Breaking News

Career Advice

5 ​ເຕັກ​ນິກຂອງ​ການ​ເຮັດ​ວຽກ​ທີ່​ລາບ​ລື້​ນ ​ແລະ​ໂດນ​ໃຈ​ເຈົ້າ​ນາຍ​ກັບ​ທີ​ມງານ

5 ເຕັກນິກຂອງການເຮັດວຽກທີ່ລາບລື້ນ ແລະໂດນໃຈເຈົ້ານາຍກັບທີມງານ ເຮັດຕາມຄູມືປະຕິບັດວຽກ ຫຼຸດປະລິມານຄວາມຜິດພາດ ສຳລັບຄົນທີ່ເລີ່ມເຮັດວຽກໃໝ່ຄວນມີຄູມືປະຕິປັດວຽກ ເພາະມັນມີຄວາມຈຳເປັນຕໍ່ການເຮັດວຽກຫຼາຍ ເພາະມັນຈະເປັນແບບແຜນທີ່ເນັດຂຶ້ນມາເພື່ອໃຫ້ປະຕິບັດຕາມຄູມືແບບເຄັງຄັດ ຍ່ອມບໍ່ເກີດຄວາມຜິດພາດ ຫຼືຫຼຸດຄວາມຜິດພາດໄດ້ຫຼາຍ ຖ້າບໍ່ມີຄູມື ກໍຄວນປຶກສາເພືອນຮ່ວມງານທີ່ມີປະສົບການມາກ່ອນ ຖ້າມີຄຳຖາມກໍຄວນຮີບຖາມບໍ່ໃຫ້ຄາໃຈ ແລ້ວເຮັດວຽກນັ້ນໃຫ້ສຳເລັດ ເພື່ອໃຫ້ເຂົ້າໃຈເນື້ອໃນວຽກໃຫ້ຖຶກຕ້ອງ. ບັນທຶກໂນດວຽກກ່ອນເຮັດ ເພື່ອຈຳກັດໂອກາດທີ່ຈະເຮັດຜິດພາດ ຖ້າມີການຈັດລະບຽບການເຮັດວຽກຂອງເຮົາເປັນລຳດັບຂັ້ນຕອນ ຈະຊ່ວຍປ້ອງກັນຄວາມປິດພາດຂອງທ່ານໄດ້ຫຼາຍຂຶ້ນ ກ່ອນທີ່ຈະເລີ່ມເຮັດວຽກໃນແຕ່ລະມື້ ໃຫ້ຈົດລາຍການທີ່ຈະຕ້ອງເຮັດທັງໝົດລົງມາໃຫ້ຄົບຖ້ວນ ແລ້ວຈັດລຳດັບສິ່ງທີ່ຈະຕ້ອງເຮັດກ່ອນຫຼືຫຼັງຕາມຄວາມສຳຄັນ ແລະຄວາມດ່ວນ ລວມທັງຈົດລາຍການຂໍ້ຄວນລະວັງຕ່າງໆ ໄວ້ເພືອເຕືອນໃຈ ແລະຢ່າລື່ມຕິດໂນດໄວ້ບ່ອນທີ່ເຫັນງ່າຍເຊັ່ນ ຕິດຢູ່ໜ້າຄອມພິວເຕີ ເປັນຕົ້ນ. ກວດວຽກ ຫຼື ເຊັກວຽກກ່ອນສົ່ງເພື່ອປ້ອງກັນການຜິດພາດ ແລະການຖຶກຕຳນິ. ເມື່ອເຮັດວຽກສຳເລັດແລ້ວຕ້ອງກວດເບິ່ງຄວາມຖຶກຕ້ອງທຸກຄັ້ງ ແລະບໍ່ໄດ້ກວດພຽງແຕ່ເທື່ອດຽວເທົ່ານັ້ນ ຄວນຊ່ວຍກັນກວດເບິ່ງຫຼາຍໆຄົນ ນອກຈາກເຂຈົ້າຂອງວຽກຈະຕ້ອງກວດວຽກຂອງຕົນແລ້ວ ຜູ້ທີ່ກ່ຽວຂ້ອງກັບວຽກນັ້ນກໍຄວນກວດເບິ່ງເຊັ່ນກັນ ເພື່ອຄວາມຮັດກຸ່ມຄວນມີການເຊັ່ນຮັບຮອງ ວ່າໃຜໄດ້ກວດແລ້ວ ຈະເຮັດໃຫ້ຜູ້ກວດເພີ່ມຄວາມລະມັດລະວັງຫຼາຍຂຶ້ນອີກລະດັບໜຶ່ງ ເພາະທຸກຄົນຮູ້ດີວ່າ ການລົງຊື່ມີຜົນຕໍ່ການຮັບຜິດຊອບໃນກໍລະນີເກີດຄວາມຜິດພາດຂຶ້ນມາ. ສົ່ງວຽກຫຼືລາຍງານຜົນ ທີ່ໄດ້ເຮັດຮຽບຮ້ອຍແລ້ວ. ສົ່ງວຽກ ຫຼືລາຍງານຜົນໃຫ້ທີມງານ ເຈົ້ານາຍ ຫຼື ຜູ້ທີ່ກ່ຽວຂ້ອງໃນການມອບໝາຍວຽກນັ້ນໆ ເພື່ອລາຍງານໃຫ້ຮູ້ເຖິງການເຄື່ອນໄຫວ …

