Breaking News

ກ້າວທຳອິດ ສູ່ການເປັນສາວເຮັດວຽກ ຄວນເອົາໃຈໃສ່ຫຍັງແດ່?

ແບ່ງປັນ

ຖ້າຫາກທ່ານຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກເປັນຄັ້ງທຳອິດ ເປັນຄັ້ງທີ່ຍາກທີ່ສຸດສະເໝີ ແຕ່ເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍທ່ານໄດ້.

  1. ປ່ຽນແປງຕົນເອງ ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ.
  2. ກຽມຕົວໃຫ້ພ້ອມສະເໝີ ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ.
  3. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ ປັດຈຸບັນນີ້ມີຂໍ້ມູນ, ໜັງສື ຫຼື ເວັບໄຊທີ່ຫຼາກຫຼາຍທີ່ຈະຊ່ວຍທ່ານໄດ້ໃນເລື່ອງການຊອກວຽກ ລວມເຖິງໃຫ້ເຄັດລັບຕ່າງໆໃນການເຮັດວຽກ, ໝູ່ເພື່ອ ແລະ ຍາດພີ່ນ້ອງທີ່ມີປະສົບການກໍລ້ວນແຕ່ເປັນທີ່ປຶກສາທີ່ດີໃຫ້ແກ່ທ່ານໄດ້.
  4. ຮູ້ຈັກຕົນເອງກ່ອນຈະກ້າວເຂົ້າໄປສຳພາດວຽກທີ່ຖືກເອີ້ນໄປ ວ່າເປັນບ່ອນທີ່ຕົນເອງຕັ້ງໃຈທີ່ຈະເຮັດວຽກນຳ ແລະ ມັກຮັກໃນອາຊີບວຽກງານນີ້ຢ່າງແທ້ຈິງຫຼືບໍ ເພາະມັນຈະສະແດງອອກຈາກທ່າທາງຂອງທ່ານໃນເວລາສຳພາດ ແຕ່ຖ້າຫາກເປັນບ່ອນເຮັດວຽກ ຫຼື ເປັນວຽກທີ່ທ່ານບໍ່ມັກ ກໍຄວນຈະຂໍຍົກເລີກການສຳພາດຈະເປັນການດີກວ່າ.
ແບ່ງປັນ