Breaking News

ດອກຫຍ້າ ຖິ່ນລຳພອນ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດ

ແບ່ງປັນ

ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ.

ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam ທີ່ປະເທດຫວຽດນາມ, ຫລ້າສຸດແມ່ນໄດ້ຮັບລາງວັນຈາກ NOVA 6 5G, ລາງວັນແຕ່ງດົນຕີດີເດັ່ນ ແລະ ຂວັນໃຈມະຫາຊົນ.

ເວົ້າໄດ້ວ່າ ສາວດອກຫຍ້າ ເປັນອີກໜຶ່ງຄົນທີ່ຄວາມສາມາດທໍາມະດາອີຫຼີ!! ເປັນອີກໜຶ່ງຄົນທີ່ນ່າຈັບຕາເບິ່ງໃນວົງການເພລງຂອງບ້ານເຮົາ ແລະ ເຊື່ອໄດ້ເລີຍວ່າອະນາຄົດຍາວໄກແນ່ນອນ…

ຈັງໃດກໍຂໍຝາກແຟນໆຕິດຕາມ ແລະ ເປັນກໍາລັງໃຈດອກຫຍ້າ ຖິ່ນລໍາພອນ ກັນແດ່ເດີ້!!!!!

ຂໍ້ມູນຈາກ: MUAN ແລະ Dorkyar thimlamphone

ແບ່ງປັນ