Read More »

​ເລື່ອງ​ນ້ອຍໆ ​ເພື່ອ​ຄວາມ​ກ້າວໜ້າ​ໃນ​ອາຊີບ

ເລື່ອງນ້ອຍໆ ເພື່ອຄວາມກ້າວໜ້າໃນອາຊີບ ປະຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້. ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ …

Read More »

ກ້າວທຳ​ອິດ ສູ່​ການ​ເປັນ​ສາວ​ໃນ​ການ​ເຮັດ​ວຽກ ຄວນ​ໃສ່​ໃຈ​ຫຍັງ​ແດ່ ?

ກ້າວທຳອິດ ສູ່ການເປັນສາວໃນການເຮັດວຽກ ຄວນໃສ່ໃຈຫຍັງແດ່? ຖ້າຫາກທ່ານຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກເປັນຄັ້ງທຳອິດ ເປັນຄັ້ງທີ່ຍາກທີ່ສຸດສະເໝີ ແຕ່ເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍທ່ານໄດ້. ປ່ຽນແປງຕົນເອງ ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ. ກຽມຕົວໃຫ້ພ້ອມສະເໝີ ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ ປັດຈຸບັນນີ້ມີຂໍ້ມູນ, ໜັງສື ຫຼື ເວັບໄຊທີ່ຫຼາກຫຼາຍທີ່ຈະຊ່ວຍທ່ານໄດ້ໃນເລື່ອງການຊອກວຽກ ລວມເຖິງໃຫ້ເຄັດລັບຕ່າງໆໃນການເຮັດວຽກ, ໝູ່ເພື່ອ ແລະ ຍາດພີ່ນ້ອງທີ່ມີປະສົບການກໍລ້ວນແຕ່ເປັນທີ່ປຶກສາທີ່ດີໃຫ້ແກ່ທ່ານໄດ້. ຮູ້ຈັກຕົນເອງກ່ອນຈະກ້າວເຂົ້າໄປສຳພາດວຽກທີ່ຖືກເອີ້ນໄປ ວ່າເປັນບ່ອນທີ່ຕົນເອງຕັ້ງໃຈທີ່ຈະເຮັດວຽກນຳ ແລະ ມັກຮັກໃນອາຊີບວຽກງານນີ້ຢ່າງແທ້ຈິງຫຼືບໍ ເພາະມັນຈະສະແດງອອກຈາກທ່າທາງຂອງທ່ານໃນເວລາສຳພາດ ແຕ່ຖ້າຫາກເປັນບ່ອນເຮັດວຽກ ຫຼື ເປັນວຽກທີ່ທ່ານບໍ່ມັກ ກໍຄວນຈະຂໍຍົກເລີກການສຳພາດຈະເປັນການດີກວ່າ.

Read More »