Breaking News

ຜົນຂ້າງຄຽງທີ່ເຫັນເປັນປະຈຳໃນກຸ່ມຂອງຄົນທີ່ນິຍົມຢາຂາວ!!!

ແບ່ງປັນ

ຜົນຂ້າງຄຽງທີ່ເຫັນເປັນປະຈຳໃນກຸ່ມຂອງຄົນທີ່ນິຍົມຢາຂາວ

  • ອາການແພ້ຫຼາຍຄົນສາມາດເກີດປະຕິກິລິຍາຂຶ້ນໄດ້ ແລະ ສະແດງຜົນຂຶ້ນກັບບາງພາກສ່ວນຂອງຮ່າງກາຍໃນລັກສະນະຂອງຜື່ນຄັນເທິງຜິວໜັງ ຫຼື ອາການບວມເປັນຕົ້ນ ຖ້າຫາກທ່ານເລີ່ມມີອາການເຫຼົ່ານີ້ຫຼັງຈາກການກິນຢາຂາວຄວນຢຸດກິນທັນທີ ແລ້ວນໍາຜະລິດຕະພັນດັ່ງກ່າວໄປພົບແພດເພື່ອຂໍຄໍາປຶກສາໂດຍທັນທີ.
  • ມະເຮັງທີ່ອາດຈະແຝງມາກັບສ່ວນປະກອບບາງຊະນິດ ຖ້າຫາກຢາຂາວຂອງທ່ານມີສ່ວນປະກອບຂອງ Hydroquinone ໃຫ້ຫຼີກໂດຍທັນທີຈາກການສຶກສາພົບວ່າສ່ວນປະກອບດັ່ງກ່າວເປັນປັດໄຈທີ່ກໍ່ໃຫ້ເກີດພະຍາດມະເຮັງຂຶ້ນ ເຊິ່ງໃນຫຼາຍປະເທດໄດ້ມີການປະກາດໃຫ້ສານດັ່ງກ່າວກາຍເປັນສານຕ້ອງຫ້າມແລ້ວ.
  • ເກີດຄວາມຜິດປົກກະຕິຂອງຂະບວນການເຮັດວຽກງານຂອງຜິວພັນບາງພາກສ່ວນ ເນື່ອງຈາກສ່ວນປະກອບຂອງຢາຂາວບາງຊະນິດຈະເຂົ້າໄປຂັດຂວາງຂະບວນການຜະລິດເມັດສີເມລານິນ ແລະ ອາດຍັງສົ່ງຜົນຕໍ່ລະດັບຮໍໂມນໃນຮ່າງກາຍອີກດ້ວຍ.
ແບ່ງປັນ