Breaking News

ແຟນເກົ່າລາວຍັງມາວຸ້ນວາຍກັບແຟນເຮົາ ເຮົາຄວນເຮັດແບບໃດ?

ແບ່ງປັນ

ຄໍາວ່າ “ແຟນເກົ່າ” ກໍເຄີຍແມ່ນແຟນເໝືອນກັນ ຫາກທ່ານພົບກໍລະນີ້ທີວ່າ ຍັງເຫັນເບີໂທຂອງແຟນເກົ່າລາວໃນໂທລະສັບຂອງແຟນທ່ານ ແລະຍັງເຫັນເຂົາສອງຄົນເປັນໝູ່ກັນຢູ່ເຟດບຸກ ແລ້ວຍັງກົດໄລ໌ຮູບໃຫ້ກັນອີກ ເຮັດແບບນີ້ເບິ່ງຄືຂ້າກັນທາງອ້ອມແທ້ໆ!

ແຕ່ທຸກສິ່ງທຸກຢ່າງ ກໍຕ້ອງໃຈເຢັນໆ ມີສະຕິໃຫ້ຫຼາຍທີ່ສຸດ ສິ່ງສໍາຄັນທີ່ສຸດຄືການຄິດບວກໄວ້ກ່ອນ ເຖິງວ່າ ເຂົາສອງຄົນ ຈະກົດໄລ໌ຮູບໃຫ້ກັນທາງເຟດບຸກ ຈົນເຮັດໃຫ້ໃຈເຮົາກະວົນກະວາຍກໍຕາມ ມັນເປັນພຽງສິ່ງທີ່ຮຽກຮ້ອງຄວາມສົນໃຈຈາກເຮົາໄປຊື່ໆ ເຮົາບໍ່ຈໍາເປັນຕ້ອງຫຶງ? ຫວງ? ຊັງ? ເພາະສິ່ງເຫຼົ່ານັ້ນ ຈະເຮັດໃຫ້ທ່ານເປັນຄົນທີ່ໜ້າລໍາຄານສຳລັບຜູ້ຊາຍຫຼືແຟນຂອງທ່ານເອງ… ເຮົາຕ້ອງສ້າງຕົນເອງໃຫ້ງາມໆ, ເບິ່ງແລ້ວ ແພງ ແລະ ມີຄຸນຄ່າທີ່ສຸດ ສ້າງຕົວເອງໃຫ້ຜູ້ຊາຍເກງໃຈເນາະ! ສາວໆ

ສິ່ງທີ່ດີທີ່ສຸດກໍຄື ການສະຫງົບສະຕິອາລົມຂອງຕົນເອງ ແລ້ວມານັ່ງຄິດວ່າ ຈະໄປຄຽດເຮັດຫຍັງ ຫຶງຫວງເຮັດຫຍັງ ເປັນຫຍັງບໍ່ເຮັດໃຫ້ແຟນຮັກ, ແຟນຫຼົງ ເຮັດໃຫ້ຜູ້ຍິງຄົນອື່ນມາອິດສາບໍ່ດີກວ່າບໍ? ແລະ ສຳລັບຜູ້ຊາຍເອງ ກ່ອນຈະເຮັດຫຍັງລົງໄປ ກໍຂໍໃຫ້ຄໍານຶງວ່າ ຕອນນີ້ມີແຟນຢູ່ແລ້ວ ຄວນເບິ່ງແຍງດູແລຄວາມຮູ້ສຶກເຊິ່ງກັນ ແລະກັນແດ່! ໃຫ້ກຽດແຟນເໝືອນທີ່ເຂົາໃຫ້ກຽດເຮົາເຊັ່ນກັນ ລົມກັນໃຫ້ເຂົ້າໃຈ ຈະດີກວ່າເນາະ!

ແບ່ງປັນ