພາບ

ແບ່ງປັນ

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້.

  1. ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ:

ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ.

  1. ໃຊ້ເວລາໃຫ້ເປັນປະໂຫຍດ:

ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ.

  1. ຫຼີກລ້ຽງການນັດພົບ:

ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼື ສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ.

  1. ຮູ້ຂີດຈຳກັດຂອງຕົນເອງ:

ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ.

ແບ່ງປັນ