Breaking News

ນັກ​ສຶກສາ​ຈົບ​ໃໝ່ວ່າງ​ງານ ​ເປັນ​ຍ້ອນຫຍັງ​

ແບ່ງປັນ

ປັດຈຸບັນຫຼາຍຄົນ ຍັງມີບັນຫາກ່ຽວກັບການວ່າງງານຢູ່ບໍ່ໜ້ອຍ ເພາະເນື່ອງມາຈາກ ເສດຖະກິດຜ່ອນຈັງຫວະການຂະຫຍາຍຕົວ ເລີຍສົ່ງຜົນເຮັດໃຫ້ມີການວ່າງງານເກີດຂຶ້ນ ນອກນັ້ນ, ຍັງມີບັນຫາຂອງນັກສຶກສາທີ່ຈົບໃໝ່ອີກດ້ວຍ ເຊິ່ງເປັນເຫດຜົນເຮັດໃຫ້ພວກເຂົາເຫຼົ່ານັ້ນຍັງວ່າງງານຢູ່ຍ້ອນວ່າ:

  1. ບໍ່ໄດ້ສຶກສາຄວາມຕ້ອງການຂອງຕະຫຼາດແຮງງານໃຫ້ລະອຽດ

ແຕ່ລະໄລຍະຕະຫຼາດແຮງງານແຕ່ລະບ່ອນ ກໍຕ້ອງການຄົນເຮັດວຽກທີ່ແຕກຕ່າງກັນ. ສະນັ້ນ, ກ່ອນຈະຮຽນສາຂາໃດຕ້ອງສຶກສາຄວາມຕ້ອງການຂອງຕະຫຼາດແຮງງານກ່ອນ ເພາະຈະມີໂອກາດໃນການໄດ້ເຂົ້າເຮັດວຽກງ່າຍຂຶ້ນ.

  1. ເລືອກສາຍຮຽນຕາມກະແສຄວາມນິຍົມ

ຄົນທີ່ຈົບໃໝ່ຫຼາຍຄົນມັກບໍ່ຮູ້ວ່າ ຕົນເອງມັກເຮັດວຽກຫຍັງ ເລີຍບໍ່ຮູ້ວ່າຈະຮຽນຄະນະໃດດີ ຈຶ່ງເລືອກຮຽນໄປຕາມກະແສ; ດັ່ງນັ້ນ, ໃຜທີ່ກຳລັງຈົບໃໝ່ຄວນຄົ້ນຫາຕົນເອງໃຫ້ໄດ້ວ່າມັກ ຫຼື ສົນໃຈກ່ຽວກັບຫຍັງ ໂດຍເບິ່ງຄວາມຕ້ອງການຂອງຕະຫຼາດເປັນຫຼັກ ໂອກາດທີ່ຈະໄດ້ວຽກກໍມີຫຼາຍຂຶ້ນ.

  1. ເລືອກວຽກທີ່ຈະເຮັດ ຕາມຄວາມມັກຂອງຕົນເອງຫຼາຍເກີນໄປ

ຖ້າເລືອກໄດ້ ທຸກຄົນຕ່າງກໍຕ້ອງການເຮັດວຽກທີ່ຕົນເອງປາຖະໜາ ແຕ່ຄົນທີ່ຈົບໃໝ່ກໍຕ້ອງເຂົ້າໃຈຄວາມຈິງໃນໂລກຂອງການເຮັດວຽກມັນບໍ່ໄດ້ເໝືອນດັ່ງຄວາມຝັນ ໃຜທີ່ເຮັດວຽກຕາມທີ່ຕົນປາຖະໜາ ຕ້ອງຂຶ້ນຢູ່ກັບຄວາມສາມາດຂອງທ່ານເອງຕື່ມ ຖ້າຄຸນສົມບັດຂອງທ່ານບໍ່ກົງກັບຄວາມຕ້ອງການຂອງອົງກອນ ໂອກາດທີ່ທ່ານຈະໄດ້ເຮັດວຽກກໍຍາກ ເພາະສະນັ້ນເລືອກວຽກທີ່ເໝາະສົມກັບທ່ານ ແລະ ອົງກອນ ຕ້ອງເລືອກຕາມຄວາມຕ້ອງການ.

  1. ມີທັກສະທີ່ບໍ່ກົງກັບຕຳແໜ່ງທີ່ສົນໃຈ

ສ່ວນຫຼາຍຄົນທີ່ປະສົບບັນຫານີ້ແມ່ນຄົນທີ່ມັກເລືອກຮຽນຕາມກະແສ ເພາະບໍ່ຮູ້ວ່າຕົນເອງຕ້ອງການຫຍັງ ແລະ ເລືອກສະໝັກວຽກຕາມຕໍາແໜ່ງທີ່ຕົນເອງສົນໃຈຫຼາຍກວ່າ ເຮັດໃຫ້ໂອກາດໃນການເຂົ້າເຮັດວຽກມີໜ້ອຍ ຖ້າໃຜທີ່ຕ້ອງການເຮັດວຽກໃນຕໍາແໜ່ງທີ່ສົນໃຈແມ່ນຕ້ອງໄປເຂົ້າຫລັກສູດຮຽນສະເພາະ ເພື່ອເພີ່ມທັກສະໃນການເຮັດວຽກຕາມຕໍາແໜ່ງທີ່ສົນໃຈ.

  1. ຂາດການກຽມຕົວທີ່ດີ

ຖືວ່າເປັນບັນຫາທີ່ສຳຄັນສຳລັບຄົນຮຽນຈົບໃໝ່ ເພາະຄິດແຕ່ວ່າ ສະໝັກວຽກໃຫ້ຜ່ານກໍພໍແລ້ວ ແຕ່ໃນຄວາມຈິງ ສາວໆຕ້ອງມີການກຽມຕົວທີ່ດີຕັ້ງແຕ່ການກຽມເອກະສານທີ່ຈຳເປັນໃຫ້ຄົບຖ້ວນໃນການສະໝັກວຽກ ສຶກສາຂໍ້ມູນຂອງບໍລິສັດ ລວມທັງການແຕ່ງຕົວໃຫ້ຮຽບຮ້ອຍ ສຸພາບ ກຽມຄຳຕອບສຳພາດລ່ວງໜ້າ ຄົນທີ່ຈົບໃໝ່ສ່ວນຫຼາຍບໍ່ຜ່ານສຳພາດກໍຍ້ອນບໍ່ໄດ້ກຽມຕົວໃຫ້ດີ.

 

ແບ່ງປັນ